Homeຂ່າວຕ່າງປະເທດກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມ ເລືອກສະຫາຍ ຫງວຽນຟູຈອງ ເປັນເລຂາທິການໃຫຍ່ ອີກສະໄໝ!

ກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມ ເລືອກສະຫາຍ ຫງວຽນຟູຈອງ ເປັນເລຂາທິການໃຫຍ່ ອີກສະໄໝ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ມັງກອນຜ່ານມານີ້ວ່າ ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຊຶ່ງໄຂຂຶ້ນໃນມື້ວານນີ້ (27 ມັງກອນ 2016) ໄດ້ດຳເນີນການເລືອກຕັ້ງ ກຳມະການກົມການເມືອງສູນກາງພັກ ຈຳນວນ 19 ສະຫາຍ ຊຶ່ງໃນນັ້ນ ໄດ້ລົງຄະແນນເລືອກເອົາ ສະຫາຍ ຫງວຽນຟູຈອງ ດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ອີກວາລະໜຶ່ງ.

ທັງນີ້ ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຊຶ່ງໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ມັງກອນ 2016 ໄດ້ດຳເນີນມາເປັນເວລາ 8 ວັນ ໂດຍມີກຳນົດປິດກອງປະຊຸມຢ່າງເປັນທາງການ ໃນວັນທີ 28 ມັງກອນນີ້.

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...