spot_img
Homeຂ່າວທ້ອງຖິ່ນຈໍາປາສັກເລັ່ງຂຶ້ນທະບຽນ ແຮງງານຕ່າງປະເທດຜິດກົດໝາຍ 27.000 ຄົນ

ຈໍາປາສັກເລັ່ງຂຶ້ນທະບຽນ ແຮງງານຕ່າງປະເທດຜິດກົດໝາຍ 27.000 ຄົນ

Published on

ຂປລ. ເຈົ້າໜ້າທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ລາຍງານໃນວັນທີ 2 ກຸມພາ 2016 ນີ້ວ່າ: ຍັງມີແຮງຕ່າງປະເທດຢ່າງໜ້ອຍ 2.000 ຄົນອາໃສຢູ່ແບບຜິດກົດໝາຍພາຍໃນແຂວງຂອງຕົນໂດຍແຮງງານສ່ວນໃຫຍ່ສວຍໂອກາດມາທ່ອງທ່ຽວ ຫລັງຈາກນັ້ນຫັນປ່ຽນສະຖານະພາບຕົນເອງມາເປັນພໍ່ຄ້າແມ່ຄ້າ, ເປັນກໍາມະກອນ ແລະ ເປີດຮ້ານບໍລິການຕ່າງໆໂດຍມີຄົນຈໍານວນໜຶ່ງຊຸກເຊື່ອງໄວ້ ຫລື ປົກປ້ອງໄວ້ເພື່ອຫລີກລ່ຽງການຈັບກຸມ ຂະນະທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງດັ່ງກ່າວໄດ້ກໍານົດເວລາ ແລະ ໃຫ້ໂອກາດແຮງງານຜິດກົດໝາຍເລົ່ານັ້ນມາຂຶ້ນທະບຽນບໍ່ໃຫ້ກາຍເດືອນມິຖຸນາ 2016 ຖ້າບຸກຄົນ ຫລື ນິຕິບຸກຄົນໃດບໍ່ປະຕິບັດຈະຖືກຈັບສົ່ງກັບປະເທດຢ່າງແນ່ນອນໂດຍບໍ່ມີຂໍ້ຍົກເວັ້ນເດັດຂາດ.
ກ່ອນໜ້ານີ້ໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດຢູ່ ສປປ ລາວຢ່າງຖືກຕ້ອງຕາມກົດໝາຍເພື່ອເປັນບ່ອນອີງໃຫ້ແຕ່ລະແຂວງ, ເມືອງ, ບ້ານ, ຫົວໜ່ວຍທຸລະກິດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແຕ່ປະກົດວ່າການຈັດຕັ້ງປະຕິບັດຕົວຈິງຂອງໂຄງການດັ່ງກ່າວໄດ້ດໍາເນີນເປັນຢ່າງຫລ້າຊ້າຍ້ອນບາງອົງການກ່ຽວຂ້ອງ, ບາງແຂວງ ແລະ ເມືອງຍັງກະກຽມຂໍ້ມູນ ແລະ ທໍາຄວາມເຂົ້າໃຈກັບວຽກໃໝ່.
ທ່ານ ລໍາພອນ ທໍາມະວົງຄໍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກໄດ້ເປີດເຜີຍວ່າ: ສະເພາະແຂວງຈໍາປາສັກຂອງພວກເຮົາໄດ້ຮັບຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດຢູ່ ສປປ ລາວແລ້ວ ແຕ່ປັດຈຸບັນນີ້ພວກເຮົາກະກຽມຂໍ້ມູນ, ໄດ້ຈັດຊຸດຝຶກອົບຮົມໂຄສະນາເຜີຍ, ໄດ້ມີການປະສານງານຮ່ວມກັນລະຫວ່າງ ປກສ ແລະ ພະແນກຂອງຕົນແລ້ວ ພ້ອມນີ້ກໍໄດ້ເຊີນບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຜູ້ປະກອບການ ແລະ ປະຊາຊົນເຂົ້າຮ່ວມເພື່ອຮັບຟັງທິດຊີ້ນໍາ ແລະ ນະໂຍບາຍຂອງພັກ-ລັດຖະບານໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.
ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມຍັງຊີ້ແຈງວ່າ: ສົກປີ 2014-2015 ຜ່ານມາ, ແຂວງຈໍາປາສັກມີຄົນຕ່າງປະເທດອາໃສຢູ່ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍປະມານ 30.000 ຄົນ ແຕ່ມາຮອດປັດຈຸບັນຈໍານວນຄົນຕ່າງປະເທດຜິດກົດໝາຍໄດ້ຫລຸດລົງເຫລືອພຽງແຕ່ 27.000 ຄົນ ເຊິ່ງການຫລຸດລົງດັ່ງກ່າວເປັນຜົນມາຈາກແຂວງຂອງພວກເຮົາມີມາດຕະການຜ່ອນຜັນ ແລະ ເດັດຂາດເພື່ອໃຫ້ໂອກາດກຸ່ມຄົນເລົ່ານັ້ນໄດ້ກະກຽມຄວາມພ້ອມຂອງເຂົາເຈົ້າ. ການດໍາເນີນມາດຕະການດັ່ງກ່າວນັ້ນແມ່ນເປັນໄປຕາມຄວາມຖືກຕອ້ງ ແລະ ສອດຄ່ອງກັບລະບຽບກົດໝາຍພາຍໃນ ແລະ ສາກົນ ຖ້າເຂົ້າປະເທດຜິດກົດໝາຍກໍຕ້ອງສົ່ງກັບປະເທດນັ້ນໆ ເຊິ່ງເປັນເລື່ອງປົກກະຕິເພາະໄລຍະຜ່ານມານັ້ນຄົນຕ່າງປະເທດເຂົ້າມາແຂວງຂອງພວກເຮົາສ່ວນໃຫຍ່ມັກເຂົ້າມາທ່ອງທ່ຽວ, ຢ້ຽມຢາມຍາດຕິພີ່ນ້ອງ ແລະ ເຂົ້າມາຄ້າຂາຍຍ່ອຍຕາມຊາຍແດນ ຫລັງຈາກນັ້ນສວຍໂອກາດມາຢູ່ແບບລົບລີ້ເຊື່ອງອໍາຕາມບ້ານ, ຢູ່ກັບພີ່ນ້ອງ ແລະ ບໍລິສັດຕ່າງໆໂດຍມີຄົນພາຍໃນຊ່ວຍເຫລືອເພື່ອຫວັງເງິນສິນບົນ. ການເຂົ້າມາແບບຜິດກົດໝາຍຂອງຄົນຕ່າງປະເທດຈໍານວນໜຶ່ງບໍ່ພຽງແຕ່ຍາດວຽກເຮັດງານທໍາຂອງຄົນລາວ ແຕ່ຫາກຍັງເກີດມີປະກົດການຫຍໍ້ທໍ້ໃຫ້ປະເທດເຮົາອີກດ້ວຍເປັນຕົ້ນ: ຂີ້ລັກງັດແງະ, ຄ້າຂາຍຢາເສບຕິດ, ຄ້າຂາຍສິ່ງຜິດກົດໝາຍ, ຄ້າຂາຍມະນຸດ ຕັ້ງຮ້ານກິນດື່ມແອບແຝງບໍລິການທາງເພດ ແລະ ອື່ນໆ ເຊິ່ງທັງໝົດເລົ່ານັ້ນລວັນແຕ່ຜິດກົດໝາຍພາຍໃນ ແລະ ສາກົນ.
ເຈົ້າໜ້າທີ່ຕໍາຫລວດແຂວງຈໍາປາສັກຍັງເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ພາຍຫລັງມີການລົງກວດກາ ແລະ ປຸກລະດົມໃຫ້ຄົນຕ່າງປະເທດກັບປະເທດຂອງເຂົາເຈົ້າ ແຕ່ປະກົດວ່າກຸ່ມຄົນເລົ່ານັ້ນຍົກຍ້າຍໄປຢູ່ແຂວງອື່ນໆແທນ ແລະ ເຂົາເຈົ້າບໍ່ຍອມກັບປະເທດເພາະເຂົາເຈົ້າໄດ້ລາຍງານຕໍ່ເຈົ້າໜ້າທີ່ວ່າຢູ່ປະເທດລາວສະດວກສະບາຍໃນການຊອກຢູ່ຫາກິນ, ລະບຽບກໍບໍ່ເຄັງຄັດປານໃດ ແລະ ບາງທີຢູ່ດົນໄປກໍສາມາດໄດ້ສັນຊາດລາວແບບອັດຕະໂນມັດ.

ຂ່າວຈາກ ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...