Homeຂ່າວການພັດທະນາຫວຽດນາມ ຊ່ວຍເຫຼືອຈັກສູບນ້ຳ ໂຄງການຊົນລະປະທານດົງໂພສີ ແລະ ທ່າພະ-ໜອງພົງ

ຫວຽດນາມ ຊ່ວຍເຫຼືອຈັກສູບນ້ຳ ໂຄງການຊົນລະປະທານດົງໂພສີ ແລະ ທ່າພະ-ໜອງພົງ

Published on

ໂຄງການ​ຊົນລະປະທານ​ດົງໂພ​ສີ ແລະ ທ່າ​ພະ-ໜອງ​ພົງ ເປັນ​ໂຄງການ​ໜຶ່ງ​ທີ່​ໄດ້​ຮັບ​ທຶນຊ່ວຍເຫຼືອ​ລ້າ​ຈາກ​ລັດຖະບານຫວຽດນາມ ເຂົ້າ​ໃນ​ການ​ປັບປຸງຟື້ນ​ຟູ​ລະບົບ​ໂຄງ​ລ່າງ ​ດ້ານ​ຊົນ​ລະປະທານ​ທັງ​ສອງ​ສະຖານີ​ສູບ​ນ້ຳ ນັບ​ແຕ່​ປີ 2000 ເປັນຕົ້ນ​ມາ ເປັນເວລາ 10 ກວ່າ​ປີ ເຫັນ​ວ່າ​ສະພາບ​ການ​ນຳ​ໃຊ້​ຈັກສູບນ້ຳ ແມ່ນເກີດ​ຄວາມ​ເຊື່ອມ​ໂຊມ ແລະ ໝົດອາຍຸ​ການ​ນຳ​ໃຊ້ ສະນັ້ນ ຫວຽດນາມ ໂດຍ​ສະເພາະບໍລິສັດ​ຫຸ້ນສ່ວນ​ຜະລິດ​ຈັກສູບນ້ຳ​ຮ້າຍ​ເຢືອງ ຈຶ່ງ​ໄດ້​ສືບຕໍ່​ຊ່ວຍເຫຼືອ​ໂດຍ​ໄດ້​ນຳເອົາ​ຈັກສູບນ້ຳ ພ້ອມ​ດ້ວຍ​ອຸປະກອນ​ຕິດ​ຕັ້ງ​ຄົບ​ຊຸດ ຈຳນວນ 6 ຊຸດ ມູນ​ຄ່າ 1,2 ຕື້​ກີບ ເພື່ອ​ນຳມາ​ຕິດ​ຕັ້ງ​ຢູ່​ໂຄງການ​ຊົນ​ລະ​ປະທານ​ດົງ​ໂພ​ສີ ແລະ ທ່າ​ພະ-ໜອງ​ພົງ ສຳເລັດໃນ​ວັນ​ທີ 24 ມັງກອນ 2016 ສາມາດ​ຫົດ​ເນື້ອທີ່​ການ​ຜະລິດ​ໄດ້ 75 ເຮັກຕາ ຮັບໃຊ້​ຊາວ​ກະສິກອນ​ໃນ​ສອງ​ເມືອງຄື: ໄຊ​ເຊດ​ຖາ ແລະ ເມືອງ​ຫາດຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ.

ພິທີ​ມອບ-ຮັບ​ຈັກສູບນ້ຳ​ພາຍຫຼັງ​ຕິດ​ຕັ້ງ​ສຳເລັດ ລະຫວ່າງບໍ​ລິສັດ​ຫຸ້ນ​ສ່ວນ​ຜະລິດ​ຈັກສູບນ້ຳຮ້າຍ​ເຢືອງ (HPMC) ກັບພະແນກ​ກະສິກຳ ແລະ ປ່າໄມ້ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ມີ​ຂຶ້ນ​ວັນ​ທີ 29 ມັງກອນ 2016 ທີ່​ໂຄງການດັ່ງກ່າວ ລະຫວ່າງ​ທ່ານ ຄຳ​ສິງ ຄູນ​ສະຫວັນ ຮອງ​ຫົວໜ້າ​ພະແນກ​ກະສິກຳ ແລະ ປ່າໄມ້ ນະຄອນ​ຫຼວງ​ວຽງ​ຈັນ ແລະ ທ່ານ ຕວ້ານ ຮອງ​ອຳນວຍ​ການ​ບໍ​ລິສັດ​ຫຸ້ນ​ສ່ວນ​ຜະລິດ​ຈັກສູບນ້ຳຮ້າຍ​ເຢືອງ ມີ​ທ່ານ ດວງ​ໄຊ ສິນນະ​ຈັກ ຮອງ​ຫົວໜ້າ​ກົມ​ຊົນ​ລະປະທານ ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ຫງຽນ​ກິມ​ຕ້ວນ ຕາງໜ້າ​ສະຫະ​ກົມ​ຊົນ​ລະ​ປະທານ ກະຊວງ​ກະສິກຳ ແລະ ພັດທະ​ນາ​ຊົນນະບົດ ​ສສ ຫວຽດນາມ ພ້ອມ​ດ້ວຍ​ພາກສ່ວນ​ທີ່ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...