Homeຂ່າວພາຍ​ໃນເຈົ້າໜ້າທີ່ອາວຸໂສອາຊຽນ ແນະນຳໃຫ້ເອົາໃຈໃສ່ຕໍ່ການພັດທະນາ ເຂື່ອນໄຟຟ້າແບບຍືນຍົງ

ເຈົ້າໜ້າທີ່ອາວຸໂສອາຊຽນ ແນະນຳໃຫ້ເອົາໃຈໃສ່ຕໍ່ການພັດທະນາ ເຂື່ອນໄຟຟ້າແບບຍືນຍົງ

Published on

ກະຊວງ​ພະລັງງານ ແລະ ບໍ່​ແຮ່ ​ສປປ ລາວ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ການ​ຮ່ວມ​ມື​ແຫ່ງ​ອາຊີ ໃນ​ຫົວຂໍ້ ການ​ພັດທະນາ​ເຂື່ອນ​ໄຟຟ້າ​ແບບ​ຍືນ​ຍົງ ແລະ ການ​ແລກປ່ຽນ​ພະລັງງານ​ໄຟຟ້າ​ໃນ​ພາກ​ພື້ນ​ຂອງ ​ສປປ ລາວ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແຫ່ງ​ອາຊີ​ຂຶ້ນ ໃນ​ວັນ​ທີ 2-3 ເມສາ​ນີ້ ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ທຳ​ອິດ​ຢູ່ ​ສປປ ລາວ ເພື່ອ​ແລກປ່ຽນ​ບົດຮຽນ​ການ​ພັດທະນາ​ຂະແໜງ​ໄຟຟ້າ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ວິລະ​ພົມ ວິ​ຣະ​ວົງສ໌ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ມີ​ທ່ານ ບັນດິດ ລິ້ມ​ສະກຸນ ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ແຫ່ງ​ອາຊີ (ACD) ມີ​ບັນດາ​ເຈົ້າ​ໜ້າທີ່​ອາວຸໂສ​ດ້ານ​ພະລັງງານ ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ແລະ ວິຊາ​ການ​ກ່ຽວຂ້ອງ​ທັງ​ພາກ​ລັດ-ເອກະ​ຊົນ ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.

ກອງ​ປະຊຸມ​ໄດ້​ມີ​ການ​ແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ​ລະຫວ່າງ​ເຈົ້າ​ໜ້າທີ່​ອາວຸໂສ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ ໃນ​ການ​ພັດທະນາ​ພະລັງງານ​ໄຟຟ້າ​ນ້ຳຕົກ​ແບບ​ຍືນ​ຍົງ ສົ່ງເສີມ​ການ​ພັດທະນາ​ພະລັງງານ​ທົດ​ແທນ ກໍ່​ຄື​ພະລັງງານ​ໄຟຟ້າ​ນ້ຳຕົກ​ທີ່​ເປັນ​ພະລັງງານ​ທີ່​ສະອາດ ແລະ ສາມາດ​ຊົດ​ເຊີຍ​ການ​ຜະລິດ​ພະລັງງານ​ຈາກ​ນ້ຳມັນ​ເຊື້ອ​ໄຟ ທີ່​ມີ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ ກອງ​ປະຊຸມ​ດັ່ງກ່າວ ຍັງ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພາກສ່ວນ​ອື່ນໆ​ຮັບ​ຮູ້ ແລະ ເຂົ້າໃຈ​ນະໂຍບາຍ​ສົ່ງເສີມ​ການ​ພັດທະນາ​ພະລັງງານ​ຂອງ ​ສປປ ລາວ ຫຼາຍ​ຂຶ້ນ ແນໃສ່​ເຮັດ​ໃຫ້​ມີ​ການ​ຮ່ວມ​ມື ແລະ ລົງທຶນ​ໃນ​ຂະແໜງ​ພະລັງງານ​ຫຼາຍ​ຂຶ້ນ ພ້ອມ​ນີ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຍັງ​ໄດ້​ສະເໜີ​ສະພາບ​ການ​ພັດທະນາ​ພະລັງງານ​ໄຟຟ້າ ແລະ ການ​ແລກປ່ຽນ​ພະລັງງານ​ໃນ​ພາກ​ພື້ນ ນະໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ​ແບບ​ຍືນ​ຍົງ ຍຸດ​ທະ​ສາດ ແລະ ປະສົບ​ການ​ໃນ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ ການ​ພັດທະນາ​ໄຟຟ້າ​ຊົນນະບົດ​ໃນ ​ສປປ ລາວ ການ​ພັດທະນາ​ໄຟຟ້າ​ນ້ຳຕົກ​ດ້ວຍ​ການ​ລະດົມ​ທຶນ​ຜ່ານ​ຕະຫຼາດ​ຮຸ້ນ ຜົນສຳເລັດ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ເທີນ​ຫີນ​ບູນ ແລະ ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2 ນອກ​ນີ້ ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ໄດ້​ໄປ​ຢ້ຽມຢາມ​ເຂື່ອນ​ໄຟຟ້າ​ນ້ຳ​ມັງ 3 ແລະ ນ້ຳ​ງື່ມ 1 ເພື່ອ​ເຫັນ​ຜົນສຳເລັດ​ຕົວ​ຈິງ ຈາກ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່ ​ສປປ ລາວ ດັ່ງນັ້ນ ​ສປປ ລາວ ກໍ່​ຈະ​ໄດ້​ຮ່ວມ​ກັບ​ປະເທດ​ສະມາຊິກ​ຜູ້​ອື່ນໆ ປຶກສາ​ຫາລື​ຮ່ວມ​ກັນ​ແກ້​ໄຂ​ບັນຫາ ແລະ ວາງ​ແຜນ​ພັດທະນາ​ດ້ານ​ພະລັງງານ ໃຫ້​ກົມກຽວ​ກັບ​ກົນ​ໄກ​ການ​ພັດທະນາ​ພະລັງງານ​ຂອງ​ບັນດາ​ປະເທດ​ອາຊີ ໃຫ້​ມີ​ຜົນ​ປະໂຫຍດ​ສູງ​ສຸດ ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະເທດ​ແລ້ວ ຍັງ​ສາມາດ​ສ້າງ​ລາຍ​ຮັບ​ອັນ​ມະຫາສານ​ຈາກ​ການ​ສົ່ງ​ຂາຍ​ໃຫ້​ຕ່າງປະເທດ​ອີກ​ດ້ວຍ.

 

ທີ່ມາ  http://www.vientianemai.net/teen/khao/1/11492

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...