Homeຂ່າວການພັດທະນາຮອງເຈົ້າຄອງ ນ.ວ ລົງຕິດຕາມ ໂຄງການປະຕິສັງຂອນຫໍພະແກ້ວ ໄລຍະທີ I ສຳເລັດ!

ຮອງເຈົ້າຄອງ ນ.ວ ລົງຕິດຕາມ ໂຄງການປະຕິສັງຂອນຫໍພະແກ້ວ ໄລຍະທີ I ສຳເລັດ!

Published on

ໃນ​ວັນ​ທີ 2 ກຸມພາ 2016 ທີ່​ຫໍພະແກ້ວ ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງນະຄອນ​ຫຼວງ​ວຽງ​ຈັນ ແລະ ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ຕິດຕາມ​ກວດກາ​ໂຄງການກໍ່ສ້າງ​ປະຕິສັງຂອນ​ຫໍພະແກ້ວ ເພື່ອ​ກວດກາ​ສຳ​ຫຼວດ​ຄວາມ​ຄືບໜ້າ​ຂອງ​ການ​ປັບປຸງ ແລະ ບູ​ລະນະ​ຫໍພະແກ້ວ.

ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ໄດ້​ກ່າວ​ວ່າ: ໂຄງການ​ປະຕິສັງ​ຂອນ​ຫໍພະແກ້ວ ແມ່ນ​ໄດ້ມອບ​ໃຫ້​ບໍລິສັດ ​ພູນ​ຊັບ​ກໍ່ສ້າງ ເປັນ​ຜູ້​ຮັບຜິດຊອບ​ດຳເນີນ​ການ​ບູລະນະ​ຫໍພະແກ້ວ ໂດຍ​ແບ່ງ​ອອກເປັນ 3 ໄລຍະ ສຳລັບ​ໄລຍະທີ​ໜຶ່ງ​ແມ່ນ​ໄດ້​ເລີ່ມ​ການ​ບູລະນະມາ​ແຕ່​ເດືອນ​ກຸມພາ ປີ 2015 ມາ​ເຖິງ​ປັດຈຸບັນ ໃນ​ໄລຍະ​ທີ I ແມ່ນ​ໄດ້​ສຳເລັດ ເຊິ່ງ​ປະກອບ​ມີຫຼັງຄາ ໂງ ຍອດ​ຊໍ່ຟ້າ ແລະ ເພດານ ພ້ອມ​ທັງ​ກຳລັງ​ດຳເນີນການ​ບູລະນະ​ຕໍ່​ໃນ​ໄລຍະ​ທີ II ໂດຍຈະ​ໄດ້​ສືບຕໍ່​ບູລະນະ​ເສົາ ທາສີ ແລະ ພື້ນ ໂດຍ​ໄດ້​ວາງ​ຄາດໝາຍ​ຈະ​ໃຫ້​ສຳເລັດ​ໃນ​ເດືອນ​ຫົກເພັງ ສ່ວນ​ໄລຍະ​ທີ III ແມ່ນ​ຈະໄດ້​ຕົກແຕ່ງ​ເດີ່ນ ເຮັດ​ຫໍ​ໄວ້​ເຄື່ອງຕ່າງໆ ສຳລັບ​ໄລຍະ​ທີ III ນີ້​ຍັງບໍ່​ໄດ້​ກຳນົດ​ເວລາ​ທີ່​ແນ່ນອນ.

ສຳລັບ​ການ​ບູລະນະ​ໄລຍະທີ​ໜຶ່ງ​ທີ່​ສຳເລັດ​ແລ້ວນີ້​ ທາງ​ຄະນະ​ກຳມະການ​ໂຄງການ​ປະຕິ​ສັງຂອນ​ຫໍພະແກ້ວ ຈະ​ໄດ້​ຈັດ​ສະຫຼຸບຜົນສຳເລັດ​ຂອງ​ໂຄງການ​ບູ​ລະນະ​ໃນ​ໄລຍະ​ທີ I ຂຶ້ນ ໃນ​ມື້​ວັນເພັງ​ເດືອນ​ສາມ ກົງ​ກັບ​ວັນ​ທີ 21-22 ກຸມພາ 2016 ໂດຍ​ຈະ​ໄດ້​ມີການ​ຄົບງັນ ໃສ່​ບາດ ພ້ອມ​ນັ້ນ ກໍ່ຈະ​ໄດ້​ປະກາດ​ໃຫ້​ມວນ​ຊົນ​ໄດ້​ຮັບຮູ້​ເຖິງ​ຜົນສຳເລັດ ​ການ​ບູລະນະ​ຫໍພະແກ້ວ ໃນ​ໄລຍະ​ທີ I ພ້ອມ​ທັງເປີດ​ໃຫ້​ມວນ​ຊົນ​ໄດ້​ເຂົ້າ​ຊົມ ສະນັ້ນ ຈຶ່ງ​ຂໍ​ເຊີນຊວນ​ພໍ່​ແມ່​ປະຊາຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ ກໍ່​ຄືຊາວ​ລາວ​ທົ່ວ​ປະເທດ​ ເຂົ້າ​ມາຮ່ວມ​ຊົມ​ຜົນສຳເລັດ​ໃນ​ເບື້ອງ​ຕົ້ນ ສ່ວນ​ໄລຍະ​ທີ 2 ແລະ 3 ແມ່ນຈະ​ໄດ້​ສືບຕໍ່​ປັບປຸງ​ຄືນ ​ເຊິ່ງ​ຍັງ​ຕ້ອງການ​ທຶນຮອນ​ອີກ​ຫຼາຍ​ສົມຄວນ ຖ້າ​ຫາກ​ອອກ​ຕົນ​ຍາດ​ຍົມ​ທ່ານໃດ ​ຫາກ​ມີ​ຈິດໃຈ​ໃສ​ສັດທາ​ ກໍ່ສາມາດ​ມາ​ບໍລິຈາກ​ໄດ້​ທີ່​ຫໍ​ພະແກ້ວ​ແຫ່ງ​ນີ້ ຫຼື ຕິດຕໍ່​ໄດ້​ທີ່​ພະແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງວຽງ​ຈັນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...