Homeຂ່າວຕ່າງປະເທດຈີນແຊງໜ້າເຢຍລະມັນ ຄອງອັນດັບໜຶ່ງ ຜູ້ຜະລິດໄຟຟ້າພະລັງງານແສງຕາເວັນ ຫລາຍທີ່ສຸດໃນໂລກ!

ຈີນແຊງໜ້າເຢຍລະມັນ ຄອງອັນດັບໜຶ່ງ ຜູ້ຜະລິດໄຟຟ້າພະລັງງານແສງຕາເວັນ ຫລາຍທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມັງກອນຜ່ານມານີ້ວ່າ ສະມາຄົມອຸດສາຫະກຳ ພະລັງງານແສງຕາເວັນແຫ່ງປະເທດຈີນ (CPIA) ໄດ້ເປີດເຜີຍເມື່ອວັນທີ 21 ມັງກອນ 2016 ລະບຸວ່າ ສະຖິຕິການຜະລິດໄຟຟ້າ ດ້ວຍພະລັງງານແສງຕາເວັນ (photovoltaic – PV) ພາຍໃນປະເທດຈີນ ໄດ້ເພີ່ມຂຶ້ນ 15 ກິກະວັດ ຫລື ປະມານ 40% ເມື່ອປຽບທຽບເປັນລາຍປີ ສົ່ງຜົນເຮັດໃຫ້ປະລິມານການຜະລິດສຸດທິ ມີທັງໝົດ 43 ກິກະວັດ ພາຍໃນປີ 2015 ຜ່ານມາ ຊຶ່ງເປັນປະລິມານການຜະລິດໄຟຟ້າ ດ້ວຍພະລັງານແສງຕາເວັນ ສູງທີ່ສຸດໃນໂລກ ແຊງໜ້າປະເທດເຢຍລະມັນ ທີ່ຄອງອັນດັບໜຶ່ງຂອງໂລກໃນດ້ານດັ່ງກ່າວ.

ສຳນັກງານບໍລິຫານພະລັງງານແຫ່ງຊາດ (NEA) ຂອງຈີນ ໄດ້ລະບຸວ່າ ປະເທດຈີນໄດ້ຕັ້ງເປົ້າເພີ່ມພະລັງງານສະອາດ (non-fossil energy) ໃຫ້ໄດ້ກວມ 15% ຂອງການຊົມໃຊ້ພະລັງງານພື້ນຖານຂອງປະເທດ ກ່ອນປີ 2020 ຊຶ່ງເມື່ອຮອດເວລານັ້ນຄາດວ່າ ການຜະລິດພະລັງງານແສງຕາເວັນຂອງຈີນ ຈະສູງຂຶ້ນເຖິງລະດັບ 150 ກິກະວັດ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...