Homeຂ່າວພາຍ​ໃນຊາວຄ້າຂາຍກະກຽມສິນຄ້າ ສະໜອງປີໃໝ່ຫວຽດນາມ-ຈີນ ຄາດລາຄາບາງປະເພດ ອາດແພງຂຶ້ນດັ່ງທຸກປີ!

ຊາວຄ້າຂາຍກະກຽມສິນຄ້າ ສະໜອງປີໃໝ່ຫວຽດນາມ-ຈີນ ຄາດລາຄາບາງປະເພດ ອາດແພງຂຶ້ນດັ່ງທຸກປີ!

Published on

ຂປລ. ໃນປັດຈຸບັນ ບັນດາແມ່ຄ້າຊາວ​ຄ້າຂາຍ ຢູ່ຕະຫລາດຫລາຍແຫ່ງໃນນະຄອນຫລວງວຽງຈັນ ເຊັ່ນ: ຕະ ຫລາດຂົວດິນ, ຕະຫລາດໜອງດ້ວງ, ຕະຫລາດ​ສີ​ໄຄ, ຕະຫລາດສະພານທອງ ແລະ ອື່ນໆ ​ໄດ້​ມີ​ການ​ກະກຽມ​ສິນຄ້າ​ຂອງ​ຕົນ​ໃຫ້​ພຽງພໍ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ຊື້-ຂາຍ ​ໃນ​ໄລຍະ​ບຸນປີ​ໃໝ່​ຂອງ​ຊາວ​ຫວຽດນາມ ​ແລະ ຊາວ​ຈີນ ​ເຊິ່ງສິນຄ້າ​ທີ່​ມີ​ຄວາມ​ຕ້ອງການ​ສູງ​ໃນ​ໄລຍະ​ນີ້ ​ແມ່ນ​ເຄື່ອງອຸປະໂພກ ​ແລະ ບໍລິໂພກ ປະເພດຊີ້ນ, ຊີ້ນ​ງົວ, ຄວາຍ, ​ໝູ, ​ເປັດ, ​ໄກ່, ປາ, ເຂົ້າ ແລະ ພືດຜັກຕ່າງໆ.

ຕາມ​ການ​ສອບ​ຖາມ​​ພໍ່ຄ້າ, ​ແມ່​ຄ້າ ຢູ່​​ຕະຫລາດ​​ໄດ້​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ: ການຊື້-ຂາຍສິນຄ້າ ​ເຊື່ອວ່າ​ເລີ່​ມ ຄຶກຄື້ນ ໃນຕົ້ນເດືອນກຸມພາເປັນຕົ້ນໄປ. ຂະນະທີ່ປັດຈຸບັນລາຄາສິນຄ້າປະເພດ ຊີ້ນ, ຊີ້ນ​ງົວ, ຄວາຍ, ​ໝູ, ​ເປັດ, ​ໄກ່, ປາ, ເຂົ້າ ແລະ ພືດຜັກຕ່າງໆ ຍັງຢູ່ໃນລາຄາປົກກະຕິ ເຊັ່ນ: ຊິ້ນງົວລາຄາ 70-150 ພັນກີບຕໍ່ກິໂລ, ຊີ້ນໝູ 30-40 ພັນກີບຕໍ່ກິໂລ, ​ເປັດ,ໄກ່ 45-50 ພັນກີບຕໍ່ກິໂລ, ປາກະຊັງ 15-18 ພັນກີບຕໍ່ກິໂລ ແລະ ພືດຜັກຕ່າງໆລາຄາກໍຍັງປົກກະຕິ. ​

ແມ່ຄ້າ​ບາງ​ຄົນ​ເວົ້າວ່າ: ໃນ 5-6 ມື້ຕໍ່ໜ້າ ລາຄາສິນຄ້າບາງປະເພດ ອາດຈະມີການເໜັງຕີງ​ແພງຂຶ້ນ ດັ່ງທີ່ເຄີຍເປັນມາໃນແຕ່ລະປີ​ ເຊັ່ນ: ເຂົ້າສານ, ຊີ້ນງົວ, ຄວາຍ, ໝູ, ​ເປັດ, ​ໄກ່, ປາ ແລະ ພືດຜັກຕ່າງໆ. ສະນັ້ນ, ຈຶ່ງ​ສະ​ເໜີ​ພາກສ່ວນ ກ່ຽວຂ້ອງ​ໃຫ້ມີການຄວບຄຸມລາຄາ, ພ້ອມ​ທັງລົງກວດກາລາຄາ​ສິນຄ້າ ຢູ່ຕະຫລາດ​ແຫ່ງຕ່າງໆ ເປັນປົກກະ ຕິ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມ​ລຳພັງ​ໃຈ.

Untitled-1 koudchine 2

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...