Homeຂ່າວພາຍ​ໃນປະທານປະເທດ ອອກລັດຖະດຳລັດ ກຳນົດຈຳນວນຜູ້ຮັບສະໝັກ ເລືອກຕັ້ງທົ່ວປະເທດ!

ປະທານປະເທດ ອອກລັດຖະດຳລັດ ກຳນົດຈຳນວນຜູ້ຮັບສະໝັກ ເລືອກຕັ້ງທົ່ວປະເທດ!

Published on

ຂປລ. ປະທານ​ປະ​ເທດ​ໄດ້​ອອກ​ລັດຖະດຳລັດ ກ່ຽວກັບການ​ກຳນົດ ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ VIII ​ເຊິ່ງມີຈຳນວນ 211 ທ່ານ, ເລືອກເອົາ 149 ທ່ານ ​ແລະ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ສສຂ, ນະຄອນຫລວງ ມີຈຳນວນ 508 ທ່ານ, ເລືອກເອົາ 360 ທ່ານ, ລວມທັງ ສສຊ ​ແລະ ສສຂ ລວມ 509 ທ່ານ.

ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ  24 ທ່ານ ເລືອກເອົາ 17 ທ່ານ ​ແລະ ສສຂ ນະຄອນຫລວງວຽງຈັນ ມີ 27 ທ່ານ ເລືອກເອົາ 18 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ II ແຂວງຜົ້ງສາລີ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 25 ທ່ານ ເລືອກເອົາ 18 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ III ແຂວງຫລວງນ້ຳທາ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ IV ແຂວງອຸດົມໄຊ 10 ທ່ານ ເລືອກເອົາ 7 ທ່ານ ​ແລະ ສສຂ 24 ທ່ານ ເລືອກເອົາ 17  ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ V ແຂວງບໍ່ແກ້ວ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກ ຕັ້ງທີ VI ແຂວງຫລວງພະບາງ 15 ທ່ານ ເລືອກເອົາ 10 ທ່ານ ​ແລະ ສສຂ 42 ທ່ານ ເລືອກເອົາ 30 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ VII ແຂວງໄຊຍະບູລີ 12 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 39 ທ່ານ ເລືອກເອົາ 28 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ VIII ແຂວງຫົວພັນ 10 ທ່ານ ເລືອກເອົາ 7 ທ່ານ ​ແລະ  ສສຂ 36 ທ່ານ ເລືອກເອົາ 26 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ IX ແຂວງຊຽງຂວາງ 9 ທ່ານ ເລືອກເອົາ 6 ທ່ານ ​ແລະ ສສຂ ແຂວງ ຊຽງຂວາງ 24 ທ່ານ, ເລືອກເອົາ 17 ທ່ານ.

ສ່ວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ X ແຂວງວຽງຈັນ 13 ທ່ານ ເລືອກເອົາ 9 ທ່ານ ​ແລະ ສສຂ 39 ທ່ານ ເລືອກເອົາ 28 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XI ແຂວງບໍລິຄຳໄຊ 9 ທ່ານ, ເລືອກເອົາ 6 ທ່ານ ​ແລະ ສສຂ 24 ທ່ານ ເລືອກເອົາ 17 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XII ແຂວງຄຳມ່ວນ 11 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 35 ທ່ານ, ເລືອກເອົາ 25 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XIII ແຂວງສະຫວັນນະເຂດ 26 ທ່ານ ເລືອກເອົາ 19 ທ່ານ ​ແລະ ສສຂ 50 ທ່ານ ເລືອກເອົາ 35 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XIV ແຂວງສາລະວັນ 11 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 27 ທ່ານ, ເລືອກເອົາ 19 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XV ແຂວງຈຳປາສັກ 19 ທ່ານ ເລືອກເອົາ 14 ທ່ານ ​ແລະ ສສຂ 32 ທ່ານ ເລືອກເອົາ 22 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XVI ແຂວງເຊກອງ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 16 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XVII ແຂວງ ອັດຕະປື 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XVIII ແຂວງໄຊສົມບູນ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...