Homeຂ່າວເຫດການທູດຫວຽດນາມປະຈຳລາວ ຈັດງານລ້ຽງສະຫລອງປີໃໝ່ ທີ່ນະຄອນຫລວງວຽງຈັນ

ທູດຫວຽດນາມປະຈຳລາວ ຈັດງານລ້ຽງສະຫລອງປີໃໝ່ ທີ່ນະຄອນຫລວງວຽງຈັນ

Published on

ຂປລ.ໃນຕອນຄ່ຳວັນທີ 29 ມັງກອນນີ້, ທ່ານ ຫງວຽນ ແມັງຮຸ່ງ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳສປປ ລາວ ຮ່ວມກັບທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາ ໄດ້ຈັດງານລ້ຽງສະຫລອງປີ​ໃໝ່ ທີ່ນະຄອນຫລວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ–ຫວຽດ ນາມ, ມີບັນດາກົມການເມືອງ, ກຳມະການສູນກາງພັກ ແລະ ບັນດາລັດຖະມົນຕີວ່າການ–ຊ່ວຍວ່າການ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ຫງວຽນ ແມັງ ຮຸ່ງ ກ່າວວ່າ: ໃນງານລ້ຽງໃນຄ່ຳຄືນນີ້ ນອກຈາກເປັນການ ສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່​ແລ້ວ, ຍັງເປັນການຊົມເຊີຍຜົນສຳເລັດ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດ ນາມ ກໍຄືຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເຊິ່ງ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຟຸ ຈ້ອງ ມາ​ຍັງ​ບັນດາ​ການ​ນຳ​ພັກ–ລັດ​ຂອງ​ລາວ. ທ່ານ ຫງວຽນ ແມັງ ຮຸ່ງ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ ​ໃນ​ປີຜ່ານມາ ສະຖານທູດ ​ແລະ ບັນດາ​ນັກ​ລົງທຶນ​​ຫວຽດນາມ ​ໄດ້​ເຄື່ອນ​ໄຫວ​ປະຕິບັດໜ້າທີ່ ຢູ່ສປປ ລາວ ດ້ວຍ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ຮ່ວມ​ມື, ອຳນວຍ​ຄວາມ​ສະດວກ​ທຸກ​ປະການ​ຈາກ​ລັດຖະບານ ​ແລະ ປະ​ຊາ​ຊົນ​ລາວ. ປີ​ໃໝ່ (ປີວອກ) 2016 ນີ້ ​ເປັນ​ປີທີ່​ມີ​ຄວາມໝາຍຄວາມສຳຄັນ ທີ່​ທັງ​ສອງ​ປະ​ເທດ ຈະ​ໄດ້​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ກໍ​ຄື​ແຜນ​ພັດທະນາ​ເສດຖະກິດ ​ໃນ 5 ປີຕໍ່ໜ້າ​ໃຫ້​ມີ​ຜົນສຳ​​ເລັດ​ໃຫຍ່​ຫລວງ​ກວ່າ​ເກົ່າ. ສືບຕໍ່ຮັດ​ແໜ້ນຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​​ໃຫ້​ເລິ່ງ​ເຊິ່ງກວ່າ​ເກົ່າ.

ABC_9468....tait 2ໃນ​ໂອກາດ​ດັ່ງກ່າວ, ທ່ານ ພັນ​ຄຳ ວິພາ​ວັນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ​ທູດ ທີ່​ໄດ້​ມາ​ຮ່ວມ​ງານ​ສະຫລອງ​ປີ​ໃໝ່​ຫວຽດນາມ​ໃນ​ມື້​ນີ້ ​ແລະ ໄດ້ຕາງໜ້າ ພັກ–ລັດ, ປະຊາຊົນ​ລາວ ສົ່ງ​ຄວາມ​ຢ້ຽມຢາມ ​ຊົມ​ເຊີຍທ່ານ ຫງວຽນ ຟຸ ຈ້ອງ, ການ​ນຳ​ພັກ–ລັດ ​ແລະ ປະຊາຊົນຫວຽດນາມ​ອ້າຍ​ນ້ອງ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ສືບຕໍ່ພາລະ​ກິດ​ໃໝ່​ໃຫຍ່​ຫລວງ​ກວ່າ​ເກົ່າ ​ໃຫ້​ມີ​ຜົນສຳ​ເລັດ​ອັນ​ຈົບງາມ, ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ ຫວ່າງ​ສອງ​ປະ​ເທດ​ອ້າຍ​ນ້ອງ​ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ໝັ້ນຄົງ​ຂະໜົງ​ແກ່ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...