Homeຂ່າວພາຍ​ໃນຄົນຂໍທານຢູ່ ນ.ວ ຍັງປະກົດມີແຜ່ຫຼາຍ ສ່ວນໃຫຍ່ມາຈາກຕ່າງແຂວງ ແລະ ສາມາດອອກແຮງງານ ເຮັດວຽກໄດ້!

ຄົນຂໍທານຢູ່ ນ.ວ ຍັງປະກົດມີແຜ່ຫຼາຍ ສ່ວນໃຫຍ່ມາຈາກຕ່າງແຂວງ ແລະ ສາມາດອອກແຮງງານ ເຮັດວຽກໄດ້!

Published on

ປັດຈຸບັນຢູ່ຕາມຕະຫຼາດ, ຫ້າງຮ້ານ ແລະ ​ເຂດຊຸມຊົນຕ່າງໆ​ໃນ​ນະຄອນຫຼວງ​ວຽງ​ຈັນ ໄດ້ປະກົດມີ ຄົນຂໍທານຈຳນວນໜຶ່ງ ຊຶ່ງມີທັງຄົນພິການ ແລະ ຄົນທີ່ສາມາດເຮັກວຽກໄດ້​ ເຄື່ອນ​ໄຫວ​ຂໍທານ​ນຳຜູ້ທີ່ຜ່ານໄປມາ ດ້ວຍ​ຮູບ​ການ​ຕ່າງໆ, ອັນ​ໄດ້​ສ້າງ​ພາບ​ພົດ​ບໍ່​ງາມ​ຕາ​ ໃຫ້​ແກ່​ຕົວ​​ເມືອງ​ນະຄອນຫຼວງ, ຊຶ່ງຕໍ່ບັນຫາດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ກໍຄືພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂອງນະຄອນຫຼວງວຽງຈັນ ກໍຍອມຮັບວ່າ ຜ່ານການລົງກວດກາ ກໍ​ໄດ້​ພົບ​ເຫັນຄົນຂໍທານເປັນຈຳນວນຫຼາຍ ແລະ ຄົນຂໍທານສ່ວນຫຼາຍ ແມ່ນມາຈາກຕ່າງແຂວງ, ຈຳນວນຫຼາຍແມ່ນຍັງເຮັກວຽກໄດ້ ແຕ່ຍ້ອນຄວາມຂີ້ຄານມັກງ່າຍ ​ແລະ ອີກ​ຈຳນວນໜຶ່ງ ແມ່ນ​ໃຊ້ເວລາຫວ່າງຈາກການເຮັດໄຮ່ເຮັດນາ​ ແລ້ວ​ມາ​ຂໍທານ​ກິນ, ສ່ວນ​ກຸ່ມ​ຄົນ​ທຸກຈົນ ຫຼື ​ເສຍ​ອົງຄະ​ແມ່ນ​ມີ​ໜ້ອຍ,​ ແຕ່ເຖິງຢ່າງໃດກໍຕາມ ພາກສ່ວນກ່ຽວຂ້ອງ ຈະ​ໄດ້​ຮີບ​ຮ້ອນລົງ​ແກ້ໄຂບັນຫາດັ່ງກ່າວ, ດ້ວຍການສົມທົບກັບບັນດາເມືອງ ແລະ ກຸ້ມບ້ານເປົ້າໝາຍ ເພື່ອກວດກາຈຳນວນຄົນຂໍທານ ແລ້ວນຳສົ່ງ​ເຂົາ​ເຈົ້າ​ຄືນ​ຖິ່ນ​ຖານ ຫຼື ສູນສັງຄົມສົງເຄາະເພື່ອສຶກສາອົບຮົບ ​ແລະ ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ເຂົາ​ເຈົ້າ, ສ່ວນຜູ້ເຖົ້າ, ຄົນພິການ ແລະ ເດັກນ້ອຍທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ ແລະ ບໍ່ມີຍາດພີ່ນ້ອງ ແມ່ນທາງສູນ ຈະດູແລເບິ່ງແຍງ ໃຫ້ທີ່ພັກພາອາໄສ​ ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຂອງ​ຕົວ​ເມືອງ​ຫຼວງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...