Homeຂ່າວພາຍ​ໃນທົ່ວ​ປະ​ເທດ​ ສາມາດ​ປູກ​ພືດ​ລະດູ​​ແລ້ງ​ ໄດ້​​ແລ້ວ​ຫຼາຍກວ່າ 87 ພັນ​ຮັກ​ຕາ!

ທົ່ວ​ປະ​ເທດ​ ສາມາດ​ປູກ​ພືດ​ລະດູ​​ແລ້ງ​ ໄດ້​​ແລ້ວ​ຫຼາຍກວ່າ 87 ພັນ​ຮັກ​ຕາ!

Published on

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​​ໃຫ້​ຮູ້​ວ່າ: ການ​ປູກ​ພືດ​ລະດູ​ແລ້ງ​ປີ​ນີ້​ ມາ​ຮອດ​ປັດຈຸບັນ​ທົ່ວ​ປະ​ເທດ ​ສາມາດ​ປະຕິບັດ​ໄດ້​ແລ້ວ​ຫຼາຍ​ກວ່າ 87 ພັນ​ເຮັກຕາ, ​ເທົ່າ​ກັບ 17 % ຂອງ​ແຜນການ, ສ່ວນ​ພືດ​ທີ່​ນິຍົມ​ປູກ​ຫຼາຍ​ກວ່າ​ໝູ່​ ແມ່ນ​ສາລີ​ແຂງ, ພືດ​ຕະກຸນ​ຖົ່ວ ​ແລະ ພືດ​ອາຍຸ​ສັ້ນ​ຕາມລະດູ​ການ​, ຊຶ່ງ​ພົ້ນ​ເດັ່ນກວ່າ​ໝູ່​ແມ່ນ​ແຂວງອຸດົມ​ໄຊ, ບໍ່​ແກ້ວ, ນະຄອນຫຼວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ ​ແລະ ຈຳປາ​ສັກ,ສ່ວນການ​ຜະລິດ​ເຂົ້ານາ​ແຊງ​ ມາ​ຮອດ​ປັດຈຸບັນທົ່ວ​ປະ​ເທດ​ສາມາດ​ປັກ​ດຳ​ສຳ​ເລັດ​ແລ້ວ​ ຫຼາຍ​ກວ່າ 72 ພັນ​ຮັກ​ຕາ,​ ເທົ່າ​ກັບ 66 % ຂອງ​ເນື່ອທີ່​ແຜນການ 112 ພັນເ​ຮັກ​ຕາ, ທຽບ​ໃສ່​ປີຜ່ານມາ​ ການ​ປັກ​ດຳ​ເຂົ້ານາ​ແຊງ​ປີ​ນີ້​ ແມ່ນ​ຍັງ​ຢູ່​ໃນ​ເກນ​ປົກ​ກະຕິ ​ແລະ ຄາດ​ວ່າການ​ປັກ​ດຳ​ຈະ​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ມີ​ນາທີ່​ຈະ​ມາ​ເຖິງນີ້,​ ພົ້ນ​ເດັ່ນກວ່າໝູ່​ ແມ່ນ​ບັນດາ​ແຂວງ​ພາກ​ກາງ​ ສາມາດ​ປັກ​ດຳ​ໄດ້​ແລ້ວ​ຫຼາຍກວ່າ 50 ພັນ​ເຮັກຕາ,​ ເທົ່າ​ກັບ 72% ຂອງ​ແຜນການ,​ ພາກ​ໃຕ້ປະຕິບັດ​ໄດ້​ແລ້ວ  18 ພັນ​ກວ່າ​ເຮັກຕາ,​ ເທົ່າ​ກັບ 54 % , ພາກ​​ເໜືອ​ປະຕິບັດ​ໄດ້​ແລ້ວ 3.800 ກວ່າ​ເຮັກຕາ,​ ​ເທົ່າ​ກັບ 45 %  ສ່ວນ​ຂະ​ແໜງ​ກະສິກຳ​ ກໍ​ໄດ້​ນຳສົ່ງ​ພະນັກງານ​ວິຊາ​ການຂອງຕົນ​ ລົງ​ຊຸກຍູ້​ສົ່ງ​​ເສີມ​ການນຳໃຊ້ເຕັກນິກວິທະຍາການ ​ໃຫ້​ກະສິກອນ​ແຕ່ລະ​ທ້ອງ​ຖິ່ນ​ ເພື່ອ​ຍົກ​ສະມັດ​ຕະພາບ​ການ​ຜະລິດ ​ໃຫ້​ໄດ້​ຕາມ​ຄາດໝາຍ​ແຜນການວາງໄວ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...