spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສູນກາງ ຊປປລ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສູນກາງ ຊປປລ

Published on

ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ (​ຊປປລ) ໄດ້​ຈັດພິທີມອບ-ຮັບໜ້າທີ່​ລະຫວ່າງສະຫາຍ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະ​ບໍລິຫານ​ງານ​ສູນກາງ ​ຊປປລ ສະໄໝ​ທີ VI (ຜູ້​ເກົ່າ) ແລະ ສະຫາຍ ​ດຣ. ສອນ​ທະນູ ທຳ​ມະ​ວົງ ເລຂາ​ຄະນະ​ບໍລິຫານ​ງານສູນ​ກາງ ​ຊປປລ ສະໄໝ​ທີ VII (ຜູ້​ໃໝ່) ຂຶ້ນ​ໃນ​ວັນ​ທີ 1 ກຸມພາ 2016 ຜ່ານ​ມາ ​ທີ່​ສູນກາງ​ຊາວ​ໜຸ່ມ ​ປປ ລາວ ໂດຍການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານຂອງ​ສະຫາຍ ຈັນ​ສີ ໂພ​ສີຄຳ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ຄະນະ​ເລຂາທິການ​ສູນກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນກາງ​ພັກ ມີ​ບັນດາ​ຄະນະ​ພັກ​ຄະນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ ​ຊປປລ ເຂົ້າ​ຮ່ວມ.

ທ່ານ ທອງ​ວັນ ທຳ​ມະ​ວົງ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກ່າວ​ວ່າ: ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ໃນ​ໄລຍະ​ໃໝ່ ອີງໃສ່​ຄຳ​ສັ່ງ​ແນະນຳຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ເລກ​ທີ 28/​ກມສພ ລົງ​ວັນ​ທີ 16/12/2015 ວ່າ​ດ້ວຍ​ການຍົກຍ້າຍ​ພະນັກງານ​ການ​ນຳ​ຂັ້ນສູງ ​ໄປ​ຮັບ​ໜ້າທີ່​ໃໝ່ ​ອີງ​ຕາມ​ການຕົກລົງ​ເຫັນ​ດີ​ກອງ​ປະຊຸມ​ຮ່ວມຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ກັບ​ຄະນະ​ເລຂາທິການ​ສູນ​ກາງພັກ ຄັ້ງ​ວັນ​ທີ 27 ພະຈິກ 2015 ກົມ​ການເມືອງ​ສູນ​ກາງ​ພັກ ຍົກຍ້າຍສະຫາຍ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະ​ພັກ ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ຊປປລ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ສະພາແຫ່ງ​ຊາດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...