Homeຂ່າວການພັດທະນາໂຄງການສ້າງສະໜາມບິນໜອງຄ້າງ ຊັກຊ້າຫຼາຍ ອ້າງຍ້ອນສະພາບອາກາດ

ໂຄງການສ້າງສະໜາມບິນໜອງຄ້າງ ຊັກຊ້າຫຼາຍ ອ້າງຍ້ອນສະພາບອາກາດ

Published on

ໂຄງການສ້າງສະໜາມບິນສາກົນໜອງຄ້າງເປັນສະໜາມບິນຂະໜາດກາງ, ເຊິ່ງຂ່າວເບື້ອງຕົ້ນບອກວ່າ ໄດ້ເລິ່ມລົງມືໃນເດືອນຕຸລາ 2013 ແລະຄາດໝາຍໃຫ້ສຳເັລດໃນເດືອນຕຸລາ 2015 ເພື່ອຕ້ອນຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ໂດຍບໍລິສັດ ຮວງແອງຢາລາຍ ຂອງຫວຽດນາມ ເປັນຜູ້ລົງທຶນກໍ່ສ້າງກ່ອນ ໃນຈຳນວນງົບປະມານ 592 ຕື້ກີບ ຫຼືປະມານ 74 ລ້ານໂດລາ ແລ້ວລັດຖະບານຈະຈ່າຍຄືນຕາມຫຼັງ.

ແນວໃດກໍຕາມ, ສຳນັກຂ່າວສານປະເທດລາວ ໄດ້ລາຍງານຂ່າວເມື່ອວັນທີ 3 ກຸມພາ 2016 ນີ້ວ່າ ໂຄງການໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນມີຄວາມຄືບໜ້າພຽງ 35 % ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ສາມາດເປີດເຜີຍແຜນລະອຽດກ່ຽວກັບການເປີດນໍາໃຊ້ຢ່າງເປັນທາງການ.
ລາຍງານຂ່າວກ່າວວ່າ ທ່ານ ໂກແມັກ ຫົວໜ້າຮັບຜິດຊອບໂຄງການສະໜາມບິນໜອງຄ້າງໄດ້ເປີດເຜີຍໃນວັນທີ 3 ກຸມພາ 2016 ນີ້ວ່າ: ໜ້າວຽກສ່ວນໃຫຍ່ແມ່ນສໍາເລັດບຸກເບີກເສັ້ນທາງ, ຖົມດິນສ້າງຖານສະໜາມບິນ, ກໍ່ສ້າງສະຖານທີ່ພັກກໍາມະກອນ ແລະ ອື່ນໆໂດຍສະເລ່ຍສໍາເລັດ 35% ແຕ່ຖ້າປຽບກັບວຽກຕົວຈິງຖືວ່າຊັກຊ້າຍ້ອນຫລາຍປັດໄຈເປັນຕົ້ນສະພາບຝົນຕົກ ແລະ ອາກາດ.

ໂຄງການດັ່ງກ່າວຕັ້ງຢູ່ບ້ານ ໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ມີເນື້ອທີ່ທັງໝົດ 200 ກວ່າເຮັກຕາ, ໄກຈາກຕົວເມືອງຊຳເໜືອ 30 ກວ່າກິໂລແມັດ. ການກໍ່ສ້າງດັ່ງກ່າວເປັນຍົກລະດັບການພັດທະນາເສດຖະກິດ-ສັງຄົມ ແລະແກ້ໄຂບັນຫາການເດິນທາງ ໃຫ້ມີຄວາມສະດວກສະບາຍຂຶ້ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...