Homeຂ່າວພາຍ​ໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊີນຊວນບໍລິຈາກຕ້ານໄພໜາວ!

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊີນຊວນບໍລິຈາກຕ້ານໄພໜາວ!

Published on

ຂປລ. ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ເຊີນຊວນ​ ອົງການ​ຈັດ​ຕັ້ງ​ທຸກ​ພາກສ່ວນ ທັງ​ພາກ​ລັດ, ​ເອກະ​ຊົນ, ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ຫ້າງ​ຮ້ານ ​ແລະ ບຸກຄົນ​ຕ່າງໆ ​ເຂົ້າ​ຮ່ວມ​ບໍ​ລິ​ຈາກ​ຕ້ານໄພໜາວ ​ເນື່ອງ​ຈາກ​ສະພາບ​ພູມີ​ອາກາດໜາວ​ເຢັນ ​ໄດ້​ປົກ​ຄຸ້ມ​ໃນ​ຫລາຍ​ພື້ນ​ທີ່ ​ໃນ​ເຂດ​ພາກ​ເໜືອ ​ແລະ ບາງ​ສ່ວນ​​ພາກ​ໃຕ້ ຂອງສປປ ລາວ  ​ໄດ້​ສົ່ງ​ຜົນ​ ກະທົບ​ຢ່າງ​ຫລວງຫລາຍ ​ແລະ ຮຸນ​ແຮງ​ຕໍ່​ການ​ດຳລົງ​ຊີວິດ​ປະຊາຊົນ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​​ແຂວງ​ພາກ​ເໜືອ ​ໄດ້​ປະສົບ​ກັບ​ອາກາດໜາວ​ ທີ່​ບໍ່​ເຄີຍ​ມີ​ມາກ​ອນ.

ດັ່ງ​ນັ້ນ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຂໍ​ຖືເປັນກຽດ ​ແຈ້ງເຊີນຊວນ ​ເພື່ອ​ຂໍ​ນ້ຳ​ໃຈ​ຈາກ​ທຸກ​ພາກ​ສ່ວນ ​ໄດ້​ຮ່ວມ​ແບ່ງ​ເບົາ ​ແລະ ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ແກ່​ຜູ້​ປະສົບ​ໄພໜາວ ດ້ວຍ​ການ​ປະກອບສ່ວນ​ບໍລິຈາກ ​ເຊັ່ນ: ​ເຄື່ອງນຸ່ງ​ຫົມ, ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ​ຫລື ​ເປັນ​ເງິນ,​ ​ເພື່ອ​ຈະ​ໄດ້​ນຳ​ໄປ​ມອບ​ຕໍ່​ໃຫ້​ປະຊາຊົນ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພໜາວ ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ບາງ​ແຂວງ​​ພາກ​ໃຕ້.

ທ່ານ​ສາມາດ ຕິດ​ຕໍ່​ພົວພັນ​ໄດ​້ທີ່ຫ້ອງການ ກະຊວງ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ທຸກ​ເວລາ ຫລື ​ເບີ​ໂທ 021 213 005, 213003

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...