spot_img
Homeຂ່າວການພັດທະນາຂົວຂ້າມນໍ້າງື່ມ ບ້ານນາບົງ-ທ່າກົກໄຮ ຂອງຂວັນປະທານກຸ່ມບໍລິສັດລາວເວີນ ລົງມືກໍ່ສ້າງແລ້ວ!

ຂົວຂ້າມນໍ້າງື່ມ ບ້ານນາບົງ-ທ່າກົກໄຮ ຂອງຂວັນປະທານກຸ່ມບໍລິສັດລາວເວີນ ລົງມືກໍ່ສ້າງແລ້ວ!

Published on

ຂປລ. ເລີ່ມລົງມືກໍ່ສ້າງຂົວຂ້າມນໍ້າງື່ມ ລະຫວ່າງບ້ານນາບົງ-​ທ່າກົກໄຮ ຢູ່ເມືອງປາກງື່ມຢ່າງ​​ເປັນທາງການ ພາຍຫລັງກຸ່ມບໍລິສັດລາວເວີນ ຮ່ວມກັບນະຄອນຫລວງວຽງຈັນ, ຈັດພິທີວາງສີລາເລີກໂຄງການກໍ່ສ້າງຂົວດັ່ງກ່າວ ໃນວັນທີ 5 ກຸມພານີ້ ຢູ່ບ້ານດັ່ງກ່າວໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສີນລະວົງ ຄຸດໄພທູນເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນວ່າການກະຊວງໂຍທາກິການແລະ ຂົນສົ່ງ, ທ່ານ ສັກໄຊ ວົງມາລາສິດ ປະທານ​ກຸ່ມ​ບໍລິສັດ​ລາວ​ເວີນ, ພ້ອມ​ບັນດາ​ແຂກທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​ໂຄງການ​ກໍ່ສ້າງຂົວ​ແຫ່ງ​ດັ່ງກ່າວ ຈະ​ຈັດ​ຕັ້ງ​ປະຕິບັດດໍາ​ເນີນ​ການ​ກໍ່​ສ້າງ​ນັບ​ແຕ່​ມື້​ລົງມື​ວາງ​ສີ​ລາ​ ເລີກ​​ເປັນ​ຕົ້ນ​ໄປ​ລວມ 24 ​ເດືອນ​ ຈະ​ສໍາ​ເລັດ, ມີມູນ​ຄ່າ​ການ​ກໍ່ສ້າງທັງ​ໝົດປະມານ 100 ​ຕື້​ກວ່າກີບ, ມີ​ຄວາມຍາວ 230 ກວ່າ​​ແມັດ.

ທ່ານ ສັກໄຊ ວົງມາລາສິດ ປະທານ​ ກຸ່ມ​ບໍລິສັດ​ລາວ​ເວີນ​ ກ່າວ​ວ່າ: ຂົວ​ແຫ່ງ​ນີ້​ມີ​ຄວາມ​ສໍາຄັນ​ຫລາຍທີ່ສຸດ ເຊິ່ງບໍ່​ພຽງ​ແຕ່ຈະ​​ອໍານວຍ​ຄວາມ​ສະດວກສະບາຍ​​ ໃຫ້​ພໍ່​ແມ່​ປະຊາຊົນ, ນັກ​ຮຽນ​ນັກ​ສຶກສາ ​ແລະ ທຸກ​ຊັ້ນ​ຄົນ​​​ໃຊ້​ສັນຈອນ​ໄປມາ, ແຕ່​ຍັງ​ຊ່ວຍ​ຊຸກ​ຍູ້ການພັດທະນາ​ເສດຖະກິດ-ສັງຄົມ​ ລະຫວ່າ​ງ​ເມືອງ, ນະຄອນຫລວງ ​ແລະ ​ເມືອງ​ອ້ອມ​ຂ້າງ ​ເນື່ອງ​ຈາກ​​ຂົວ​ແຫ່ງ​ດັ່ງກ່າວ, ​ສາມາດ​ເຊື່ອມ​ຈອດ​ກັບ​ເສັ້ນທາງ​ 13 ​ໃຕ້ ​ຈະ​ອຳນວຍ​ຄວາມ​ສະດວກ, ປະຢັດ​ເວລາ​ໃນ​ການ​​ເດີນທາງ ສິ່ງ​ສຳຄັນຈະເຮັດ​ໃຫ້​ປະຊາຊົນ ​ແລະ ​ຊາວ​ຄ້າຂາຍ​ຫັນ​ມາ​ໃຊ້​ຂົວ​​ແຫ່ງ​ນີ້ຫລາຍ​ຂຶ້ນ​ ໃນ​ການ​ຂົນ​ສົ່ງ​ສິນຄ້າ​ ​ແລະ ຜົນ​ຜະລິດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...