Homeຂ່າວຕ່າງປະເທດMaster Card ລະບຸ ບາງກອກແຊັ້ມນັກທ່ອງທ່ຽວ ຫລາຍທີ່ສຸດໃນພາກພື້ນ ອາຊີປາຊີຟິກ!

Master Card ລະບຸ ບາງກອກແຊັ້ມນັກທ່ອງທ່ຽວ ຫລາຍທີ່ສຸດໃນພາກພື້ນ ອາຊີປາຊີຟິກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທື 28 ມັງກອນນີ້ວ່າ ທ່ານ ແມດິວ ໄດຣເວີ ຜູ້ອຳນວຍການ ຝ່າຍຜະລິດຕະພັນ ແລະ ການແກ້ໄຂບັນຫາຂອງ ກຸ່ມບໍລິສັດ ມາດສະເຕີກາດ (Master Card) ຊຶ່ງເປັນຜູ້ໃຫ້ບໍລິການ ດ້ານບັດເຄຣດິດ ລາຍໃຫຍ່ຂອງໂລກ ໄດ້ອອກມາເປີດເຜີຍວ່າ ດັດຊະນີແຫລ່ງທ່ອງທ່ຽວປາຍທາງ ຍອດນິຍົມທີ່ສຸດ ໃນພາກພື້ນອາຊີປາຊີຟິກ ໃນປີ 2015 ຜ່ານມາ ພົບວ່າ ນະຄອນຫລວງບາງກອກ ຫລື ກຸງເທບມະຫານະຄອນ ປະເທດໄທ ຕິດອັນດັບທີ 1 ຂອງຈຸດໝາຍປາຍທາງ 10 ແຫ່ງ ທົ່ວພາກພື້ນ ທີ່ມີນັກທ່ອງທ່ຽວ ເດີນທາງໄປຢ້ຽມຢາມຫລາຍທີ່ສຸດ.

ພ້ອມດຽວກັນນັ້ນ, ແຂວງພູເກັດ ແລະ ເມືອງພັດທະຍາຂອງໄທ ກໍຕິດອັນດັບທີ 3 ແລະ ອັນດັບທີ 8 ຕາມລຳດັບ ໃນດັດຊະນີດັ່ງກ່າວອີກດ້ວຍ.

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...