Homeຂ່າວຕ່າງປະເທດຜູ້ນຳທົ່ວໂລກ ປະຊຸມລະດົມທຶນ 9 ຕື້ໂດລາ ຊ່ວຍຜູ້ເຄາະຮ້າຍຈາກໄພສົງຄາມຢູ່ຊີຣີ

ຜູ້ນຳທົ່ວໂລກ ປະຊຸມລະດົມທຶນ 9 ຕື້ໂດລາ ຊ່ວຍຜູ້ເຄາະຮ້າຍຈາກໄພສົງຄາມຢູ່ຊີຣີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ກຸມພາຜ່ານມານີ້ວ່າ ຜູ້ນຳ ແລະ ຜູ້ແທນລັດຖະບານຈາກ 70 ປະເທດທົ່ວໂລກ ໄດ້ປະຊຸມຮ່ວມກັນທີ່ ນະຄອນຫລວງລອນດອນ ປະເທດອັງກິດ ເພື່ອຫາລືແຜນການຊ່ວຍເຫລືອ ດ້ານເສດຖະກິດ ແລະ ການສຶກສາ ແກ່ຜູ້ປະສົບເຄາະຮ້າຍ ຈາກໄພສົງຄາມກາງເມືອງຢູ່ຊີຣີ ທີ່ມີກ່ວາ 4.6 ລ້ານຄົນ ເຂົ້າໄປລີ້ໄພຢູ່ຕາມປະເທດໃກ້ຄຽງ ໂດຍກອງປະຊຸມຕັ້ງເປົ້າ ຈະລະດົມເງິນຊ່ວຍເຫລືອໃຫ້ໄດ້ເຖິງ 9 ຕື້ໂດລາ ຕາມເປົ້າໝາຍທີ່ອົງການສະຫະປະຊາຊາດວາງໄວ້ ໃນນີ້ລັດຖະບານອັງກິດ ໄດ້ປະກາດຈະໃຫ້ເງິນຊ່ວຍເຫລືອແລ້ວ 1.74 ຕື້ໂດລາ.

ກອງປະຊຸມດັ່ງກ່າວນີ້ ມີຂຶ້ນໃນລະຫວ່າງການເຈລະຈາສັນຕິພາບຊີຣີ ຢູ່ເຊີແນວ ປະເທດສະວິດ ຊຶ່ງຢຸດສະງັກ ແລະ ບໍ່ມີຄວາມຄືບໜ້າໃດໆ ໂດຍຈະມີການຈັດປະຊຸມຄືນໃໝ່ ໃນວັນທີ 25 ກຸມພາຈະມາເຖິງນີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...