spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດຍົກລະດັບວຽງການເສດຖະກິດແຜນການ ແລະ ການເງິນ

ສະພາແຫ່ງຊາດຍົກລະດັບວຽງການເສດຖະກິດແຜນການ ແລະ ການເງິນ

Published on

fri4apr2

ກອງປະຊຸມຝຶກອົບຮົມ ຍົກລະດັບວຽກງານກວດ ສອບແຫ່ງລັດໃຫ້ແກ່ວິຊາ ການກໍາມາທິການເສດຖະກິດ ແຜນການ ແລະ ການເງິນ ສະ ພາແຫ່ງຊາດລາວ ແລະ ວິຊາ ການຂອງອົງການກວດສອບ ແຫ່ງລັດໄດ້ຈັດຂຶ້ນຕອນເຊົ້າ ວັນທີ 3 ເມສາ 2014 ນີ້, ທີ່ ນະຄອນຫຼວງວຽງຈັນ ໂດຍ ໃຫ້ກຽດເຂົ້າຮ່ວມເປັນປະ ທານກ່າວເປີດຂອງທ່ານ ບຸນ ປອນ ສີສຸລາດ, ຮອງປະທານ ກໍາມາທິການເສດຖະກິດ ແຜນການ ແລະ ການເງິນ, ທ່ານ ເອເຄ ທາເກີ, ຊ່ຽວຊານ ຈາກທະນາຄານພັດທະນາ ອາຊີ ປະຈໍາລາວ, ມີບັນດາ ຫົວໜ້າກົມ, ພະແນກການ, ແລະ ພະນັກງານ-ວິຊາການ ທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ບຸນປອນ ສີສຸລາດ, ຮອງປະທານກໍາມາທິການ ເສດຖະກິດແຜນການ ແລະ ການເງິນສະພາແຫ່ງຊາດ ກ່າວວ່າ: ກ່ອນອື່ນຂໍສະແດງ ຄວາມຊົມເຊີຍ ແລະ ຂອບໃຈ ມາຍັງຊ່ຽວຊານສາກົນປະຈໍາ ໂຄງການຊ່ວຍເຫຼືອດ້ານວິຊາ ການຂອງທະນາຄານພັດທະ ນາອາຊີ ປະຈໍາລາວ ທີ່ໄດ້ ເອົາໃຈໃສ່ໃຫ້ ການຊ່ວຍເຫຼືອ ໃນການຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ພະນັກ ງານວິຊາການຂອງສອງພາກ ສ່ວນພວກເຮົາ     ລວມທັງທະນາຄານພັດທະນາອາຊີ ທີ່ໄດ້ ໃຫ້ການຊ່ວຍເຫຼືອ ສະໜັບ ສະໜູນດ້ານການເງິນໃຫ້ແກ່ ກໍາມາທິການເສດຖະກິດ ແຜນການ ແລະ ການເງິນ ສະພາແຫ່ງຊາດນັບມື້ມີຄຸນ ນະພາບດີຂຶ້ນຕະຫຼອດໄລຍະ ຜ່ານມາ ແລະ ກອງປະຊຸມ ຄັ້ງນີ້, ກໍຖືເປັນຄັ້ງສຸດທ້າຍ ຂອງໂຄງການ ທີເອ 7857 ທີ່ຈະຄົບກໍານົດໃນທ້າຍ ເດືອນນີ້.
ວຽກງານກວດສອບແມ່ນ ວຽກໜຶ່ງທີ່ຈໍາເປັນ ແລະ ບໍ່ສາ ມາດຈະປະລະໄດ້, ມັນມີ ຄວາມສໍາຄັນທີ່ສຸດໃນການ ຮັບປະກັນໃຫ້ບົດລາຍງານ ຂອງອົງການກວດສອບມີ ຄວາມຖຶກຕ້ອງຊັດເຈນ ແລະ ສາມາດພິສູດ ຢັ້ງຢືນເຖິງຜົນ ການຕິດຕາມກວດກາໂດຍ ສະເພາະແມ່ນຜົນການກວດ ສອບບົດສະຫຼຸບຂາດຕົວການ ຈັດຕັ້ງປະຕິບັດງົບປະມານ ແຫ່ງລັດ. ການສືບຕໍ່ຝຶກອົບ ຮົມວຽກງານກວດສອບໃນ ດ້ານວິຊາການຄັ້ງເດືອນມັງ ກອນທີ່ຜ່ານມານັ້ນຈິ່ງຖືວ່າ ແມ່ນຄວາມພະຍາຍາມຂອງ ຊ່ຽວຊານໂຄງການທີ່ຕ້ອງ ການໃຫ້ນັກວິຊາການກວດ ສອບແຫ່ງລັດ ແລະ ວິຊາ ການຂອງກໍາມາທິການເສດ ຖະກິດແຜນການ ແລະ ການ ເງິນເຂົ້າໃຈຢ່າງແຈ່ມແຈ້ງຈິ່ງ ຈະເປັນເສນາທິການຄົ້ນຄວ້າ ໃຫ້ແກ່ກໍາມາທິການເສດຖະ ກິດຢ່າງແທ້ຈິງ.
ກອງປະຊຸມຝຶກອົບຮົມຄັ້ງ ນີ້ແນໃສ່ເພື່ອສ້າງຄວາມຮູ້ ຄວາມສາມາດ ໃຫ້ແກ່ວິຊາ ການຂອງສອງພາກສ່ວນ ພວກໃຫ້ເຂົ້າໃຈເຖິງການສ້າງ ບົດລາຍງານຜົນການກວດ ສອບ ແລະ ວິທີການວິເຄາະ ວິໄຈ ເນື້ອໃນບົດລາຍງານ, ການສະຫຼຸບສັງລວມບົດລາຍ ງານ, ບົດປະກອບຄໍາເຫັນ ຂອງກອງປະຊຸມຕໍ່ກັບບົດ ລາຍງານ, ຮຽນຮູ້ ແລະ ເຂົ້າ ໃຈກ່ຽວກັບຂັ້ນຕອນໃນການ ເຮັດວຽກຮ່ວມກັນຂອງສອງ ພາກ ສ່ວນຂອງພວກເຮົາ ໃນການຕອບສະໜອງຂໍ້ມູນ ຂອງບົດລາຍງານຜົນການ ກວດສອບ ແລະ ທັງເປັນການ ປັບປຸງຄຸນນະພາບໃນການ ຕິດຕາມກວດກາການຈັດຕັ້ງ ປະຕິບັດແຜນງົບປະມານ ແຫ່ງລັດ, ການສ້າງບົດສະ ຫຼຸບລາຍງານຜົນການກວດ ສອບຂອງອົງການກວດສອບ ແຫ່ງລັດເພື່ອລາຍງານຕໍ່ສະ ພາແຫ່ງຊາດໃຫ້ໄດ້ຮັບຜົນດີ ແລະ ການສ້າງບົດລາຍງານ ຂອງກໍາມາທິການເສດຖະກິດ ແຜນການ ແລະ ການເງິນ ເພື່ອໃຫ້ກອງປະຊຸມສະພາ ແຫ່ງຊາດ ຄົ້ນຄວ້າພິຈາລະ ນາຮັບຮອງເອົາ. ກອງປະ ຊຸມຝຶກອົບຮົມຄັ້ງນີ້ຈະໄດ້ດໍາ ເນີນໄປເປັນເວລາໜຶ່ງວັນ ເຕັມຈຶ່ງຈະສໍາເລັດ.

 

ທີ່ມາ     http://www.kongthap.gov.la/

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...