Homeຂ່າວພາຍ​ໃນຟຟລ ຈົກ​ງົບ 6 ຕື້​ກວ່າ​ກີບ ປັບ­ປຸງ​ເຂື່ອນ​ນ້ຳ​ດົງ

ຟຟລ ຈົກ​ງົບ 6 ຕື້​ກວ່າ​ກີບ ປັບ­ປຸງ​ເຂື່ອນ​ນ້ຳ​ດົງ

Published on

 

ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ສາ­ຂາ​ແຂວງ​ຫຼວງ​ພະ​ບາງ​ຈົກ​ງົບ 6 ຕື້​ກວ່າ​ກີບ​ເພື່ອ​ປັບ­ປຸງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ດົງ​ທີ່​ຕັ້ງ​ຢູ່​ບ້ານ​ຊາດ ເມືອງ​ຫຼວງ​ພະ​ບາງ ແລະ​ໄດ້​ເລີ່ມ​ລົງ­ມື​ມາ​ແຕ່​ວັນ​ທີ 17 ສິງ­ຫາ 2015 ໜ້າ​ວຽກ​ໂດຍ​ລວມ​ມາ​ຮອດ​ປະ­ຈຸ​ບັນ​ແມ່ນ​ສຳ­ເລັດ 90% ແລ້ວ, ຄາດ​ຈະ​ໃຫ້​ສຳ­ເລັດ ແລະ​ແລ່ນ​ເຄື່ອງ​ຈັກ​ພາຍ​ໃນ​ທ້າຍ​ເດືອນ​ກຸມ­ພາ​ນີ້, ລວມ​ມູນ​ຄ່າ​ການ​ສ້ອມ­ແປງ​ຄັ້ງ​ນີ້​ມີ 6 ຕື້​ກວ່າ​ກີບ.

ທ່ານ ຟອງ​ປະ­ສິດ ເພັດ​ສີ​ສຸກ ຫົວ­ໜ້າ​ບໍ­ລິ­ສັດລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ສາ­ຂາ​ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ສຳ   ພາດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ​ປະ­ຈຳ​ແຂວງ​ໃນ​ວັນ​ທີ 2 ກຸມ­ພາ​ນີ້​ຮູ້​ວ່າ: ຈຸດ­ປະ­ສົງ​ໃນ​ການ​ປັບ­ປຸງ​ຄັ້ງ​ໃຫຍ່​ຄືນ­ໃໝ່ ຂອງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ດົງ​ຄັ້ງ​ນີ້ ຍ້ອນເຂື່ອນ​ດັ່ງ­ກ່າວ​ໄດ້​ຊຸດ­ໂຊມ​ເປ​ເພ​ຫຼາຍ​ຕາມ​ການ​ເວ­ລາ​ພາຍ­ຫຼັງ​ທີ່​ໄດ້​ສ້າງ​ມາ ແຕ່​ໃນ​ປີ 1970 ແລະ​ສຳ­ເລັດ​ໃນ​ປີ 1972 ປະ­ກອບ​ມີ 3 ເຄື່ອງ​ຈັກ, ເພື່ອ​ສະ­ໜອງ​ໄຟ­ຟ້າ​ຮັບ​ໃຊ້​ໃຫ້​ແກ່​ເຈົ້າ​ນາຍ​ລະບອບ​ເກົ່າ ໂດຍ​ສະ­ເພາະ​ແມ່ນ​ຢູ່​ພາຍ​ໃນເມືອງ​ຫຼວງ​ພະ​ບາງ​ເທົ່າ​ນັ້ນ, ມີ​ຜູ້​ໄດ້​ຊົມໃຊ້​ພຽງ 3 ພັນ​ຄອບ­ຄົວ ແລະ​ນັບ​ຈາກ​ປະ­ເທດ​ລາວ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ທາງ​ແຂວງ​ຈິ່ງ​ໄດ້​ມີ​ການ​ຂະ­ຫຍາຍ​ໄຟ­ຟ້າ​ໃຊ້​ໃຫ້​ປະ­ຊາ­ຊົນ​ໄດ້​ຊົມ­ໃຊ້​ເພີ່ມ​ຂຶ້ນ​ອີກ​ຈິ່ງ​ບໍ່​ສາ­ມາດ​ສະ­ໜອງ​ໄຟ­ຟ້າ​ໄດ້​ຢ່າງ​ພຽງ­ພໍ ຈິ່ງ​ໄດ້​ໃຊ້​ຈັກ​ນ້ຳ­ມັນ​ເພີ່ມ​ຈົນ​ມາ​ຮອດ​ປີ 1985 ການ​ຊົມ­ໃຊ້​ໄຟ­ຟ້າ​ໄດ້​ປ່ຽນ​ກັນ​ໃຊ້​ແບບ​ຄຸ້ມ​ບ້ານ, ຫາກ​ເປີດ​ໃຫ້​ບ້ານ​ໜຶ່ງ​ໃຊ້​ແລ້ວ​ອີກ​ບ້ານ​ໜຶ່ງ​ຕອ້ງ​ໄດ້​ມອດ​ເພາະ​ກະ­ແສ​ໄຟ­ຟ້າ​ສະ­ໜອງ​ບໍ່​ພຽງ­ພໍ.

ຈາກ​ສະ­ພາບ​ຄື​ດັ່ງ­ກ່າວ​ທາງ​ໄຟ­ຟ້າ​ສາ­ຂາ​ຫຼວງ​ພະ​ບາງ​ຈິ່ງ​ໄດ້​ສະ­ເໜີ​ຂໍ​ງົບ­ປະ­ມານ 6 ຕື້​ກວ່າ​ກີບ​ເພື່ອ​ປັບ­ປຸງ​ໄໝ່ ຊຶ່ງ​ໜ້າ​ວຽກ​ຕ້ອງ​ປະ­ຕິ­ບັດ​ມີ​ຄື: ມ້າງ ຕູ້​ຄອນ​ໂທນ​ຕ່າງໆ​ພາຍ​ໃນ​ໂຮງ​ຈັກ, ຮື້​ຖອນ​ສາຍ​ເຄ​ໂບ​ອອກ​ຈາກ​ຮອງ​ສາຍໄຟ​ຕາມ​ຕູ້ Control ຕ່າງໆ, ປ່ຽນ​ທູ​ບາຍ​ຂອງ​ຈັກ​ເບີ 1 ອອກ​ເພາະ­ວ່າ​ມີ​ການ​ກັດ​ເຊາະ​ຂອງ​ນ້ຳ, ອະ­ນາ­ໄມ Generator ອົບ​ຄືນ­ໃໝ່​ທັງ 3 ໜ່ວຍ, ຕິດ​ຕັ້ງ​ຕູ້ control CB 0,4 KV ຂອງ​ຈັກ​ທັງ 3 ເຄື່ອງ, ຕິດ​ຕັ້ງ control CB 22 KV, ຕິດ​ຕັ້ງ​ຕູ້ ສະ​ປີດ ໂກ​ເວິນ​ນໍ​ຂອງ​ຈັກ​ທັງ 3 ເຄື່ອງ, ຕິດ​ຕັ້ງ​ຕູ້​ໄຟ DCV power Supply, ຕິດ​ຕັ້ງ ໝໍ້​ໄຟ 60 ຫນ່ວຍ ພ້ອມ​ເດີນ​ສາຍ​ເຄ​ໂບ​ເຂົ້າ​ຫາ​ຕູ້ control ຕ່າງໆ​ພາຍ​ໃນ​ໂຮງ ຈັກ, ເຂົ້າ​ຫາ​ຕູ້ CB 22 KV, ຕູ້ Generator ທັງ 3 ໜ່ວຍ ແລະ ແບັດ​ເຕີ​ຣີ 60 ໜ່ວຍ.

ທ່ານ​ຍັງ​ກ່າວ​ໃຫ້​ຮູ້​ຕື່ມ​ວ່າ ນັບ​ແຕ່​ໄດ້ ເລີ່ມ​ລົງ­ມື​ແຕ່ ວັນ​ທີ 17 ສິງ­ຫາ 2015 ໜ້າ​ວຽກ​ໂດຍ​ລວມ​ມາ​ຮອດ​ປະ­ຈຸ​ບັນ ແມ່ນ​ສຳ­ເລັດ 90% ແລ້ວ, ຄາດ​ຈະ​ໃຫ້​ສຳ­ເລັດ ແລະ​ແລ່ນ​ເຄື່ອງ​ຈັກ​ພາຍ​ໃນ​ທ້າຍ​ເດືອນ​ກຸມ­ພາ​ນີ້ ໂດຍ​ກະ­ແສ​ໄຟ­ຟ້າ ຂອງ​ເຂື່ອນ​ນ້ຳ​ດົງ​ຈະ​ສົ່ງ​ເຂົ້າ​ສະ­ຖາ­ນີ​ໄຟ­ຟ້າ​ຢູ່​ເມືອງ​ຊຽງ​ເງິນ​ເພື່ອ​ກະ­ຈາຍ​ກະ­ແສ​ໄຟ­ຟ້າ​ໃຫ້​ບັນ­ດາ 12 ເມືອງ​ທົ່ວ​ແຂວງ ໄດ້​ມີ​ໄຟ­ຟ້າ​ຊົມ­ໃຊ້ 100% ລວມ​ມູນ​ຄ່າ ການ​ສ້ອມ­ແປງ​ໃຫຍ່​ຄັ້ງ​ນີ້​ສູງ​ເຖິງ 6 ຕື້​ກວ່າ​ກີບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...