Homeຂ່າວຕ່າງປະເທດພົບ​ເຊື້ອ ລາສຊາ ລະບາດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ເສຍ​ຊີວິດ​ແລ້ວ 9 ຄົນ​ໃນ​ເບ​ນິນ

ພົບ​ເຊື້ອ ລາສຊາ ລະບາດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ເສຍ​ຊີວິດ​ແລ້ວ 9 ຄົນ​ໃນ​ເບ​ນິນ

Published on

ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ດ້ານ​ສາ​ທາລະນະ​ສຸກ​ຂອງ​ລັດຖະບານ​ເບນິນ​ອອກ​ມາຍ​ອມຮັບ​ໃນ​ມື້ວານ​ນີ້ ( 2 ກຸມພາ 2016) ວ່າ ​ໃນ​ປະຈຸ​ບັນ ປະ​ເທດ​ຂອງ​ຕົນ​ພົບ​ຜູ້​ຕ້ອງສົງ​ໄສ​ວ່າ​ຕິດ​ເຊື້ອ​​ໄວ​ຣັສ​ໄຂ້​ເລືອດ​ອອກ​ລາສຊາ (Lassa fever) ຊຶ່ງມີ​ສັດ​ຈຳພວກ​ໜູ​ເປັນ​ພາຫະ​ແລ້ວ​ຢ່າງ​ໜ້ອຍ 20 ຄົນ ຊຶ່ງ​ໃນ​ຈຳນວນ​ນີ້​ເສຍ​ຊີວິດ​ໄປ​ແລ້ວ 9 ຄົນ ທ່າມກາງ​ຄວາ​ມກັງວົນ​ວ່າ​ໄວຣັສຊະນິດ​ນີ້​ອາດ​ກໍ​ໃຫ້​ເກີດ​ວິ​ກິດ​ດ້ານ​ສຸຂະພາບ​ຄັ້ງ​ໃໝ່​ໃນ​ພູມິ​ພາກ​ອາ​ຟຣິກາ​ຕະ​ເວັນ​ຕົກ​ທີ່​ຫາ​ກໍ​ຟື້ນ​ຕົວ​ໄດ້​ໃນ​ບໍ່​ດົນ​ຈາກ​ການ​ແພ່​ລະ​ບາດ​ຂອງ​ເຊື່ອ ອີ​ໂບລາ ທີ່​​ເຂົ້າມາ​ພູມິພາກ​ນີ້​ຕະຫຼອດ​ໄລຍະ​ເວລາ​ກວ່າ 2 ປີຜ່າ​ນມາ.

ດ້ານ​ກອງທຶນ​​ເດັກນ້ອຍ​ແຫ່ງ​ສະຫະ​ປະຊາ​ຊາດ ຫຼື ອົງການ ຢູນິ​ເຊບ ອອກ​ຄຳ​ຖະ​ແຫຼ​ງວ່າ ຂະນະ​ນີ້​ພົບ​ຜູ້​ຕິ​ດ​ເຊື້ອ​ໄວ​ຣັສ​ໄຂ້​ເລືອດ​ອອກ​ລາສຊາ (Lassa fever) ຜູ້​ທຳ​ອິດ​ໃນ​​ເບ​ນິນ​ຖືກ​ນຳ​ຕົວ​ເຂົ້າ​ຮັບ​ການ​ເບິ່ງ​ແຍງຈາກ​ແພດ​ທີ່​ໂຮງໝໍ​​ແຊງ ມາ​​ແຕງ ​ເດ ປາປາ​ເນ ​ໃນ​ເມື່ອ​ງຊາ​ອູຣູ.

ຂະນະ​ທີ່​ໂອຣູ ບາ​ກູ ​ໂຢຣູ ຊາ​ບີ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງດ້ານ​ສາທາລະນະ​ສຸກຂອງ​ລັດຖະບານ​ເບ​ນິນ ອອກ​ມາຍ​ອມຮັບ​ເປັນ​ຄັ້ງ​ທຳ​ອິດ​ວ່າ​ ພົບ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 9 ຄົນ ຈາກ​ຈຳນວນ​ຜູ້​ຕ້ອງ​​ສົງ​ໄສ​ວ່າ​ຕິດ​ເຊື້ອ​ໄວຣັສ​ໄຂ້​ເລືອດ​ອອກລາສຊາ​ທີ່​ມີ​ຈຳນວນ​ບໍ່​ຕໍ່າ​ກວ່າ 20 ຄົນ ​ໃນ​ປະ​ເທດ​ຂອງ​ຕົນ​ຊຶ່ງ​ມີປະຊາກ​ອນຢູ່​ປະມານ 10 ລ້ານ​ຄົນ.

ກ່ອນ​ໜ້າ​ນີ້ ​ເບ​ນິນ​ເຄີຍ​ພົບກັບການ​ແພ່​ລະບາດ​ຂອງ​ໄວ​ຣັສ​ໄຂ້​ເລືອດ​ອອກ​ລາສຊາ ​ຊຶ່ງ​ມີ​ສັດ​ຈຳພວກ​ໜູເປັນ​ພາຫະ​ ມາ​ແລ້ວ​ໃນ​​ໄລຍະ​​ເດືອນ​ຕຸລາ​ປີ 2014 ​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​​ໃນ​ເວລາ​ນັ້ນ​ໄປ​ຢ່າງ​ໜ້ອຍ 9 ຄົນ.

​ໃນ​ອີກ​ດ້ານ​ໜຶ່ງມີ​ລາຍ​ງາ​ນລະບຸ​ວ່າ ປະ​ເທດ​​ເພື່ອນ​ບ້ານ​ຂອງ​ເບ​ນິນ​​ຄື​​ໄນ​ຈີ​​ເຣຍກໍ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັສຊະນິດ​ນີ້​ແລ້ວ 168 ຄົນ ຊຶ່ງ​ອາດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ທີ່​ຍັງ​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຢ່າງ​ໜ້ອຍ 84 ຄົນ.

ທັງ​ນີ້ ​ໄວ​ຣັສ​ໄຂ້​ເລືອດ​ອອກ​ລາສຊາ​ຖືກ​ຈັດ​ໃຫ້​ຢູ່​ໃນ​ຕະກູນ​ດຽວ​ກັບ​ເຊື້ອ​ໄວ​ຣັສມາ​ເບີກ ​ແລະ​ອີ​ໂບລາ ​ໂດ​ຍຊື່​ຂອງ​ໄວ​ຣັສຊະນິດ​ນີ້​ຖືກ​ຕັ້ງ​ຊື່​ຕາມ​ເມືອງ​ທາງ​ພາກ​​ເໜືອ​ຂອງ​ໄນ​ຈີ​ເຣຍ ຊຶ່ງ​ເປັນ​ສະຖານ​ທີ່​ທີ່​ພົບ​ການ​ແພ່​ເຊື້ອ​ລະບາດ​ຂອງ​ໄວ​ຣັສຊະນິດນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ​ເມື່ອ​ປີ 1969.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...