Homeຂ່າວການສຶກສາການ​ສອບ​​​ເສ​ງພາກ​ຮຽນ​ໜຶ່ງ​ ສົກ 2015 – 2016 ໃນ​ນະ​ຄອນຫຼວງ​ວຽງ​ຈັນ​ປີ​ນີ້ ດີກ​ວ່າ​ປີຜ່ານມາ!

ການ​ສອບ​​​ເສ​ງພາກ​ຮຽນ​ໜຶ່ງ​ ສົກ 2015 – 2016 ໃນ​ນະ​ຄອນຫຼວງ​ວຽງ​ຈັນ​ປີ​ນີ້ ດີກ​ວ່າ​ປີຜ່ານມາ!

Published on

ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ ລາວ​ພັດທະນາ​ຂອງ​ພວກ​ເຮົາ​ໃນ​ວັນ​ທີ 2 ກຸມພາ​ນີ້​ວ່າ: ​​ໂດຍ​ລວມ​ແລ້ວ​ ຜົນ​ຂອງ​ການ​ສອບ​ເສັງ​ພາກ​ຮຽນ​ທີ 1 ຂອງ​ສົກຮຽນ 2015 – 2016 ນີ້​ແມ່ນ​ດີກ​ວ່າ​ສົກຮຽນ 2014 – 2015 ຜ່ານ​ມາ​ຄື: ມັນສະ​ແດງອອກ​ໃຫ້​ເຫັນ​ວ່າ ​​ນັກຮຽນ​ສ່ວນ​ໃຫຍ່ສາມາດ​ຕອບ​ຄຳ​ຖາມ​ ສອບ​ເສັງ​​ໃນ​ວິຊາ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ, ຊຶ່ງ​ສະທ້ອນ​ໃຫ້​ເຫັນ​ວ່າ ​ຜົນ​ຂອງ​ການ​ຮຽນ​ການ​ສອນ​​ໃນ​ແຕ່ລະ​ໂຮງຮຽນດີ​ຂຶ້ນ,​ ພົ້ນ​ເດັ່ນແມ່ນ​ການ​ປະຕິບັດ ​ກົດ​ລະ​ບຽບຕ່າງໆ​ຂອງ​ນັກຮຽນ​​​ເຊັ່ນ: ການ​ນຸ່ງ​ຖື​ຕ່າງໆ​ເປັນ​ລະບຽບ​ຮຽບຮ້ອຍ​ດີດີ, ນັກຮຽນມາ​ໂຮງຮຽນ​ຖືກຕ້ອງ​ຕາມ​ເວລາ, ຕັ້ງ​ໃຈ​ຮຽນຫຼາຍຂຶ້ນ, ສ່ວນນັກຮຽນ​ທີ່ມາ​ຊ້າ ​ແລະ ຂາດ​ໂຮງຮຽນ​​ແມ່ນ​ມີ​ຈຳນວນຫຼຸດ​ໜ້ອຍ​ລົງ​ ເມື່ອ​ທຽບ​ໃສ່​ຜ່ານ​ມາ, ທັງ​ນີ້​ກໍ​ຍ້ອນຄວາມ​ເອົາ​ໃຈ​ໃສ່​​ຂອງ​ຄູອາຈານກໍ​ຄື​ພໍ່​ແມ່ຜູ້​ປົກຄອງ ​ແລະ ພາກສ່ວນ​ກ່ຽວຂ້ອງອື່ນໆ ​ໄດ້​ຊ່ວຍ​ໃຫ້​ຄຸນ​ນະພາ​ບການ​ຮຽນ​ການ​ສອນ​ ຢູ່​ໂຮງ ຮຽນ​ຕ່າງໆ​ ໃນ​ນະຄອນ​ຫຼວງ​ວຽງ​ຈັນ ມີ​ການຫັນປ່ຽນ​​ດີ​ຂຶ້ນ​ເປັນ​ລຳດັບ, ​ທ່ານ​ຫົວໜ້າ​ພະ​ແນ​ກສຶກສາ​ກ່າວ​ວ່າ: ​ແຕ່ຄຽງ​ຄູ່​ກັບຜົນສຳ​ເລັດ​ດັ່ງກ່າວ​ແລ້ວ ວຽກ​ງານ​ການ​ສຶກສາ​​ນະຄອນຫຼວງ​ວຽງ​ຈັນ ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັດ​ ຫຼັກສູດ​ການ​ຮຽນ​ການ​ສອນ​ໃໝ່​ ທີ່​ກະຊວງ​ວາງ​ອອກ​ຄື: ​ຕ້ອງ​ເລັ່ງຈັດຝຶກ​ອົບຮົມ​ຍົກ​ລະດັບ​ການ​ສິດສອນ ​​ໃຫ້​ແກ່​ຄູ​ອາຈານ​​ໃຫ້​ທົ່ວ​ເຖິງ​, ຕາມ​ເງື່ອນ​ໄຂເພື່ອ​ສາມາດ​ຖ່າຍ​ທອດ​ຄວາມ​ຮູ້​ ຕາມ​ຫຼັກ​ປ່ຽນ​ແປງ​ໃໝ່​ໃຫ້​ແກ່​ນັກຮຽນ, ພ້ອມ​ນັ້ນ ອຳ​ນວນ​ການ​ຮຽນ​ຮຽນ ​ຕ້ອງ​ເປັນ​ເຈົ້າ​ການປະສານ​ສົບ​ທົບ​ກັບ​ຄູ​ອາຈານ​​, ຜູ້​ປົກຄອງ ​ແລະ ອຳນາດ​ການ​ປົກ​ຄອງ ​ເພື່ອ​ຊອກ​ຫາ​ສາ​ເຫດ​ຕ່າງໆ​ ທີ່​​ເຮັດ​ໃຫ້ມີ​ນັກຮຽນ-ຮຽນ​ອອ່ນ​ເພື່ອ​ຫາ​ວິ​ທີ່​ແກ້​ໄຂ ​​ແລະ ສິ່ງ​ສຳຄັນ​ແມ່ນວິ​ທີ່​ການ​ສົ່ງຄວາ​ມຮູ້​ຂອງ​ຄູ​ອາຈານ​ ໃຫ້​ແກ່​ນັກຮຽນ​ແມ່ນ​ຕ້ອງມີ​ປະສິດທິພາບ ເພື່ອ​ເຮັດ​ໃຫ້​ນັກຮຽນ​ເຂົ້າ​ໃຈ​ງ່າຍ ​ແລະ ຈືຈຳ​ໄດ້​ດີ.

ທ່ານ ຫົວໜ້າ​ພະ​​ແນ​ກດັ່ງກ່າວ​​ໃຫ້​ຮູ້​ອີກ​ວ່າ: ສະ​ເພາະ​ໃນ​ຕໍ່ໜ້າ​ນີ້​ທາງ​ພະ​ແນ​ກສຶກສາ ​ນະຄອນຫຼວງ​ວຽງຈັນ​ເອງ​​ ຈະ​ໄດ້​ສຸມ​ໃສ່​ປັບປຸງ​ຄຸນ​ນະພາ​ບ ການ​ຮຽນ​ການ​ສອນ​​ໃຫ້​ດີ​ຍິ່ງ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ ຈະ​ເລັ່ງ​ໃສ່​ຝຶກ​ອົບຮົມ​ ຍົກ​ລະດັບຄວາມຮູ້ຄວາມ​ສາມາດ ​ໃຫ້​ແກ່​ຄູ​ອາຈານ​ຢູ່​ໂຮງຮຽນ​ຕ່າງໆ​ໃຫ້ດີ​ຂຶ້ນ, ພ້ອມ​ຈະ​ມີ​ການ​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສົ່​ງ​ເສີມ​ການ​ສຶກສາ​ຄື: ການ​ແຂ່ງຂັນກິລາ, ສີ​ລະ​ປະດົນຕີ, ພິ​ເສດ​ແມ່ນ​ຈະ​ເລັ່ງ​ໃສ່​ ສ້າງ​ໂຮງຮຽນ​ຕົວ​ແບບຄື: ​ໂຮງຮຽນ​ດີ​ເດັ່ນ ​ແລະ ​ໂຮງຮຽນ​ປອດ​ຢາ​ເສບ​ຕິດ ​ໃຫ້​ໄດ້​ຕາມ​ມາດ​ຖະຖານ​ທີ່​ກະຊວງ​ສຶກສາ​ທິການວາງ​ອອກ ໃຫ້​ຕິດ​ພັນ​ກັບ​ຂະ​ບວນການ​ ແຂ່ງຂັນ​ຮັກ​ຊາດ ​​ແລະ ພັດທະນາ ​ແລະ ສິ່ງ​ສຳຄັນ​ໜຶ່ງ​ອີກ​ ແມ່ນ​ຮຽກຮ້ອງ​ໃຫ້ພໍ່​ແມ່​ຜູ້​ປົກຄອງ​ ຕ້ອງ​ໄດ້​ເພີ່ມ​ຄວາມ​ໃກ້ຊິດຕິດ​​ແທດ ​ແລະ ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ລູກ​ຫຼານ​ຂອງ​ຕົນ​ໃຫ້​ຫຼາຍ​ຂຶ້ນ, ​ໂດຍ​ສະ​ເພາະ​ໃນ​ເວລາ​ຢູ່​ນອກໂມງ​ຮຽນ, ຖ້າມີ​ເງື່ອນ​ໄຂ​ ຄວນ​ຊອກ​ກິດຈະກຳ​​ສົ່ງ​ເສີມ​ການ​ຮຽນ ​ໃຫ້​ເຂົາ​ເຈົ້າ​ເຮັດ​ໃນ​ເວລາ​ຫວ່າງ​ແມ່ນ​ຈະ​ເປັນ​ການ​ດີ​ທີ່​ສຸດ, ພ້ອມ​ນັ້ນ​ ຄູ​ອາຈານ​​ກໍ​ໃຫ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່ ​ໃນ​ການ​ສິດສອນ​ດີຂື້ນ​ ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຫາ​ວິທີ​ໃໝ່ ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ສິດສອນຫຼັກສູດ​ອັນ​ໃດ​ ທີ່​ກະຊວງ​ກຳນົດ​ອອກ ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ 100%.

ປັດຈຸ​ບັນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ​ມີ​ໂຮງຮຽນສາມັນ​ສຶກສາ​ທັງ​ໝັດ 962 ​ແຫ່ງ,​ ໃນນັ້ນ​ມີ​ໂຮງ​ຮຽນ​ອານຸບານ 292 ກວ່າ​ແຫ່ງ, ປະຖົມ 512 ກວ່າ​ແຫ່ງ, ມັດທະຍົມ​ຕົ້ນ ​ແລະ ປາຍ 158 ​ແຫ່ງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...