Homeຂ່າວພາຍ​ໃນເບຍລາວ ນໍາສະເໜີຜະລິດຕະພັນ ເຄື່ອງດື່ມຊື່ດັງຈາກເອີຣົບ ໃນເຄືອກຸ່ມຄາວສເບີກ ມາຈຳໜ່າຍໃນລາວ!

ເບຍລາວ ນໍາສະເໜີຜະລິດຕະພັນ ເຄື່ອງດື່ມຊື່ດັງຈາກເອີຣົບ ໃນເຄືອກຸ່ມຄາວສເບີກ ມາຈຳໜ່າຍໃນລາວ!

Published on

ຂປລ. ບໍລິ​ສັດ ​ເບຍ​ລາວ ຈໍາກັດ ​ໄດ້ນໍາ​ສະ​ເໜີ​ຜະລິດ​ຕະພັນ​ເຄື່ອງ​ດື່ມ ​ໃນ​ເຄືອຂອງ​ກຸ່ມຄາວ​ສ​ເບີກ  Somer sby ​ແລະ Kronenbourg 1664 ​ທີ່​ຈະ​ໄດ້​ນໍາ​ເຂົ້າ​ມາ​ວາງຈໍາໜ່າຍທີ່ ສປປ ລາວ ໃຫ້​ແກ່​ລູກ​ຄ້າ​ໃນ​ກຸ່ມ​ເປົ້າ​ໝາຍໃນ​ທ້ອງ​ຕະຫລາດຢູ່ 200 ກວ່າ​ຮ້ານ. ​ເບື້ອງ​ຕົ້ນ ​ແມ່ນ​ຢູ່ນະຄອນຫລວງ​ວຽງ​ຈັນ ​ແລະ ຫລວງ​ພະ​ບາງ. ​ ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 4 ກຸມພານີ້​ ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ທ່ານ ກິດສະໜາ ວົງ​ໄຊ ຜູ້​ອໍານວຍ​ການ​​ໃຫຍ່ບໍລິສັດ ​ເບຍ​ລາວ ຈໍາກັດ, ມີ​ບັນດາ​ຮອງ​ຜູ້​ອໍານວຍ​ການ, ພ້ອມດ້ວຍ​​ແຂກ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

ທ່ານ ​ຜູ້​ອໍານວຍ​ການ​​ໃຫຍ່ ບໍລິສັດ​ເບຍ​ລາວ ຈໍາກັດ ກ່າວ​ວ່າ: ​ເພື່ອ​ເຮັດ​ໃຫ້ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ ​ເບຍ​ລາວ ຈໍາກັດ ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ເສດຖະກິດ​ສັງຄົມ ​ແລະ ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ມີ​ທາງ​ເລືອກ​ຫລາຍ​ຂຶ້ນ,ທັງ​ເປັນ​ການ​ຕອບ​ສະໜອງ​ຄວາມຕ້ອງການ ​ຕໍ່​ກຸ່ມ​ຜູ້​ບໍລິ​ໂພ​ກ​ໃນ​ຍຸກ AEC  ສະ ​ນັ້ນ, ບໍລິສັດ​ເບຍ​ລາວ ຈໍາກັດ ​ໄດ້​ນໍາ​ເຂົ້າ​ຜະລິດ​ຕະພັນ​ໃໝ່​ທີ່​ມີ​ຕົ້ນ​ກໍາ​ເນີ​ດຈາກ​ເອີຣົບ ທີ່​ເປັນ​ຜະລິດ​ຕະພັນ Premium ລະດັບ​ສາກົນ ທີ່​ນອນ​ຢູ່​ໃນ​ເຄືອ​ຜະລິດ​ຕະພັນ​ຂອງ​ກຸ່ມ ຄາວ​ສ​ເບີກ.

 ສໍາລັບ​ຜະລິດ​ຕະພັນ Somersby ມີ​ຕົ້ນ​ກໍາ​ເນີ​ດມາ​ຈາກ​ປະ​ເທດ​ເດັນ​ມາກ ​ແລະ ​ເປັນ​ຜະລິດ​ຕະພັນ Cifer ທີ່​ຂາຍດີ​ທີ່​ສຸດ​ໃນ​ກຸ່ມ​ຜະລິດ​ຕະພັນ​ໃນ​ເຄືອ​ຂອງ Carlsberg ທີ່​ມີ​ອັດຕາ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ ​ໃນ​ປີ 2014. Somersby ​​ເປັນ​ເຄື່ອງ​ດື່ມ​ທີ່​ຜະລິດ​ຈາກ​ໝາກ Apple  ດື່ມ​ງ່າຍ​ໃຫ້​ ລົດ​ຊາດ​ດີ ​ແລະ ເປັນ​ເຄື່ອງ​ດື່ມ​ທີ່​ໄດ້​ຮັບ​ຄວາມ​ນິ ຍົມ​ຫລາຍ​ໃນ​ບັນດາ​ປະ​ເທດ​ເອີຣົບ ​ແລະ ​ມີ​ຈໍາ​ໜ່າຍ​ ​ໃນ​ຫລາຍ​ກວ່າ 50 ປະ​ເທດ​ທົ່ວ​ໂລກ.

Kronenbourg 1664 ມີ​ຕົ້ນ​ກໍາ​ເນີ​ດຈາກ​ປະ​ເທດ​ຝຣັ່ງ ​ເປັນ​ເບຍ​ຍີ່​ຫໍ້​ອັນ​ດັບ 5 ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ໂລກ ​ທີ່​ຍັງ​ຄົງ​ມີ​ຂາຍ. Kronenbourg 1664 ທີ່​ບໍລິສັດ​ເບຍ​ລາວ​ນໍາ​ເຂົ້າ​ມາ​ຈໍາໜ່າຍ​ມີ 2 ປະ​ເພດ ​ຄື: Kronenbourg 1664 Blanc ​ເປັນ​ເບຍທີ່​ຜະລິດ​ມາ​ຈາກ​ເຂົ້າສາລີ ​ແລະ ​ເຂົ້າ​ມ່ານ(Wheat ​ແລະ Barley Malt) ມີ​ສ່ວນ​ປະສົມ​ທາດ​ເຫລົ້າ 5%; ສ່ວນ Kronenbourg 1664 Larger ​ເປັນ​ເບຍ​ທີ່​ຜະລິດ​ມາ​ຈາກ​ເຂົ້າ​ມ່ານ (Barley Malt) ມີ​ສ່ວນ​ປະສົມ​ຂອງ​ທາດ​ເຫລົ້າ 5% ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...