spot_img
Homeຂ່າວການພັດທະນາສໍາເລັດການອອກແບບຂົວຂ້າມຂອງບໍ່ແກ້ວ-ໄຊຍະບູລີ ແຕ່ຍັງຂາດງົບ

ສໍາເລັດການອອກແບບຂົວຂ້າມຂອງບໍ່ແກ້ວ-ໄຊຍະບູລີ ແຕ່ຍັງຂາດງົບ

Published on

ຂປລ. ການອອກແບບໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ລະຫວ່າງເມືອງປາກທາ ແຂວງບໍ່ແກ້ວ ຫາ ເມືອງຄອບ ແຂວງໄຊຍະບູລີສໍາເລັດສົມບູນ ປັດຈຸບັນຍັງລໍຖ້າງົບປະມານ ຂະນະທີ່ຂົວຂ້າມນໍ້າຂອງແຫ່ງທີ 4 ລະຫວ່າງແຂວງບໍ່ແກ້ວ ສປປ ລາວ ແລະ ແຂວງຊຽງຣາຍ ປະເທດໄທເປີດນໍາໃຊ້ຢ່າງເປັນທາງການພຽງ 4 ປີໃນປີ 2013 ເຊິ່ງສ້າງບາດກ້າວຍູ້ແຮງການພັດທະນາເສດຖະກິດ-ສັງຄົມຕາມແລວລະບຽງເສດຖະກິດເໜືອ-ໃຕ້ອະນຸພາກພື້ນແມ່ນໍ້າຂອງເກີດຜົນປະໂຫຍດຕາມຄາດ.
່ານ ວັນນະສອນ ໂພທິປັນຍາ ຫົວໜ້າຂະແໜງແຜນການ ແລະ ການລົງທຶນ, ແຂວງບໍ່ແກ້ວໄດ້ເປີດເຜີຍວ່າ: ພາຍຫລັງຂົວຂ້າມນໍ້າຂອງແຫ່ງທີ 4 ລະຫວ່າງແຂວງບໍ່ແກ້ວ ສປປ ລາວ ແລະ ແຂວງຊຽງຣາຍ ປະເທດໄທເປີດນໍາໃຊ້ໃນປີ 2013 ປະກົດວ່າບັນຍາກາດການລົງທຶນ, ການຄ້າ, ການຄົມມະນາຄົມຂົນສົ່ງສິນຄ້າ, ການຜະລິດເປັນສິນຄ້າ, ການທ່ອງທ່ຽວ ແລະ ການໄປມາຫາສູ່ໄດ້ຮັບການພັດທະນາຢ່າງວ່ອງໄວ ໃນນີ້ມີນັກລົງທຶນເຂົ້າມາຈັບຈ່ອງ ແລະ ລົງທຶນຢູ່ເຂດບໍລິເວນຫົວຂົວເພີ່ມຂຶ້ນຢ່າງຕໍ່ເນື່ອງ; ການຂົນສົ່ງສິນຄ້າຈາກຜ່ານຂົວສະເລ່ຍຫລາຍກວ່າ 100 ຖ້ຽວຕໍ່ມື້ຈາກໄທຜ່ານລາວເຖິງຈີນ; ການເປີດຈຸບໍລິການເປັນຕົ້ນໂຮງແຮມ, ຮ້ານອາຫານ ແລະ ຈຸດພັກສິນຄ້າປົ່ງຂຶ້ນຕະຫລອດເສັ້ນທາງຈາກແຂວງບໍ່ແກ້ວຜ່ານເສັ້ນທາງ R3 ເຂົ້າສູ່ປະເທດຈີນ; ການຜະລິດເປັນສິນຄ້າກໍຂະຫຍາຍຕົວເພີ່ມຂຶ້ນໂດຍສະເພາະການປູກໝາກເດືອ, ສາລີ, ໝາກກ້ວຍ ແລະ ອື່ນໆ. ໃນອະນາຄົດອັນໃກ້ນີ້, ແຂວງບໍ່ແກ້ວຈະມີຂົວຂ້າມນໍ້າຂອງເພີ່ມອີກແຫ່ງທີ 2 ລະຫວ່າງເມືອງປາກທາ ແຂວງບໍ່ແກ້ວ ຫາ ເມືອງຄອບ ແຂວງໄຊຍະບູລີ ປັດຈຸບັນນີ້ໄດ້ອອກແບບສໍາເລັດສົມບູນແລ້ວ ແຕ່ພວກເຮົາຍັງລໍຖ້າພຽງງົບປະມານໃນການກໍ່ສ້າງຈາກພາກລັດ ແລະ ນັກລົງທຶນ, ຄາດວ່າຂົວແຫ່ງດັ່ງກ່າວເປັນຂົວສາມາດເຊື່ອມຈອດກັບປະເທດໄທ, ແຂວງໄຊຍະບູລີ, ຫລວງພະບາງ ເຖິງນະຄອນຫລວງວຽງຈັນດ້ວຍໄລຍະທາງເສັ້ນກວ່າເສັ້ນທາງທີ່ໃຊ້ໃນປັດຈຸບັນ ສະນັ້ນຈະເຮັດໃຫ້ການໄປມາຫາສູ່ ແລະ ຂົນສົ່ງສິນຄ້າຈາກ ສປ ຈີນ ຜ່ານແຂວງບໍ່ແກ້ວເຖິງນະຄອນຫລວງວຽງຈັນສະດວກສະບາຍຂຶ້ນກວ່າເກົ່າ. ແນວໃດກໍດີ ປັດຈຸບັນນີ້ ສັງເກດເຫັນວ່າມີນັກລົງທຶນຈາກ ສ.ເກົາຫລີ ແລະ ສປ.ຈີນເຂົ້າມາລົງທຶນພາຍໃນແຂວງບໍ່ແກ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ສ່ວນໃຫຍ່ແມ່ນຂະແໜງກະສິກໍາ, ບໍລິການ ແລະ ອື່ນໆ.
ຫົວໜ້າຂະແໜງແຜນການ ແລະ ການລົງທຶນ, ແຂວງບໍ່ແກ້ວຍັງຊີ້ແຈງໃນຈຸດທີ່ໜ້າສົນໃຈວ່າ: ຕາມການອອກແບບຂອງຂົວແຫ່ງທີ 4 ແລ້ວ, ໂຄງການເສັ້ນທາງລົດໄຟບໍ່ຜ່ານຂົວຂ້າມນໍ້າຂອງແຫ່ງດັ່ງກ່າວ ແຕ່ອາດຈະໃຊ້ວິທີເປັນບ່ອນຂ່ຽນຖ່າຍສິນຄ້າຢູ່ຈຸດຫົວຂົວລະຫວ່າງສອງປະເທດ ແຕ່ໃນອະນາຄົດອາດເປັນໄປໄດ້ວ່າເສັ້ນທາງລົດໄຟລາວ-ຈີນ-ໄທອາດຜ່ານຂົວຂ້າມນໍ້າຂອງແຫ່ງໃໝ່ລະຫວ່າງເມືອງປາກທາ ແຂວງບໍ່ແກ້ວ ຫາ ເມືອງຄອບ ແຂວງໄຊຍະບູລີ ເຂົ້າສູ່ປະເທດໄທ.
ຂ່າວ-ພາບ: ເກີດຂວັນໃຈ
ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...