Homeຂ່າວພາຍ​ໃນອຸຕຸເຕືອນອີກແລ້ວ! ອາກາດຈະເຢັນລົງ 4-6 ອົງສາ ພ້ອມລົມພັດແຮງ ແລະຝົນຕົກທົ່ວປະເທດ

ອຸຕຸເຕືອນອີກແລ້ວ! ອາກາດຈະເຢັນລົງ 4-6 ອົງສາ ພ້ອມລົມພັດແຮງ ແລະຝົນຕົກທົ່ວປະເທດ

Published on

ກົມອຸຕຸນິຍົມແລະອຸທົກກະສາດ ກະຊວງຊັບພະຍາກອນແລະສິ່ງແວດລ້ອມ ໄດ້ອອກແຈ້ງການສະບັບເລກທີ 0095/ກຊສ.ກອຕທ.16 ເລື່ອງ ແຈ້ງເຕືອນໄພອາກາດໜາວ.

ເນື້ອໃນແຈ້ງການລະບຸວ່າ ມວນອາກາດທີ່ໜາວເຢັນຈາກປະເທດຈີນ ໄດ້ເພິ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແພ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ ແລະສົມທົບກັບລົມມໍລະສຸມອາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກຳລັງແຮງປານກາງ ຫາແຮງ ໃນໄລຍະວັນທີ 7-8 ກຸມພາ 2016 ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກ 4-6 ອົງສາ ໃນແຕ່ລະພາກ ພ້ອມທັງມີຝົນຕົກໃນລະດັບຄ່ອຍ ໂດຍສະເພາະເຂດພູສູງ, ພູດອຍ, ບັນດາແຂວງພາກເໜືອ ໄຊສົມບູນ, ເມືອງດາກຈຶງ ແລະພູພຽງບໍລະເວນປາກຊ່ອງອາກາດຈະໜາວເຢັນຫຼາຍ, ສະເພາະເຂດພາກກາງ ຫາພາກໃຕ້ຈະມີລົມພັດແຮງຕາມທ້ອງຖິ່ນ.

ຈຶ່ງແຈ້ງເຕືອນມາຍັງອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນທົ່ວທຸກພາກຂອງປະເທດ ຈົ່ງມີສະຕິລະວັດລະວັງ ແລະໃຫ້ຄວາມອົບອຸ່ນແກ່ຮ່າງກາຍຢ່າງພຽງພໍແລະຖືກວິທີ ໂດຍສະເພາະແມ່ນເດັກນ້ອຍແລະຜູ້ເຖົ້າຈະມີໂອກາດເຈັບປ່ວຍໄດ້ງ່າຍ. ພ້ອມທັງໃຫ້ລະມັດລະວັງອັນຕະລາຍທີ່ຈະເກີດຈາກລົມພັດແຮງເຊັ່ນ ຕົ້ນໄມ້, ອາຄານ ແລະສິ່ງປຸກສ້າງທີ່ບໍ່ແໜ້ນໜາ ອາດຈະຫັກ-ເພພັງໄດ້.

warning

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...