Homeມຸມຂ່າວ AECອາຊຽນ ກຽມແຜນວຽກບຸລິມະສິດ ວ່າດ້ວຍສິດທິມະນຸດ

ອາຊຽນ ກຽມແຜນວຽກບຸລິມະສິດ ວ່າດ້ວຍສິດທິມະນຸດ

Published on

ສປປ ລາວ ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ ຄັ້ງ​ທີ 20 ຂອງ​ຄະນະກຳມາ​ທິ​ການ ລະຫວ່າງລັດຖະ​ບານ​ອາ​ຊຽນ ວ່າ​ດ້ວຍ​ສິດທິມະນຸດ (ASEAN Intergovernmental Commission on Human Rights ຫຼື AICHR) ເຊິ່ງ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ແຜນ​ການຈັດຕັ້ງ​ປະຕິບັດ​ແຜນ​ວຽກ 5 ປີ (2016-2020) ໂດຍ​ສະເພາະແມ່ນ ການຈັດຕັ້ງ​ປະຕິບັດ​ແຜນ​ວຽກ​ບຸລິ​ມະ​ສິດ ໃນ​ສົກ​ປີ 2016 ຂອງ​ຄະນະ​ກຳມາ​ທິ​ການ​ລະຫວ່າງ​ລັດ​ຖະບານ​ອາ​ຊຽນ ວ່າ​ດ້ວຍ​ສິດທິ​ມະນຸດ ເຊິ່ງ​ເປັນ​ຫົວຂໍ້​ລິ​ເລີ່ມ​ຂອງບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ເປັນຕົ້ນ​ແມ່ນ ກອງ​ປະຊຸມ​ສຳ​ມະນາ ແລະ ການ​ເຮັດ​ບົດ​ສຶກ​ສາຄົ້ນຄວ້າ​ກ່ຽວ​ກັບ​ສິດ​ໃນ​ການ​ສຶກສາ ສິດ​ໃນ​ການ​ມີ​ຊີວິດ ລະບົບຍຸຕິ​ທຳ​ສຳລັບ​ເດັກ ສິດທິ​ມະນຸດ ແລະ ການ​ຕ້ານ​ການ​ຄ້າ​ມະນຸດຢູ່​ອາ​ຊຽນ ຄວາມ​ຮັບຜິດຊອບຂອງ​ບໍລິສັດ​ຕໍ່​ສັງຄົມ​ສື່​ມວນ​ຊົນ ແລະ ອື່ນໆ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...