spot_img
Homeຂ່າວການພັດທະນາມອບ-ຮັບໂຄງການຊ່ວຍເຫລືອ ປັບປຸງຄຸ້ມຄອງຂີ້ເຫຍື້ອຢູ່ຕົວເມືອງ ທີ່ມີຄວາມຍືນຍົງ

ມອບ-ຮັບໂຄງການຊ່ວຍເຫລືອ ປັບປຸງຄຸ້ມຄອງຂີ້ເຫຍື້ອຢູ່ຕົວເມືອງ ທີ່ມີຄວາມຍືນຍົງ

Published on

ໂຄງການປັບປຸງການຄຸ້ມຄອງຂີ້ເຫຍື້ອຢູ່ຕົວເມືອງ ທີ່ມີ ຄວາມຍືນຍົງດ້ານສິ່ງແວດລ້ອມ ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ນະ ຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ໂດຍໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ ໃນມູນຄ່າການຊ່ວຍເຫຼືອທັງໝົດ 1,38 ຕື້ເຢັນ (ເງິນສະກຸນຍີ່ປຸ່ນ) ຫຼື ປະມານ 11,49 ລ້ານໂດລາສະຫະລັດ ຊຶ່ງໄລຍະຈັດຕັ້ງປະຕິບັດໂຄງການ 1 ປີ.

ໂຄງການນີ້ມີຈຸດປະສົງ ເພື່ອປັບປຸງການຄຸ້ມຄອງຂີ້ ເຫຍື້ອຢູ່ຕົວເມືອງ ທີ່ມີຄວາມ ຍືນຍົງດ້ານສິ່ງແວດລ້ອມ ໂດຍ ຜ່ານ: 1. ການຈັດຊື້ພາຫະນະ ຂົນສົ່ງຂີ້ເຫຍື້ອຈຳນວນ 66 ຄັນ, ໃນນີ້ ໃຫ້ນະຄອນຫຼວງ ວຽງຈັນ 50 ຄັນ, ຫຼວງພະບາງ 10 ຄັນ ແລະ ໄຊຍະບູລີ 6 ຄັນ ພ້ອມດ້ວຍກົນຈັກໜັກສຳລັບ ກຳຈັດຂີ້ເຫຍື້ອຈຳນວນ 4 ຄັນ, ໃນນີ້ໃຫ້ນະຄອນຫຼວງວຽງຈັນ 2 ຄັນ, ຫຼວງພະບາງ ແລະ ໄຊ ຍະບູລີ ຕົວເມືອງລະ 1 ຄັນ ເພື່ອຂະຫຍາຍເຂດບໍລິການ ເກັບມ້ຽນຂີ້ເຫຍື້ອ ແລະ ເພື່ອ ຍົກສູງປະສິດທິຜົນຂອງການ ເກັບມ້ຽນ, ຂົນສົ່ງ ແລະ ກຳຈັດ ຂີ້ເຫຍື້ອ; 2. ການກໍ່ສ້າງສະຖາ ນີຄ່ຽນຖ່າຍຂີ້ເຫຍື້ອ ເພື່ອຍົກ ລະດັບການຂົນສົ່ງຂີ້ເຫຍື້ອຢູ່ ນະຄອນຫຼວງວຽງຈັນ ເພາະ ວ່າສະໜາມກຳຈັດຂີ້ເຫຍື້ອຢູ່ ຫ່າງຈາກຕົວເມືອງ 32 ກິໂລ ແມັດ; 3.

ການຝຶກອົບຮົມ ແລະ ການສະໜັບສະໜູນທາງດ້ານ ວິຊາການ ເພື່ອຄວາມຍືນຍົງ ທາງດ້ານການດຳເນີນງານສະ ຖານີຄ່ຽນຖ່າຍຂີ້ເຫຍື້ອ, ການ ນຳໃຊ້ ແລະ ການບົວລະບັດ ຮັກສາພາຫະນະຂົນສົ່ງຂີ້ເຫຍື້ອ ແລະ ກົນຈັກໜັກ ສຳລັບກຳຈັດ ຂີ້ເຫຍື້ອ.

ພາຍຫຼັງຈັດຕັ້ງສຳເລັດ ໂຄງການແລ້ວ ກໍໄດ້ຈັດພິທີ ມອບ-ຮັບໂຄງການຢ່າງເປັນ ທາງການຂຶ້ນ ໃນວັນທີ 29 ມັງ ກອນຜ່ານມານີ້ ທີ່ສະຖານີຄ່ຽນ ຖ່າຍຂີ້ເຫຍື້ອ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໂດຍການກ່າວ ມອບຂອງທ່ານ ຕາເກະຊິ ຮິກິ ຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳລາວ ແລະ ກ່າວ ຮັບໂດຍທ່ານ ນາງ ວິໄລຄຳ ໂພສາລາດ ລັດຖະມົນຕີຊ່ວຍ ວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີທ່ານ ສາຍ ທອງ ແກ້ວດວງດີ ຮອງເຈົ້າ ຄອງນະຄອນຫຼວງວຽງຈັນ, ທ່ານ ຢູຊຸເກະ ມູຣະກາມິ ຜູ້ ຕາງໜ້າອົງການໄຈກາ ປະ ຈຳລາວ ພ້ອມດ້ວຍແຂກຖືກ ເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

 

ແຫລ່ງຂ່າວ:

ປຊຊ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...