spot_img
Homeຂ່າວພາຍ​ໃນເຈົ້າຫນ້າທີ່ອາວຸໂສດ້ານພະລັງງານອາຊຽນ ແລກປ່ຽນບົດຮຽນການພັດທະນາເຂື່ອນໄຟຟ້າແບບຍືນຍົງຢູ່ ສປປ ລາວ

ເຈົ້າຫນ້າທີ່ອາວຸໂສດ້ານພະລັງງານອາຊຽນ ແລກປ່ຽນບົດຮຽນການພັດທະນາເຂື່ອນໄຟຟ້າແບບຍືນຍົງຢູ່ ສປປ ລາວ

Published on

ແຕ່​ວັນ​ທີ 2-3 ເມສາ 2014 ຢູ່ໂຮງ​ແຮມ​ລາວ​ພລາ ຊາ, ນະຄອນຫລວງ​ວຽງ​ຈັນ  ກະຊວງ​ພະລັງງານ ແລະ ບໍ່​ແຮ່ ສປປ ລາວ​ ໄດ້​ເປັນ​ ເຈົ້າພາບ​ຈັດ​ກອງ​ປະຊຸມການ​ຮ່ວມ​ມື​ແຫ່ງ​ອາຊີ​ ໃນ​ຫົວ​ຂໍ້ ການ​ພັດທະນາ​ເຂື່ອນ​ໄຟຟ້າ​ແບບ​ຍືນ​ຍົງ ​ແລະ ການ​ແລກ ປ່ຽນ​ພະລັງງານ​ໄຟຟ້າ​ໃນ ພາກພື້ນ ຂອງ ສ​ປປ ລາວ​ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແຫ່ງ​ອາຊີ ຊຶ່ງ​ເປັນ​ກອງ​ປະ ຊຸມ​ຄັ້ງທຳ​ອິດ​ຂອງ ສປປ ລາວ ​ເພື່ອ​ຮັບ​ຟັງ​ບົດຮຽນ​ການ​ພັດທະນາ​ຂະ​ແໜງ​ໄຟ ຟ້າ​ຂອງ ສປປ ລາວ​ ໂດຍ ການເປັນ​ປະ​ທານ​ຂອງ​ທ່ານ ວິລະ​ພົນ ວິຣະວົງສ໌ ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ   ແລະ   ບໍ່​ແຮ່,   ມີທ່ານ ບັນດິດ ລິ້ມສະກຸນ ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ແຫ່ງ​ອາຊີ (ACD), ມີ​ບັນ ດາ​ເຈົ້າ​ໜ້າ​ທອາວຸ​ໂສ​ດ້ານ ພະລັງງານຂອງ​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ, ບັນ ດາ​ພະນັກງານ​ວິຊາ​ການ​ກ່ຽວຂ້ອງ​ທັງ​ພາກ​ລັດ-​ເອກະ​ຊົນເຂົ້າ​ຮ່ວມ.
ກອງ​ປະຊຸມ​​ຄັ້ງນີ້ ​ໄດ້ມີ​ການ​ແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງປະເທດສະ ມາຊິກອາຊຽນ ​ໃນ​ການ​ພັດ ທະນາ​ ພະລັງງານ​ໄຟຟ້ານ້ຳ ຕົກ​ແບບ​ຍືນ​ຍົງ​, ສົ່ງ​ເສີມ​ການ​ພັດທະນາ​ພະລັງງານ​ທົດ​ແທນ​ ກໍ​ຄື ພະລັງງານ​ໄຟຟ້າ​ນ້ຳຕົກ​ທີ່​ເປັນ​ພະລັງງານ​ທົດ​ແທນ​ທີ່​ສະອາດ ພ້ອມ​ທັງ​ສາ ມາດ​ຊົດ​ເຊີຍ​ການ​ຜະລິດ​ພະ ລັງງານ​ຈາກ​ນ້ຳມັນ​ເຊື້ອ​ໄຟ​ທີ່​ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ​ທັງ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພາກສ່ວນ​ອື່ນ​ຮູ້​ສະພາບ ​ແລະ ນະ​ໂຍບາຍ​ສົ່ງ​ເສີມ​ການ​ພັດ ທະນາ​ພະລັງງານ​ຂອງ ສປປ ລາວ ​ຫລາຍ​ຂຶ້ນ ​ແນ​ໃສ່ເຮັດ ໃຫ້ການ​ຮ່ວມ​ມື ແລະ ລົງທຶນ​ໃນ​ຂະ​ແໜງ​ພະລັງງານ ​ຫລາຍ​ຂຶ້ນ ພ້ອມ​ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຍັງ​ໄດ້​ສະ​ເໜີ​ສະພາບ​ການ​ພັດທະ ນາ​ພະລັງງານ​ໄຟຟ້າ ​ແລະ ການ​ແລກປ່ຽນ​ພະລັງງານ​ໃນ​ພາກພື້ນ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ໄຟຟ້າ​ນ້ຳ​ຕົກ ແບບ​ຍືນ​ຍົງ, ຍຸດ​ທະ​ສາດ ​ແລະ ປະສົບ​ການ​ໃນ​ການ​ພັດ ທະນາ​ໄຟຟ້າ​ນ້ຳຕົກ, ການ​ພັດທະນາ​ ໄຟຟ້າ​ຊົນນະບົດ​ໃນ ສປປ ລາວ, ການ​ພັດທະ ນາ​ໄຟຟ້າ​ນ້ຳຕົກ​ດ້ວຍ​ການ​ລະດົມ​ທຶນ​ຜ່ານ​ຕະຫລາດ​ຮຸ້ນ, ຜົນ​ສຳ​ເລັດ​ການ​ພັດທະ ນາ​ເຂື່ອນ​ໄຟ ຟ້າ​ເທີນ​ຫີນ​ບູນ ແລະ ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2 ນອກ​ນີ້ ຄະ ນະ​ຜູ້​ແທນ​​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຍັງໄດ້​ໄປ​ຢ້ຽມຢາມ​ໂຄງການ​ເຂື່ອນ ​ໄຟຟ້າ​ນ້ຳ​ມັງ 3 ແລະ ນ້ຳ​ງື່ມ 1 ເພື່ອ​ໃຫ້​ຄະນະ ​ ຜູ້​ແທນ​ເຫັນ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຈາກ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່ ສປປ ລາວ ສະນັ້ນ ຜົນ​ ປະ​ໂຫຍ​ດທີ່ ສປປ ລາວ ​ຄາດ​ວ່າ​ຈະ​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ໃນ​ຄັ້ງນີ້ ສປປ ລາວ​ ໃນ​ຖະນະ​ເປັນ​ເຈົ້າ​ການ​ຮ່ວມ​ໃນ​ຂະ​ແໜງ​ພະລັງງານ​ ຈະ​ໄດ້​ປະຕິບັດ​ ພັນທະ​ຊ່ວຍ​ອຳນວຍດ້ານ ພະລັງງານ​ໃຫ້​ບັນດາ​ປະ​ເທດ ​ສະມາຊິກອົງການ​ຮ່ວມ​ມື​ແຫ່ງ​ອາຊີ​ ແລະ ພາກສ່ວນ​ກ່ຽວຂ້ອງ​ໄດ້​ມີ​ການ​ປຶກສາ ຫາລື​ແກ້​ໄຂ​ບັນຫາ ​ແລະ ວາງ​ແຜນ​ດ້ານພະລັງງານ​ຮ່ວມ​ກັນ, ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ພະລັງງານ​ໄຟ ຟ້າ​ນ້ຳຕົກ​ຂອງ ສປປ ລາວ​ ຈະ​ໄດ້​ຮຽນ​ຮູ້ ແລະ ຖອດ​ຖອນ​ບົດຮຽນກ່ຽວ​ກັບ​ກົນ​ໄກການ​ພັດທະນາ​ພະລັງງານຂອງ​ບັນດາ​ປະ​ເທດ​ອາຊີ ແລະ ການ​ເປັນ​ເຈົ້າ​ການ​ຮ່ວມ​ໃນ​ຂະ​ແໜງ​ພະລັງງານ​ຂອງ ສປປ ລາວ.
ການ​ພັດທະນາ​ຂະ​ແໜງ​ໄຟຟ້າ​ ແມ່ນ​ມີ​ຜົນ​ສຳ​ເລັດ​ນັບ ​ມື້ນັບ​ຂະຫຍາຍຕົວ​ດີ​ຂຶ້ນ​ໂດຍ ​ປະຕິບັດ​ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ​ ທີ່​ສົ່ງ​ເສີມ​ການ​ລົງທຶນ​ ຂອງ​ຂະ​ແໜງ​ພະ ລັງງານ​ໃນ​ການ​ນຳ​ໃຊ້​ທ່າ ແຮງ​ ກໍ​ຄື ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ເພື່ອ​ນຳ​ມາ​ພັດທະນາ​ປະ​ເທດ​ຊາດ ​ແລະ ສັງຄົມ ​ຊຶ່ງ​ສາ ມາດ​ເຫັນ​ໄດ້​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ໃນ​ປັດຈຸບັນ ຊຶ່ງນອກ ຈາກ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ ​ເທດ​ແລ້ວ ຍັງ​ສາມາດ​ສ້າງ​ລາຍ​ຮັບ​ອັນ​ມະຫາສານ​ຈາກ​ການ​ສົ່ງ​ຂາຍ​ໃຫ້​ກັບ​ຕ່າງປະ​ເທດ​ອີກ​ດ້ວຍ, ພະລັງງານ​ທີ່​ຜະລິດ​ຈາກ​ການ​ພັດທະນາ​ເຂື່ອນ ​ກໍ​ຍັງ ​ເປັນ​ພະລັງງານ​ທີ່​ສະອາດ, ​ເປັນ​ພະລັງງານ​ທີ່​ທົດ​ແທນ ຫລື ໜູນ​ວຽນ ແລະ ບໍ່​ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ທຳ ລາຍ​ສິ່ງ​ແວດ​ລ້ອມ, ມີ​ຜົນ​ຕອບ​ແທນ​ຍາວ​ນານ, ​ເປັນ​ແຫ​ລ່ງ​ໄຟຟ້າ ​ແລະ ​ແຫ​ລ່ງ ລາຍ​ຮັບ​ໃຫ້​ກັບປະ​ເທດ​ໄລ ຍະ​ຍາວ ​ເພື່ອ​ນຳ​ມາ​ພັດທະ ນາ​ຂະ​ແໜງ​ການ​ອື່ນໆ​ພາຍ​ໃນ​ປະ​ເທດ.

ທີ່ມາ  http://www.kongthap.gov.la/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...