spot_img
Homeມູມໄອທີລາວພາບເຣນເດີ້ໃໝ່ຂອງ Lumia 650 ດ້ວຍຮູບຊົງທີ່ສວຍງາມ

ພາບເຣນເດີ້ໃໝ່ຂອງ Lumia 650 ດ້ວຍຮູບຊົງທີ່ສວຍງາມ

Published on

ໃນຊ່ວງໄລຍະທີ່ຜ່ານມາຈະມີຂ່າວຫຼຸດກ່ຽວກັບ Lumia 650 ອອກມາຢ່າງຕໍ່ເນື່ອງ (ແຕ່ບໍ່ໄດ້ຂຽນໃຫ້ອ່ານ ^^) ເຊິ່ງໜຶ່ງໃນນັ້ນລວມໄປເຖິງພາບເຣນເດີ້ຂອງໂຕເຄື່ອງແລະສະເປັກອີກນຳ.

ໃນມື້ນີ້ເອງຈະມາສະຫຼຸບຂ່າວຫຼຸດທີ່ອອກມາວ່າມີຫຍັງແດ່ກ່ຽວກັບ Lumia 650 ພ້ອມກັັບພາບເຣນເດີ້, ກ່ອນທີ່ Microsoft ຈະປະກາດກ່ຽວກັບໂທລະສັບລຸ້ນດັ່ງກ່າວໃນງານເປີດໂຕ

image

ສຳລັບສະເປັກຂອງ Lumia 650 ມີດັ່ງນີ້:

– ໃຊ້ຊິບປະມວນຜົນ Qualcomm MSM8909 Snapdragon 210 ຫຼື Qualcomm MSM8909v2 Snapdragon 212

– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720p (HD)

– RAM 1 GB

– ພື້ນທີ່ຈັດເກັບ 8 GB

– ແບັດເຕີຣີ 2000 mAh

– ຮອງຮັບ Glance Screen

– ສາມາດເພີ່ມ microSD

ສຳລັບ Lumia 650 ແມ່ນຈະເນັ້ນໄປໃນກຸ່ມລູກຄ້າທຸລະກິດເປັນສ່ວນໃຫຍ່, ຄາດວ່າຈະເປີດໂຕໃນລາຄາ €220 (2.000.000 ກີບ). ແລະຄາດວ່າທາງ Microsoft ຈະປະກາດກ່ຽວກັບໂທລະສັບລຸ້ນດັ່ງກ່າວໃນວັນທີ 15 ກຸມພານີ້.

ທີ່ມາ:wmpoweruser

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...