Homeຂ່າວພາຍ​ໃນປີ 2015 ຜ່ານມາ ແຂວງອຸດົມໄຊ ມີລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 12 ລ້ານໂດລາສະຫະລັດ!

ປີ 2015 ຜ່ານມາ ແຂວງອຸດົມໄຊ ມີລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 12 ລ້ານໂດລາສະຫະລັດ!

Published on

ຂປລ. ​ຂະ​ແໜງ​ການທ່ອງທ່ຽວ ​ແຂວງ​ອຸດົມ​ໄຊ​ໃຫ້​ຮູ້​ວ່າ: ໃນສົກປີ 2015 ມີນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ເພີ່ມຂຶ້ນ 15 % ເມື່ອທຽບໃສ່ ສົກປີ 2014. ນັກ​ທ່ອງ​ທ່ຽວ​ຈຳນວນ​ດັ່ງກ່າວ ສ່ວນຫລາຍແມ່ນ ມາຈາກບັນດາປະເທດໃນພາກພື້ນ ອາຊຽນ ແລະ ສປ ຈີນ ເຊິ່ງກວມ​ເອົາ 59,86% ຂອງຈຳນວນນັກທ່ອງທ່ຽວທັງໝົດ ເຊິ່ງ​ໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກ່ຽວກັບການບໍລິການ ປະມານ 12 ລ້ານກວ່າໂດລາສະຫະລັດ.

ສາເຫດທີ່ເຮັດໃຫ້ອັດຕານັກທ່ອງທ່ຽວຢູ່ແຂວງດັ່ງກ່າວ ເພີ່ມຂຶ້ນ​ເນື່ອງ​ຈາກເສດຖະກິດ-ສັງຄົມ ພາຍໃນແຂວງ ມີການຂະຫຍາຍຕົວ, ສະຖານທີ່ທ່ອງທ່ຽວ ຫລາຍແຫ່ງ ມີການປັບປຸງບູລະນະ ແລະ ເປີດບໍລິການຢ່າງຕໍ່ເນື່ອງ ລວມທັງເສັ້ນທາງການຄົມມະນາຄົມ ກໍໄດ້ຮັບການພັດທະນາ ເຊິ່ງປັດຈຸບັນ ເສັ້ນທາງເຊື່ມຕໍ່ ລະຫວ່າງ ແຂວງອຸດົມໄຊກັບ ບັນດາປະເທດໃນພາກພື້ນ ແມ່ນມີຫລາຍຊ່ອງທາງ ແລະ ມີຄວາມສະດວກສະບາຍກວ່າເກົ່າ. ສ່ວນແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມ ແລະ ໃຊ້ບໍລິການສ່ວນຫລາຍແມ່ນແຫລ່ງທ່ອງທ່ຽວທຳມະຊາດ, ຮອງລົງມາແມ່ນວັດທະນະທຳ, ຮອງຮອຍປະຫວັດສາດ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...