Homeຂ່າວທ້ອງຖິ່ນບໍ­ລິ­ການ​ການ​ຄ້າ ປາກ​ເຊ​ເຂັ້ມ​ງວດ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ

ບໍ­ລິ­ການ​ການ​ຄ້າ ປາກ​ເຊ​ເຂັ້ມ​ງວດ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ

Published on

ບໍ­ລິ­ສັດ​ບໍ­ລິ­ການ​ການ​ຄ້າ​ປາກ​ເຊ ຈຳ­ກັດ ຖື​ໄດ້​ວ່າ​ເປັນ​ສູນ​ລວມ​ການ​ຄ້າ​ທີ່ໃຫຍ່​ທີ່​ສຸດ​ໃນ​ເມືອງ​ປາກ​ເຊ​ກໍ​ຄື​ໃນ​ແຂວງ ຈຳ­ປາ​ສັກ ຊຶ່ງ​ມີ​ສິນ­ຄ້າ​ຫຼາກ​ຫຼາຍ​ລວມທັງ​ເຄື່ອງ​ອຸ­ປະ­ໂພກ ແລະ​ບໍ­ລິ­ໂພກ​ເຮັດ​ໃຫ້ໃນ​ແຕ່​ລະ​ວັນ​ຈໍ​ລະ​ຈອນ​ສິນ­ຄ້າ​ມີ​ຄວາມຄຶກ­ຄື້ນ​ພໍ​ສົມ­ຄວນທີ່​ສຳ­ຄັນ​ໃນ​ໄລ­ຍະ​ນີ້​ໃກ້​ຮອດ​ບຸນ­ປີ­ໃໝ່​ຂອງ​ຊາວ​ຫວຽດ­ນາມ ແລະ​ຊາວ​ຈີນ ຍິ່ງ​ເຮັດ​ໃຫ້​ມີ​ບັນ­ຍາ­ກາດ ເພີ່ມ​ຂຶ້ນ ແຕ່​ສິ່ງ​ທີ່​ຕາມ​ມາ​ຄື​ບັນ­ຫາ​ການ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ບາງ​ປະ ເພດ​ຂອງ​ແມ່​ຄ້າ​ບາງ​ກຸ່ມ.

ທ່ານ ຈຳ​ລຸນ ຊາດ​ຕະ­ກຸນ ຮອງ​ຫົວໜ້າ​ບໍ­ລິ­ຫານ​ບໍ­ລິ­ສັດບໍ­ລິ­ການ​ການ​ຄ້າປາກ​ເຊ ຈຳ­ກັດ​ໄດ້​ໃຫ້ສຳ­ພາດ​ວ່າ: ເພື່ອ​ເປັນ​ການ​ປະ­ກອບ­ສ່ວນຢ່າງ​ຕັ້ງ­ໜ້າ​ໃຫ້​ແກ່​ມະ­ຫາ​ພາກ​ໃນ​ການຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ໃຫ້​ມີ​ຄວາມ​ເປັນລະ­ບົບ​ລະ­ບຽບ​ຮຽບ​ຮ້ອຍ, ໃນ​ໄລ­ຍະຜ່ານ​ມາ​ກໍ​ຄື​ປະ­ຈຸ​ບັນ​ທາງ​ບໍ­ລິ­ສັດ​ແມ່ນໄດ້​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ເປັນ​ຫູ​ເປັນ­ຕາ​ໃຫ້​ແກ່​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ, ໂດຍ​ສະ­ເພາະ​ແມ່ນປະ­ເພດ​ຊີ້ນ​ປາ​ອາ­ຫານ, ການ​ລັກ­ລອບ​ຕາຊິງ​ຈາກ​ແມ່​ຄ້າ​ບາງ​ຄົນ​ທີ່​ສວຍ­ໂອ­ກາດ, ພ້ອມ​ດຽວ​ກັນ​ນີ້​ແມ່ນ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຈັດ​ກຸ່ມ​ໃຫ້​ມີ​ຄວາມ​ເປັນ​ລະ­ບົບ​ລະບຽບ, ຊຶ່ງ​ສາ­ມາດ​ຈັດ​ເປັນ​ກຸ່ມ​ໄດ້​ທັງ​ໝົດແລ້ວ 5 ກຸ່ມ​ຄື: ກຸ່ມ​ຊື້-ຂາຍ​ເງິນ​ຄຳ, ກຸ່ມ​ຂາຍ​ຊີ້ນ, ກຸ່ມ​ຂາຍ​ປາ, ກຸ່ມ​ຂາຍ​ເຂົ້າ ແລະ​ກຸ່ມ​ຂາຍ​ຢາ​ປົວ​ພະ­ຍາດ​ປະ­ຈຸ​ບັນ​ຍັງ​ສືບ­ຕໍ່​ຈັດ​ກຸ່ມ​ໝົດ​ປີ 2016  ຢ່າງ​ໜ້ອຍ​ໃຫ້​ໄດ້ 10 ກຸ້ມ.

ທ່ານ  ຈຳ​ລຸນ ຊາດ​ຕະ­ກຸນ ກ່າວ​ຕື່ມວ່າ: ໃນ​ໄລ­ຍະ​ໃກ້​ຈະ​ຮອດ​ບຸນ­ປີ­ໃໝ່​ຂອງຊາວ​ຫວຽດ­ນາມ ແລະ​ຊາວ​ຈີນ​ນີ້​ທາງບໍ­ລິ­ສັດ​ຍິ່ງ​ເພີ່ມ​ຄວາມ​ເຂັ້ມ​ງວດ​ຫຼາຍດ້ານ, ໃນ​ນັ້ນ​ແມ່ນ​ໄດ້​ເຂັ້ມ​ງວດ​ຕາມ​ຄຳສັ່ງ​ແນະ­ນຳ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ, ໃນ​ການ​ຄຸ້ມ​ຄອງລາ­ຄາ​ສິນ­ຄ້າ​ບໍ­ລິ­ໂພກ​ທຸກ​ຢ່າງ​ຄື: ໃຫ້ຂາຍ​ໃນ​ລາ­ຄາ​ທີ່​ທາງ​ພະ­ແນກ­ການ​ກ່ຽວຂ້ອງ​ກຳ­ນົດ​ໄວ້​ຢ່າງ​ເຂັ້ມ​ງວດ, ນອກ​ນີ້ ແມ່ນ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປ້ອງ​ກັນ​ເວັນຍາມ​ຕະ­ຫຼອດ 24 ຊົ່ວ­ໂມງ, ໂດຍ​ເພາະແມ່ນ​ບັນ­ຫາ​ຂີ້­ລັກ​ງັດ​ແງະ, ບັນ­ຫາ​ອັກ­ຄີໄຟ­ຟ້າ, ຫ້າມ​ບໍ່​ໃຫ້​ແມ່​ຄ້າ​ຈຸດ​ທູບ​ທຽນ​ຊະຊາຍ ແລະ​ອື່ນໆ.

ທ່ານ​ກ່າວ​ຕື່ມ​ວ່າ: ພາຍ­ຫຼັງ​ທີ່​ລັດ​ໄດ້ເຂົ້າ​ມາ​ບໍ­ລິ­ຫານ​ຈັດ­ການ​ຕະ­ຫຼາດ​ດາວເຮື່ອງ​ໃນ​ເມື່ອ​ກ່ອນ​ເຫັນ​ວ່າ​ມີ​ຫຼາຍ​ດ້ານ ພົ້ນ​ເດັ່ນ, ເປັນ­ຕົ້ນ​ແມ່ນ​ເລື່ອງ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ທີ່ສຳ­ຄັນ​ຄື​ການ​ເກັບ​ພັນ­ທະ​ໃຫ້​ລັດ, ການສ້າງ​ລາຍ​ຮັບ​ກໍ​ເພີ່ມ​ຂຶ້ນ​ຕາມໆ​ກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...