Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ ເຂົ້າຢ້ຽມຄຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ ເຂົ້າຢ້ຽມຄຳນັບ

Published on

ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດຖະມົນຕີ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ນາງ ເລັດ​ໂນ ມາ​ຊູ​ດີ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ສ ອິນ​ໂດ​ເນ​ເຊຍ ພ້ອມຄະນະ ວັນ​ທີ 28 ມັງກອນ 2016 ທີ່​ຫ້ອງ​ວ່າການ​ລັດຖະບານ ໃນໂອກາດ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ລະຫວ່າງວັນ​ທີ 27-28 ມັງກອນ​ນີ້ ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນຮ່ວມ​ມື​ສອງ​ຊາດ ລາວ-ອິນ​ໂດເນ​ເຊຍ ໃຫ້​ນັບ​ມື້​ມີ​ບາດກ້າວ​ຂະຫຍາຍ​ຕົວ​ຍິ່ງ​ຂຶ້ນ.

ໂອກາດ​ດັ່ງກ່າວ ທ່ານ​ນາຍົກລັດຖະມົນຕີ ໄດ້​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ ພ້ອມ​ທັງ​ສະແດງຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດວຽກ​ຄັ້ງ​ນີ້​ຂອງ​ທ່ານ​ລັດ​ຖະ​ມົນຕີ​ຕ່າງປະເທດ ອິນ​ໂດ​ເນ​ເຊຍ ຖືເປັນ​ການ​ປະກອບສ່ວນ​ສຳຄັນ ເພື່ອ​ເສີມ​ສ້າງ​ສາຍ​ພົວພັນ​ຮ່ວມ​ມື​ສອງ​ຊາດ ລາວ-ອິນ​ໂດ​ເນ​ເຊຍ ໃຫ້​ນັບ​ມື້​ເຂັ້ມແຂງ ໂດຍ​ສະເພາະແມ່ນ ​ການ​ຮ່ວມ​ມື​ສອງ​ຝ່າຍ​ດ້ານວຽກ​ງານ​ຕ່າງປະເທດ ເຊິ່ງ​ຕະຫຼອດ​ໄລຍະ​ຫຼາຍ​ສິບ​ປີຜ່ານມາ ລັດຖະບານ​ລາວ ແລະ ອິນ​ໂດເນ​ເຊຍ ໄດ້​ໃຫ້ການ​ຊ່ວຍເຫຼືອ​ກັນ ແລະ ກັນ​ຢ່າງ​ເປັນ​ປົກກະຕິ​ຕໍ່ເນື່ອງ ພ້ອມ​ກັນ​ຍົກ​ສູງ​ຂີດ​ຄວາມສາມາດ​ໃນ​ການ​ແລກປ່ຽນ​ຂໍ້​ມູນຂ່າວສານ ລວມ​ທັງ​ການ​ຜັດປ່ຽນ​ການ​ຢ້ຽມຢາມ​ຂອງ​ປະມຸກລັດ ເຊິ່ງ​ນັ້ນ​ໄດ້​ເຮັດ​ໃຫ້​ສອງ​ຊາດ ລາວ-ອິນ​ໂດ​ເນ​ເຊຍ ມີ​ຄວາມເຂົ້າໃຈ​ເຖິງ​ວິຖີ​ຊີວິດ ວັດທະນະທຳ ຮີດຄອງ​ປະເພນີ​ອັນ​ດີງາມ ຕະຫຼອດ​ຮອດ​ສະພາບ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ​ຂອງອີກ​ຝ່າຍ​ຢ່າງ​ ເລິກເຊິ່ງ.

ຕອນ​ທ້າຍ ທ່ານ​ລັດ​ຖະ​ມົນຕີ​ຕ່າງປະເທດ​ອິນ​ໂດ​ເນ​ເຊຍ ໄດ້ສະແດງ​ຄວາມ​ຂອບໃຈ​ຕໍ່​ການຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານພັດທະນາ​ເສດຖະກິດ-ສັງຄົມ ກໍ່ຄື​ຜົນສຳເລັດ​ອັນ​ໃຫຍ່​ຫຼວງຂອງພັກ-ລັດຖະບານ ຕະຫຼອດ​ຮອດປະຊາຊົນ​ລາວ​ບັນດາເຜົ່າ ທີ່​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຈັດ​ຕັ້ງດຳເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ ປະເທດ ຄັ້ງ​ທີ X ຂອງ​ພັກ​ປະຊາ​ຊົນປະຕິວັດ​ລາວ​ ໃຫ້​ປະສົບຜົນສຳເລັດ​ຢ່າງ​ຈົບງາມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...