spot_img
Homeຂ່າວເຫດການໂຮມຊຸມນຸມໃຫຍ່ ສະຫລອງວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 60 ປີ!

ໂຮມຊຸມນຸມໃຫຍ່ ສະຫລອງວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 60 ປີ!

Published on

ຂປລ. ສະຫະພັນກຳມະບານລາວໄດ້ຈັດງານ​​ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 60 ປີ (1/2/1956-1/2/2016) ຂຶ້ນໃນວັນທີ 1 ກຸມພາ 2016 ຢູ່ ນະຄອນຫລວງວຽງຈັນໂດຍມີສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ, ຮອງນາຍົກ ລັດຖະມົນຕີແລະ ມີບັນດາສະຫາຍຜູ້ແທນແລະແຂກຕ່າງປະເທດເຂົ້າຮ່ວມ ທັງນີ້, ກໍເພື່ອເຊີດຊູມູນເຊື້ອດຸໝັ່ນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ຮັກເຊື້ອແພງຊາດ, ວັດທະນະທຳທີ່ເປັນເອກະລັກອັນດີງາມແລະ ອັນພົ້ນເດັ່ນກວ່າໝູ່ ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ ຕ້ານການຮຸກຮ້ານຂອງພວກສັດຕູ ຢ່າງເດັດດ່ຽວໜຽວແໜ້ນຂອງ​​ບັນພະບູລຸດ, ຊົນຊັ້ນກຳມະກອນແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນການທ້ອນໂຮມ​, ປົກປັກຮັກສາແລະ ສ້າງສາປະເທດຊາດເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກສະໄໝ ສືບທອດຕໍ່ກັນມາຈົນເຖິງປັດຈຸບັນ.

ສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ ​​ກ່າວວ່າ: ຕະຫລອດໄລຍະ 60 ປີ ຜ່ານມາ ກຳມະກອນ-​ຊາວຜູ້ອອກແຮງງານລາວບັນດາເຜົ່າໂດຍພາຍໃຕ້ການຊີ້ນຳໆພາ ຂອງອົງການຈັດຕັ້ງກຳມະບານລາວໄດ້ຮັບການພັດທະນາໃນທຸກດ້ານ, ມີຄຸນທາດການເມືອງໜັກແໜ້ນ, ຮັກສາໄດ້ມູນເຊື້ອລັກສະນະດີເລີດຂອງຊົນຊັ້ນກຳມະກອນ, ມີລະບຽບວິໄນການອອກແຮງານ, ມີລະດັບການສຶກສາ, ວິຊາສະເພາະຊັ້ນປະລິນຍາຕີ​, ​ໂທ,​ ເອກ ນັບມື້ນັບຫລາຍຂຶ້ນ, ກຳມະກອນລາວຈຳນວນໜຶ່ງ ໄດ້ກາຍເປັນນັກ​​ເຕັກນິກ, ນັກຄົ້ນຄວ້າ, ນັກວິສາວະກອນ, ພະນັກງານວິຊາການ, ນັກທຸລະກິດ, ຜູ້ປະກອບການທີ່ດີເດັ່ນໃນບັນດາຂະແໜງການຕ່າງໆ, ​ໄດ້ຮັບນາມມະຍົດເປັນສາສະດາຈານ, ຮອງສາສະດາຈານ ພ້ອມນີ້ ກຳມະກອນລາວ-​ຊາວຜູ້ອອກແຮງງານລາວໄດ້ຮັບການພັດທະນາສີມືແຮງງານຢ່າງບໍ່ຢຸດຢັ້ງ ສົມຄູ່ກັບການສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ອັນ​​ໄດ້ຮັບຄວາມ​ເຊື່ອໝັ້ນແລະໄວ້ວາງໃຈຈາກການຈັດຕັ້ງ ພັກ, ລັດ, ອົງການຈັດຕັ້ງສັງຄົມຕ່າງໆ ນັບທັງນັກລົງທຶນຢູ່ພາຍໃນ ​ແລະ ຕ່າງປະເທດ​, ສະມາຊິກກຳມະບານ, ກຳມະກອນ-​ຊາວຜູ້ອອກແຮງງານຈຳນວນໜຶ່ງໄດ້ຮັບການເລືອກຕັ້ງ,​ ແຕ່ງຕັ້ງເຂົ້າໃນຕຳແໜ່ງສຳຄັນຂອງພັກ-​ລັດແຕ່ສູນກາງລົງຮອດທ້ອງຖິ່ນແລະໄດ້ກາຍເປັນຜູ້ຈັດການທີ່ດີເດັ່ນໃນບັນດາໂຮງຈັກ, ໂຮງງານຕ່າງໆໃນທົ່ວປະເທດເຮັດໃຫ້ສະຫະພັນກຳມະ ບານລາວ​ ​ໄດ້ມີບົດບາດທາງດ້ານການເມືອງ,​ ​ເສດຖະກິດ, ວັດທະນະທຳ-​ສັງຄົມແລະໄດ້ຮັບການເຊື່ອຖືຈາກບັນດາການຈັດຕັ້ງກຳມະບານປະເທດເພື່ອນໝິດແລະ ສາກົນ.

ສະຫາຍ ປະທານສູນກາງສະຫະພັນກຳມະບານລາວໄດ້ຮຽກຮ້ອງ​​ໃຫ້ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ການຈັດຕັ້ງກຳມະບານທຸກຂັ້ນ, ສະມາຊິກກຳມະບານ, ກຳມະກອນ-​ຊາວຜູ້ອອກແຮງງານລາວບັນດາເຜົ່າໃນທົ່ວປະເທດຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນປືກ​​ແຜ່ນ, ​ເຊີດຊູຄວາມຮັບຜິດຊອບໃນໜ້າທີ່ວຽກງານທີ່ພັກ-​ລັດໄດ້ມອບໝາຍໃຫ້ມີຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາແລະ ພັດທະນາປະເທດຊາດເພື່ອຄວາມສະຖຽນລະພາບ, ຄວາມມັ່ງຄັ້ງເຂັ້ມແຂງເຮັດໃຫ້ປະເທດລາວເຮົາ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020 ຢ່າງສີ້ເຊີງ.

DSC_2832 kammabane 2ສະຫະພັນກຳມະບານລາວໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 1 ກຸມພາ ປີ 1956 ຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນສະຫາຍ ໜູຮັກ ພູມສະຫວັນເປັນຜູ້ຊີ້ນຳ, ຈຸດປະສົງເພື່ອສືບຕໍ່ໂຄສະນາຂົນຂວາຍ, ​ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ​ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ,​ ເປັນພົນລະເມືອງທີ່ດີຂອງຊາດ ສົ່ງເສີມການມີວຽກເຮັດງານທຳແລະເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອົນຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າແລະເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...