Homeຂ່າວຕ່າງປະເທດຜູ້ນຳທົ່ວໂລກ ກຽມເປີດປະຊຸມຢູ່ລອນດອນ ຕັ້ງເປົ້າລະດົມທຶນ 7.7 ຕື້ໂດລາ ຊ່ວຍເຫລືອຊາວຊີຣີ ຈາກໄພສົງຄາມ!

ຜູ້ນຳທົ່ວໂລກ ກຽມເປີດປະຊຸມຢູ່ລອນດອນ ຕັ້ງເປົ້າລະດົມທຶນ 7.7 ຕື້ໂດລາ ຊ່ວຍເຫລືອຊາວຊີຣີ ຈາກໄພສົງຄາມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ກຸມພານີ້ວ່າ ນະຄອນຫລວງລອນດອນ ສະຫະຣາຊອານາຈັກ ກຽມເປັນເຈົ້າພາບ ຈັດກອງປະຊຸມຂອງຜູ້ນຳທົ່ວໂລກ ຊຶ່ງຈະຈັດຂຶ້ນໃນວັນທີ 4 ກຸມພາ 2016 ນີ້ ເພື່ອຫາຊ່ອງທາງ ລະດົມທຶນຊ່ວຍເຫລືອດ້ານມະນຸດສະທຳແກ່ຊາວຊີຣີ ທີ່ໄດ້ຮັບເຄາະຮ້າຍຈາກຜົນຂອງສົງຄາມກາງເມືອງ ທີ່ຍືດເຍື້ອຍາວນານ ມາຕັ້ງແຕ່ປີ 2011 ແລະ ເປັນຕົ້ນຕໍຂອງວິກິດການ ຜູ້ອົບພະຍົບໄຫລບ່າເຂົ້າສູ່ທະວີບເອີຣົບ.

ກອງປະຊຸມດັ່ງກ່າວນີ້ ໄດ້ຕັ້ງເປົ້າໝາຍວ່າ ຈະລະດົມທຶນຊ່ວຍເຫລືອໃຫ້ໄດ້ 7.7 ຕື້ກວ່າໂດລາ ຊຶ່ງເປັນຈຳນວນເງິນ ທີ່ອົງການສະຫະປະຊາຊາດໄດ້ປະກາດຕັ້ງເອົາໄວ້, ພ້ອມດຽວກັນນັ້ນ ຍັງຈະມີການລະດົມເພີ່ມອີກປະມານ 1.2 ຕື້ໂດລາ ໃຫ້ແກ່ປະເທດອື່ນໆໃນຕາເວັນອອກກາງ ທີ່ໄດ້ຮັບຜົນກະທົບ ຈາກວິກິດການທາງການເມືອງຢູ່ຊີຣີ.

ແຫລ່ງຂ່າວໄດ້ລາຍງານວ່າ ມີຜູ້ນຳ ແລະ ຕົວແທນລັດຖະບານ ຫລາຍກ່ວາ 70 ປະເທດໃນທົ່ວໂລກ ໄດ້ແຈ້ງຈຸດປະສົງ ເຂົ້າຮ່ວມສູ່ກອງປະຊຸມດັ່ງກ່າວ ທີ່ນະຄອນຫລວງລອນດອນແລ້ວ.

Migrants and refugees enter a registration camp after crossing the Greek-Macedonian border near Gevgelija on November 10, 2015. More than 3,000 refugees and migrants have drowned among the nearly 800,000 who have reached Europe this year. However, EU states have bickered for months over a joint solution, particularly over plans to relocate a total of 160,000 asylum seekers from frontline countries to other parts of the EU bloc. AFP  PHOTO / ROBERT ATANASOVSKI
ພາບ: AFP PHOTO / ROBERT ATANASOVSKI

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...