Homeຂ່າວພາຍ​ໃນສ ເກົາຫຼີ ເປີດແຜນການກະຕຸ້ນເສດຖະກິດ

ສ ເກົາຫຼີ ເປີດແຜນການກະຕຸ້ນເສດຖະກິດ

Published on

     ສ ເກົາ­ຫຼີ ເປີດແຜນ​ມາດຕະ­ການກະຕຸ້ນເສດ­ຖະ­ກິດຊຸດໃໝ່ເພື່ອກະຕຸ້ນເສດ­ຖະ­ກິດທີ່ໄດ້ຮັບຜົນກະ­ທົບຈາກການສົ່ງອອກທີ່ຫຼຸດລົງຢ່າງໜັກ ແລະ ໄວ​ໜຸ່ມມີອັດ­ຕາການວ່າງວຽກສູງ​ຂຶ້ນ.

     ກະ­ຊວງ​ກະ­ຊວງ​ການ​ເງິນ​ສ ເກົາ­ຫຼີ​ຖະ­ແຫຼງ​ຂ່າວ​ໃນ​ວັນ 03 ກຸມ­ພາ​ທີ່​ຜ່ານ​ມາ​ວ່າ ລັດ­ຖະ­ບານ​ຈະ​ລະ­ດົມ​ເຄື່ອງ­ມື ແລະ ຊັບ­ພະ­ຍາ­ກອນ​ທີ່​ມີ​ຢູ່​ທັງ​ໝົດ​ເພື່ອ​ສົ່ງ­ເສີມ​ການ​ບໍ­ລິ­ໂພກ​ພາຍ​ໃນ​ປະ­ເທດ ແລະ ການ​ສົ່ງ​ອອກ​ໃນ​ໄຕ​ມາດ​ທຳ​ອິດ​ທີ່​ສິ້ນ​ສຸດ​ໃນ​ເດືອນ​ມີ­ນາ ແລະ ເພື່ອ​ສົ່ງ­ເສີມ​ການ​ຈ້າງ​ວຽກ​ໃໝ່ ໂດຍ​ຈະ​ຈັດ​ສັນ​ງົບ­ປະ­ມານ​ລັດ­ຖະ­ບານ ແລະ ສິນ​ເຊື່ອ​ດອກ​ເບ້ຍ​ຕ່ຳ​ໃຫ້​ແກ່​ຂະ­ແໜງ​ທຸ­ລະ​ກິດ​ຕື່ມ​ອີກ 21,5 ພັນ​ຕື້​ວອນ ເພີ່ມ​ການ​ໃຊ້​ຈ່າຍ​ພາກ​ລັດ​ອີກ 6 ພັນ​ຕື້​ວອນ ເພີ່ມ​ການ​ປ່ອຍ​ສິນ​ເຊື່ອ​ດອກ​ເບ້ຍ​ຕ່ຳ​ໃຫ້​ແກ່​ຂະ­ແໜງ​ທຸ­ລະ​ກິດ 15,5 ພັນ​ຕື້​ວອນ ແລະ ຂະ­ຫຍາຍ​ໂຄງ ການ​ຫຼຸດ​ພາ­ສີ​ບໍ­ລິ­ໂພກ​ລົດ​ສ່ວນ​ບຸກ­ຄົນ​ລົງ 1,5% ໄປ​ຈົນ​ເຖິງ​ທ້າຍ​ເດືອນ​ມິ­ຖຸ­ນາ​ຈາກ​ເດີມ​ທີ່​ສິ້ນ​ສຸດ​ໃນ​ເດືອນ​ທັນ­ວາ​ປີ​ທີ່​ຜ່ານ​ມາ.

ທ່ານ ລີ ຊານ​ວູ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ເງິນ​ກ່າວ​ວ່າ ທາງ​ການ​ຄາດ​ວ່າ ມາດ​ຕະ­ການ​ນີ້​ຈະ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເສດ­ຖະ­ກິດ​ໄຕ​ມາດ​ທຳ​ອິດ​ເຕີບ​ໂຕ​ໄດ້ 0,2% ເພື່ອ​ສົ່ງ​ຜົນ​ຕໍ່​ເນື່ອງ​ໄປ​ຍັງ​ໄຕ​ມາດ​ອື່ນໆ ຫຼັງ​ຈາກ​ທະ­ນາ­ຄານ​ກາງ​ສ ເກົາ­ຫຼີ​ປັບ​ຫຼຸດ​ຄາດ​ການ​ຂະ­ຫຍາຍ­ຕົວ​ຂອງ​ຕົວ​ເລກ​ລວມ​ຜະ­ລິດ​ຕະ​ພັນ​ລວມ​ພາຍ​ໃນ (ຈີ​ດີ​ພີ) ປີ​ນີ້​ຈາກ 3,2% ເຫຼືອ 3,0% ເພາະ​ເຫັນ​ສັນ­ຍານ​ຫົດ​ຕົວ​ໃນ​ສປ ຈີນ ຊຶ່ງ​ເປັນ​ຕະ­ຫຼາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ປະ­ເທດ.

ປີ 2015 ທີ່​ຜ່ານ​ມາ ເສດ​ຖະ​ກິດ​ສ ເກົາ­ຫຼີ​ຂະ­ຫຍາຍ­ຕົວ​ຕ່ຳ​ສຸດ​ນັບ​ຕັ້ງ­ແຕ່​ປີ 2012 ເນື່ອງ​ຈາກ​ການ​ສົ່ງ​ອອກ​ຊຶ່ງ​ຄວບ​ຄຸມ​ອັດ­ຕາ​ສ່ວນ​ຈີ​ດີ​ພີ​ປະ­ເທດ​ກວ່າ​ເຄິ່ງ​ໜຶ່ງ​ຫຼຸດ​ລົງ​ເຖິງ 8% ຫົດ​ຕົວ​ຄັ້ງ​ທຳ​ອິດ​ໃນ​ຮອບ 3 ປີ ຫຼ້າ​ສຸດ​ເດືອນ​ມັງ­ກອນ​ປີ​ນີ້​ການ​ສົ່ງ​ອອກ​ຫຼຸດ​ເຖິງ18,5% ຈາກ​ເດືອນ​ດຽວ​ກັນ​ຂອງ​ປີ​ກ່ອນ ຖື​ວ່າ​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ​ໃນ​ຮອບ​ກວ່າ 6 ປີ (ຕາມ​ຂ່າວ​ຕ່າງ­ປະ­ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...