Homeຂ່າວຕ່າງປະເທດນັກທ່ອງທ່ຽວນັບໝື່ນຄົນ ແຫ່ຊົມຫິມະຕົກຢູ່ຫວຽດນາມ ແຕ່ງົວຄວາຍປະຊາຊົນຕາຍ ເກືອບ 4 ພັນໂຕ!

ນັກທ່ອງທ່ຽວນັບໝື່ນຄົນ ແຫ່ຊົມຫິມະຕົກຢູ່ຫວຽດນາມ ແຕ່ງົວຄວາຍປະຊາຊົນຕາຍ ເກືອບ 4 ພັນໂຕ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມັງກອນນີ້ວ່າ ມີນັກທ່ອງທ່ຽວປະມານ 10,000 ຄົນ ເດີນທາງຂຶ້ນພູ ເພື່ອທ່ຽວຊົມປະກົດການຫິມະຕົກ ຢູ່ເມືອງຊາປາ ແຂວງລາວກາຍ (Lao Cai) ເມື່ອບໍ່ດົນມານີ້ ຫລັງຈາກທີ່ອາກາດໜາວເຢັນ ແລະ ຫິມະ ໄດ້ປົກຄຸມພື້ນທີ່ 3 ແຂວງທາງພາກເໜືອຂອງຫວຽດນາມ, ແນວໃດກໍຕາມ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ລາຍງານວ່າ ສະພາບອາກາດດັ່ງກ່າວ ໄດ້ເຮັດໃຫ້ງົວ ແລະ ຄວາຍຂອງປະຊາຊົນ ຕາຍຫລາຍກວ່າ 3,900ໂຕ ຊຶ່ງເສຍຫາຍຫລາຍທີ່ສຸດ ແມ່ນຢູ່ແຂວງເຊີນລາ (Son La) ຖັດລົງມາແມ່ນແຂວງລັງເຊີນ (Lang Son) ແລະ ແຂວງດຽນບຽນ (Dien Bien) ຕາມລຳດັບ.

ນອກຈາກນັ້ນ, ຫິມະທີ່ປົກຄຸມພື້ນທີ່ດັ່ງກ່າວ ຍັງເຮັດໃຫ້ຕົ້ນໄມ້ລົ້ມຕາຍ ເປັນເນື້ອທີ່ກ່ວາ 300 ເຮັກຕາ ແລະ ສວນຜັກຕ່າງໆເສຍຫາຍອີກ 70 ກ່ວາເຮັກຕາ ໃນໄລຍະເວລາ 3-4 ມື້ຜ່ານມານີ້ ລວມມູນຄ່າຄວາມເສຍຫາຍ ສູງເຖິງ 20 ຕື້ດົງ ຫລື ປະມານ 896,600 ໂດລາສະຫະລັດຯ.

ແນວໃດກໍຕາມ, ປັດຈຸບັນລັດຖະບານຫວຽດນາມ ໄດ້ສັ່ງໃຫ້ບັນດາທະນາຄານຂອງລັດ ທີ່ມີສາຂາຢູ່ 3 ແຂວງດັ່ງກ່າວ ຈັດສັນບ້ວງເງິນພິເສດ ເພື່ອໃຫ້ປະຊາຊົນກູ້ຢືມ ສຳລັບລົງທຶນປູກພືດແທນຄືນໃໝ່ແລ້ວ.

559000001043806 559000001043807 559000001043808

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...