Homeຂ່າວຕ່າງປະເທດກຸ່ມໄອເອັສວາງລະເບີດ 3 ຄັ້ງ ຢູ່ເມືອງຫລວງປະເທດຊີຣີ ມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ ບາດເຈັບນັບຮ້ອຍ!

ກຸ່ມໄອເອັສວາງລະເບີດ 3 ຄັ້ງ ຢູ່ເມືອງຫລວງປະເທດຊີຣີ ມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ ບາດເຈັບນັບຮ້ອຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມພານີ້ວ່າ ມື້ວານນີ້ (31 ມັງກອນ) ເກີດເຫດລະເບີດຂຶ້ນ 3 ຄັ້ງ ທາງຕອນໃຕ້ຂອງ ນະຄອນຫລວງດາມັດກັດ ປະເທດຊີຣີ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ ຫລາຍເຖິງ 60 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກກ່ວາ 110 ຄົນ ໂດຍລະເບີດລູກທຳອິດ ເປັນລະເບີດທີ່ເຊື່ອງໄວ້ໃນລົດ ແຕກຂຶ້ນຢູ່ໃກ້ກັບ ບໍລິເວນມັດສະຍິດ ຊາຢິດາ ເຊນາບ ຂອງຊາວມຸດສະລິມນິກາຍຊີອະ ຫລັງຈາກນັ້ນ ກໍມີມືລະເບີດຂ້າຕົວຕາຍ ຈູດລະເບີດອີກ 2 ຄົນ ໃນຂະນະທີ່ເຈົ້າໜ້າທີ່ ກຳລັງທຳການຊ່ວຍເຫລືອ ຜູ້ເຄາະຮ້າຍຈາກລະເບີດລູກທຳອິດ.

ຫລັງຈາກເກີດເຫດ ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ອອກມາຖະແຫລງ ຜ່ານສື່ສັງຄົມອອນລາຍຂອງຕົນວ່າ ເປັນຜູ້ຢູ່ເບື້ອງຫລັງການກໍ່ເຫດດັ່ງກ່າວ ຊຶ່ງຄາດວ່າອາດເປັນການກໍ່ເຫດ ເພື່ອປັ່ນປຸ່ວນສະຖານະການ ໃນຂະນະທີ່ກອງປະຊຸມເຊີແນວ ກ່ຽວກັບບັນຫາຊີຣີ ກຳລັງຈະໄຂຂຶ້ນຢູ່ປະເທດສະວິດ.

NjpUs24nCQKx5e1D7dyIu3RqqbJRbeoUZOijlOsVWgF

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...