Homeຂ່າວພາຍ​ໃນຊົມເຊີຍ! ເດັກໂອທິສຕິກລາວ ຄວ້າ 1 ຫລຽນຄຳ ແລະ 2 ຫລຽນເງິນ ຈາກການແຂ່ງຂັນກິລາລະດັບອາຊຽນ!

ຊົມເຊີຍ! ເດັກໂອທິສຕິກລາວ ຄວ້າ 1 ຫລຽນຄຳ ແລະ 2 ຫລຽນເງິນ ຈາກການແຂ່ງຂັນກິລາລະດັບອາຊຽນ!

Published on

ຂປລ. ​ໃນ​ວັນ​ທີ 27 ມັງກອນ ນີ້ ທີ່​ນະຄອນຫລວງ​ວຽງຈັນ ​ໄດ້​ຈັດ​ງານ​ຖະ​ແຫລ​ງຂ່າວ ກ່ຽວກັບ​ຜົນສຳ​ເລັດ ​ໃນ​ການ​ແຂ່ງຂັນກິລາ​ ຢູ່ປະ​ເທດຟີ​ລິປິ​ນ ​​ໃນ​ລະຫວ່າງ ວັນ​ທີ 15-17 ມັງກອນ​ ທີ່​ຜ່ານ​ມາ ​​ໂດຍມີນັກ​ກິລາ​ໂອ​ທສິຕິກ ຈາກ​ສປປ ລາວ ​ເຂົ້າ​ຮ່ວມ ​ແລະ ສາມາດ​ຄວ້າຫລຽນ​ລາງວັນ​ໄດ້ 3 ລາງວັນ​ຄື: ທ້າວ ທະວີ​ສຸກ ດວງ​ດາລາ ​ໄດ້​ຮັບ​ຫລຽນຄຳ ຈາກ​ການແຂ່ງຂັນກິລາ​ໂບລິ້ງ. ລຸ້ນອາຍຸຕໍ່າ​ກວ່າ 13 ປີ, ທ້າວ ກິດສະໜາ ​ໄຊ​ຍະ​ວົງ ​ໄດ້​ຮັບ​ຫລຽນ​ເງິນ ຈາກ​ການ​ແຂ່ງຂັນ ກິລາ​ແລ່ນ 50 ​ແມັດ. ລຸ້ນອາຍຸ ຕໍ່າກວ່າ 13 ປີ ​ແລະ ທ້າວ ມາກ​​ແຊນ ວົງ​ໄຊ ​ໄດ້​ຮັບ​ຫລຽນເງິນ ຈາກການແຂ່ງຂັນກິລາ ໂບລິ້ງ. ລຸ້ນອາຍຸ 13 ປີຂຶ້ນໄປ.

ທ່ານນາງ ໂພຄຳ ດວງດາລາ ປະທານສະມາຄົມເພື່ອຄົນໂອ​ທສິຕິກ ໃຫ້ຮູ້ວ່າ: ໃນການແຂ່ງຂັນກິລາມິດຕະ ພາບໂອທິສຊືມອາຊຽນ ເປັນການເປີດໂອກາດ ໃຫ້ເດັກໂອທສິຕິກ ໄດ້ມີສ່ວນຮ່ວມໃນການແຂ່ງຂັນກິລາ ແລະ ສີລະປະ ເພື່ອແລກປ່ຽນວັດທະນາທະນະທຳ ກັບບັນດາເດັກໂອ​ທສິຕິກໃນອາຊຽນນຳກັນ. ນອກຈາກນີ້ ຍັງເປັນການ ສົ່ງເສີມໃຫ້ ເດັກໂອ​ທສິຕິກ ​ໄດ້ມີສ່ວນຮ່ວມໃນທຸກກິດຈະກຳຂອງສັງຄົມ. ການແຂ່ງຂັນຄັ້ງນີ້ ມີນັກ​ກິລາ​ເຂົ້າຮ່ວມ ປະມານ 400 ກວ່າຄົນ ຈາກ 9 ປະເທດ​ໃນ​ອາ​ຊຽນ.

ທ່ານ ນາງ ໂພຄຳ ດວງດາລາ ​ໃຫ້​ຮູ້​ຕື່ມວ່າ ໃນອະນາຄົດຈະສົ່ງເສີມນັກກິລາໃຫ້ຫລາຍຂຶ້ນ ທັງ​ນີ້​ ກໍ​ເພື່ອ​ຈະ​ໄດ້ສົ່ງນັກ​ກິລາເຂົ້າຮ່ວມການແຂ່ງຂັນ ​ໃນຫລາຍປະເພດຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...