Homeຂ່າວການພັດທະນາເຊີນຊວນຜູ້ທີ່ມີຈິດໃຈໃສສັດທາ ປະກອບສ່ວນບູລະນະ ພະທາດຫຼວງວຽງຈັນ

ເຊີນຊວນຜູ້ທີ່ມີຈິດໃຈໃສສັດທາ ປະກອບສ່ວນບູລະນະ ພະທາດຫຼວງວຽງຈັນ

Published on

ໂດຍ​ປະຕິບັດ​ຕາມ​ແນວທາງຂອງ​ພັກ ແລະ ລັດຖະບານ​ກ່ຽວກັບ​ການ​ບູລະນະ​ປະຕິສັງຂອນ​ພະທາດຫຼວງ​ວຽງ​ຈັນ ​ໃຫ້​ມີ​ຄວາມສວຍ​ສົດ​ງົດ​ງາມ ເພື່ອ​ດຶງ​ດູດ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ມາ​ທ່ຽວ​ຊົມ​ໃນ ​ສປປ ລາວ ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເຊິ່ງ​ການ​ບູລະນະ​ດັ່ງກ່າວ​ ແມ່ນເອົາ​ຄຳ​ຂຶ້ນ​ໃສ່​ຈອມ​ອົງ​ພະທາດຫຼວງ​ ຈຳນວນ 9 ກິ​ໂລ ທີ່​ເປັນພະທາດ​ໃຫຍ່ ​ກວມ​ພະທາດ​ໂລກາ​ຈຸນ​ລະ​ມະນີ ​ທີ່​ມີ​ອາຍຸ 1.200 ປີ ນອກຈາກ​ນັ້ນ ພະທາດ​ປາ​ລະມີ 30 ທາດ​ທີ່​ອ້ອມ​ພະ​ທາດຫຼວງວຽງ​ຈັນ ກໍ່​ຈະ​ຫຸ້ມ​ດ້ວຍ​ຄຳ ຄາດໝາຍ​ໄວ້​ທາດ​ລະ 1 ກິ​ໂລ ພ້ອມນັ້ນ ທາດ​ໂລກາ​ຈຸນ​ລະ​ມະນີ​ກໍ່​ຈະຫຸ້ມ​ດ້ວຍ​ຄຳ 1 ກິ​ໂລ ລວມ​ທັງໝົດ 41 ກິ​ໂລ.

ໃນ​ວັນ​ທີ 8 ກຸມພາ 2016 ທີ່ເດີ່ນ​ພະ​ທາດຫຼວງ​ວຽງ​ຈັນ ໄດ້​ມີການ​ມອບ​ຄຳ​ເພື່ອ​ປະກອບສ່ວນ ໃນ​ການ​ບູລະນະ​ປະຕິສັງຂອນ​ພະທາດຫຼວງ​ວຽງ​ຈັນ ມີ​ຈຳນວນ​ຄຳທັງ​ໝົດ 1 ບາດ 1 ສະຫຼຶງ 9 ຫຸນ ແລະ ເງິນ​ຈຳນວນ 500 ບາດ ໃນ​ນັ້ນ ປະກອບ​ມີ ແມ່ຕູ້​ວຽງ​ວິໄລ ແສນ​ຄະ​ນຶງ ນາງ ບຸນ​ຍັງ ພົມມະ​ຈັກ ຜູ້​ລະ 5 ຫຸນ ແລະ ທ້າວ ສຸລິຍັນ ພົມ​ມະຈັກ ເງິນ 500 ບາດ ທັງ​ໝົດ​ຢູ່ບ້ານ​ຄຳ​ຮຸ່ງ ເມືອງ​ໄຊ​ທານີ ນະຄອນ​ຫຼວງ​ວຽງ​ຈັນ, ນາງ ວຽງ​ໄຊ+ທ້າວ ບົວທອງ ຈິດຕະລາດ ບ້ານນາຊາຍທອງໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນ 1 ບາດ;  ນອກ​ນີ້ຍັງ​ມີນາງ ປິ່ນ ບ້ານ​ປຸ້ງ​ເຫຼັກ ເມືອງກາສີ ແຂວງ​ວຽງ​ຈັນ ຈຳນວນ 9 ຫຸນ ໂດຍ​ໃຫ້​ກຽດ​ຮັບ​ຂອງ​ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ມີ​ບັນດາ​ຄະນະ​ພະແນກ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...