spot_img
Homeມຸມຂ່າວ AECຄວາມພ້ອມກອງປະຊຸມສະພາປະຊາຄົມວັດທະນາທຳ-ສັງຄົມອາຊຽນ

ຄວາມພ້ອມກອງປະຊຸມສະພາປະຊາຄົມວັດທະນາທຳ-ສັງຄົມອາຊຽນ

Published on

     ໃນ​ວັນ​ທີ 5 ກຸມ­ພາ​ຜ່ານ​ມາທີ່ກະ­ຊວງ​ຖະ­ແຫຼງ​ຂ່າວ,ວັດ­ທະ­ນະ­ທຳແລະ​ທ່ອງ​ທ່ຽວໄດ້​ຈັດ​ກອງ​ປະ­ຊຸມ​ປຶກສາ​ຫາ­ລືແລະ​ລາຍ​ງານ​ເຖິງ​ຄວາມ​ພ້ອມ ໃນ​ການ​ເປັນ​ປະ­ທານ​ກອງ​ປະ­ຊຸມ​ສະ­ພາປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນທີ່ ສປປ ລາວ ເປັນ​ເຈົ້າ­ພາບ, ໂດຍ​ການໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ປິ່ນ​ປາດ​ຖະໜາ ພັນ­ທະ​ມາ­ລີ ຫົວ­ໜ້າ​ກົມ​ສື່​ມວນ​ຊົນ, ເຈົ້າ​ໜ້າ­ທີ່ ອາ­ວຸ­ໂສ​ວັດ­ທະ­ນະ­ທຳ-ສັງ­ຄົມ ຂອງ ສປປ ລາວ, ທ່ານ ວົງ​ເທບ ອາ​ທະໄກ​ວັນ​ວາ­ທີ ຮອງ​ເລ­ຂາ­ທິ­ການ​ໃຫຍ່​ອາ ຊຽນ ຮັບ­ຜິດ­ຊອບ​ວຽກ​ງານ​ປະ­ຊາ​ຄົມ​ວັດ ທະ­ນະ​ທຳ-ສັງ­ຄົມ​ອາ​ຊຽນ ພ້ອມ​ດ້ວຍຄະ­ນະ ແລະ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ ຮ່ວມ.

    ທ່ານ ປິ່ນ​ປາດ​ຖະ​ໜາ ພັນ­ທະ​ມາ­ລີ ໄດ້​ຖື​ໂອ­ກາດ​ນີ້​ລາຍ​ງານ​ເຖິງ​ຄວາມ​ພ້ອມ​ໃນ​ການ​ເປັນ​ປະ­ທານ​ກອງ​ປະ­ຊຸມ​ສະ­ພາ​ປະ ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນ​ວ່າ: ໂດຍ​ລວມ​ແລ້ວ ສປປ ລາວ ໄດ້​ກະ­ກຽມ ແຜນ​ບູ​ລິ​ມະ​ສິດ ສຳ­ລັບ​ປີ 2016 ມີ​ທັງ ໝົດ 8 ແຜນ​ບູ​ລິ​ມະ​ສິດ​ຄື: 1 ຜັນ​ຂະ­ຫຍາຍ ວິ­ໄສ​ທັດ​ປະ­ຊາ​ຄົມ​ອາ​ຊຽນ 2025, 2 ຮັດ​ແຄບ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ ພັດ­ທະ­ນາ, 3 ການ​ອຳ­ນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ, 4 ການ​ພັດ­ທະ­ນາ​ວິ ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ, 5 ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ, 6 ການເຊື່ອມ​ຈອດ​ດ້ານ​ການ​ຂົນ­ສົ່ງ ແລະ​ໂລ​ຈິ​ສ ຕິກ, 7 ຖະ­ແຫຼງ­ການ​ວຽງ​ຈັນ ວ່າ​ດ້ວຍ ການ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນ­ຄ່າ (ການ​ປ່ຽນ ແປງ​ເສດ­ຖະ­ກິດ​ໃນ​ລະ­ບົບ​ໃນ​ອາ​ຊຽນ), 8 ສົ່ງ­ເສີມ​ການ​ຮ່ວມ​ມື​ພາກ​ພື້ນ ເພື່ອ​ອະ­ນຸ ລັກ​ປົກ​ປັກ​ຮັກ­ສາ ແລະ​ສົ່ງ­ເສີມ​ມໍ­ລະ­ດົກ ວັດ­ທະ­ນະ­ທຳ​ອາ​ຊຽນ, ທັງ​ໝົດ​ນີ້ ສຳ­ລັບເສົາ­ຄ້ຳ​ວັດ­ທະ­ນະ­ທຳ-ສັງ­ຄົມ ແມ່ນ​ຮັບ​ຜິດຊອບ 2 ແຜນ​ບູ​ລິ​ມະ​ສິດ​ຄື: ຂໍ້ 7 ແລະ​ຂໍ້ 8,ໂດຍ​ມອບ​ໃຫ້​ກະ­ຊວງ​ແຮງ​ງານ​ສະ​ຫວັດ ດີ​ການ​ສັງ­ຄົມ 1 ແຜນ​ບູ​ລິ​ມະ​ສິດ ແລະ ກົມ​ມໍ­ລະ­ດົກ, ກະ­ຊວງ ຖວ​ທ 1 ແຜນບູ​ລິ​ມະ​ສິດ ເປັນ​ເຈົ້າ​ການ​ປະ­ສານ​ງານ​ກັບ ກະ­ຊວງ ແລະ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ໃນ​ການ​ຮ່າງ​ເອ­ກະ­ສານ ຊຶ່ງ​ໃນ​ປະ­ຈຸ​ບັນ ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ລວບ​ລວມ ຂໍ້​ມູນ​ຕ່າງໆ.

ນອກ​ນັ້ນ ລັດ­ຖະ­ບານ ສປປ ລາວ ໄດ້ ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ ແລະ​ຊີ້​ນຳລວມ​ລະ­ດັບ​ຊາດ ແລະ​ໄດ້​ມອບ​ໝາຍ​ໃຫ້ ແຕ່​ລະ​ເສົາ­ຄ້ຳ​ທັງ​ສາມ​ເປັນ​ເຈົ້າ​ການ​ໃນການ​ແຕ່ງ­ຕັ້ງ​ບຸກ​ຄະ­ລາ​ກອນ​ຂອງ​ຕົນ​ເພື່ອຮັບ­ຜິດ­ຊອບ ແລະ​ຈັດ​ຕັ້ງ​ປະ­ຕິ­ບັດ​ກອງ ປະ­ຊຸມ​ທີ່​ກະ­ຊວງ ແລະ​ຂະ­ແໜງ­ການ ຕ່າງໆ​ຈະ​ເປັນ​ເຈົ້າ­ພາບ, ພ້ອມ​ດຽວ​ກັນ ນັ້ນ ກະ­ຊວງ ຖວ​ທ ກໍ​ໄດ້​ກະ­ກຽມ ແລະ ດຳ­ເນີນ​ການ​ແຕ່ງ­ຕັ້ງ​ບຸກ​ຄະ­ລາ​ກອນ ໂດຍ ປະ­ກອບ​ມີ ຜູ້­ຕາງ­ໜ້າ​ຈາກ​ຫຼາຍ​ພາກ ສ່ວນ​ທີ່​ຂຶ້ນ​ກັບ​ເສົາ­ຄ້ຳ​ວັດ­ທະ­ນະ­ທຳ-ສັງ ຄົມ​ອາ​ຊຽນ​ລາວ ເຂົ້າ​ຮ່ວມ​ເພື່ອ​ຮັບ​ຜິດ ຊອບ.

ທ່ານ ປິ່ນ​ປາດ​ຖະ​ໜາ ພັນ­ທະ​ມາ­ລີຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳ­ລັບ​ກອງ​ປະ­ຊຸມເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ໂຊ​ກາ ຄັ້ງ​ທີ 20, ກອງ ປະ­ຊຸມ​ສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ ຄົມ ຄັ້ງ​ທີ 15 ຮອບ​ທີ 1 ຈະ​ໄດ້​ຈັດ​ຂຶ້ນ ທີ່​ແຂວງ​ຫຼວງ​ພະ​ບາງ ໃນ​ລະ­ຫວ່າງ​ວັນທີ 28-31 ພຶດ­ສະ­ພາ 2016 ສ່ວນ ກອງ​ປະ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸດ​ໂສ ໂຊ​ກາ ຄັ້ງ​ທີ 21 ແລະ​ກອງ​ປະ­ຊຸມ ສະ­ພາ​ປະ­ຊາ ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ ຄັ້ງ​ທີ 16 ຮອບ ທີ 2 ຈະ​ໄດ້​ຈັດ​ໃສ່​ວັນ​ທີ 3-6 ກັນ­ຍາ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ໂດຍ​ຈັດ​ຄູ່​ກັບ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 ແລະ29.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...