Homeຂ່າວເຫດການຮອງນາຍົກລັດຖະມົນຕີ ຕ້ອນຮັບເລຂາທິການໃຫຍ່ອາຊຽນ ເດີນທາງມາເຮັດວຽກຢູ່ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບເລຂາທິການໃຫຍ່ອາຊຽນ ເດີນທາງມາເຮັດວຽກຢູ່ ສປປ ລາວ

Published on

ຂປລ. ​ໃນ​ວັນ​ທີ 4 ກຸມພານີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະ​ມົນຕີ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ ​ຂອງ​ທ່ານ ​ເລ ​ເລື່ອ​ງມິນ ​ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ສປປ ລາວ ​​ໃນວັນ​ທີ 4-5 ກຸມພານີ້.

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ຂອງ​ທ່ານ  ​ ເລ​ ເລື່ອ​ງມິນ ​ແລະ ​ຄະນະ ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ການ​ຊ່ວຍ​ເຫລືອ​ຢ່າງ​ຕໍ່​ເນື່ອງ​ຂອງ​ກອງ​ເລຂາ​ອາ​ຊຽນ ຕໍ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ທາງ​ດ້ານ​ເນື້ອ​ໃນ ​ແລະ ການ​ປະສານ​ງານ ລະຫວ່າງ ອົງ​ກອນ ຫລື ກົນ​ໄກ​ຕ່າງໆ​ຂອງອາ​ຊຽນ ລວມທັງ​ການ​ສະໜັບສະໜູນ​ຊ່ວຍ​ເຫລືອ ສປປ ລາວ​ ໃນ​ການ​ເປັນ​ປະທານ​ອາ​ຊຽນ ຄັ້ງ​ທໍາ​ອິດ​ໃນ​ປີ 2004-2005.

ທ່ານ ເລ ​ເລື່ອ​ງມິນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ທ່ານ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ໃຫ້​ກຽດ​ສະຫລະ​ເວລາ ຕ້ອນຮັບຢ່າງ​ອົບ​ອຸ່ນ​ໃນຄັ້ງ​ນີ້, ພ້ອມ​ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ການ​ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນ ຂອງສປປ ລາວ ຄັ້ງ​ທີ​ສອງ ​ເຊິ່ງ​ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນສຳລັບ​ອາ​ຊຽນ ​ແລະ ຢືນຢັນ​ວ່າ ກອງ​ເລຂາ​ອາ​ຊຽນ ພ້ອມ​ໃຫ້ການ​ສະໜັບ​ສະໜູນ ​ແລະ ຊ່ວຍ​ເຫລືອ ​ໃນ​ການ​ເປັນ​ປະທານ​ອາຊຽນຂອງ​ ສປປ ລາວ  ​ເພື່ອ​ຜົນສຳ​ເລັດ​ອັນ​​ໃຫຍ່ຫລວງ​ກວ່າ​ເກົ່າ​ຂອງ​ອາ​ຊຽນ ​ໃນ​ປີ 2016 ​ແລະ ​ໃນ​ຊຸມ​ປີ​ຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...