Homeຂ່າວເຫດການລັດຖະມົນຕີຕ່າງປະເທດອິນໂດເນເຊຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ພະນະທ່ານ ນາງ ເລັດໂນມາຊູດີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງສາທາລະນະລັດອິນໂດເນເຊຍ ພ້ອມສາມີ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ມັງ ກອນ 2016 ເພື່ອເສີມຂະ ຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ອິນໂດເນເຊຍ.

ການພົບປະປຶກສາຫາລື ຮ່ວມກັນຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 27 ມັງກອນ 2016, ທີ່ ກະຊວງການຕ່າງປະເທດ, ທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນ ແລະ ຮ່ວມມືກັນຖານປະເທດເພື່ອນມິດ ທີ່ມີມູນເຊື້ອອັນດີງາມ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງຂອງສອງປະເທດ, ບັນດາຂະແໜງການຕ່າງໆໃນທຸກລະດັບ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍທັງສອງຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບພາຍໃນປະເທດຂອງຕົນທີ່ພົ້ນເດັ່ນ ເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງ, ການພັດທະນາເສດຖະກິດ- ສັງຄົມ, ການເຄື່ອນໄຫວຕ່າງປະເທດ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມ ເຫັນຮ່ວມກັນກ່ຽວກັບການພົວ ພັນຮ່ວມມືລະຫວ່າງສອງປະ ເທດ ໃຫ້ນັບມື້ນັບກວ້າງຂວາງ ແລະ ແຕກດອກອອກຜົນ ເພື່ອ ເພີ່ມທະວີ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະ ເທດຖານປະເທດເພື່ອນມິດທີ່ ດີຕໍ່ກັນເທົ່ານັ້ນ ຫາກຍັງເປັນ ການເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈ ໃນການພົວພັນຮ່ວມມື ເພື່ອ ການພັດທະນາໃນຄອບຄົວ ອາຊຽນອີກດ້ວຍ ໂດຍສະ ເພາະໃນປີ 2016 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານ ອາຊຽນ, ທັງສອງຝ່າຍຍິ່ງມີ ຄວາມຈຳເປັນຢ່າງຍິ່ງທີ່ຈະໃຫ້ ການສະໜັບສະໜູນຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືຊຶ່ງກັນ ແລະ ກັນ ເພື່ອໃຫ້ບັນລຸຕາມ ເປົ້າໝາຍຂອງສາມເສົາຄ້ຳ ຂອງປະຊາຄົມອາຊຽນ ເປັນ ຕົ້ນດ້ານການເມືອງ, ດ້ານເສດ ຖະກິດ, ດ້ານວັດທະນະທຳ- ສັງຄົມ.

ສິ່ງສຳຄັນແມ່ນການ ຮ່ວມມືໃນການຈັດຕັ້ງປະຕິບັດ ປະຊາຄົມເສດຖະກິດອາຊຽນ ໃຫ້ເກີດຜົນເປັນຮູບປະທຳເທື່ອ ລະກ້າວ, ທ່ານລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ທັງສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານ ຖານປະເທດເພື່ອນມິດທີ່ດີຕໍ່ກັນ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ອິນໂດເນເຊຍ ທີ່ນັບມື້ນັບແໜ້ນແຟ້ນ.

ນອກນີ້ ກໍຍັງໄດ້ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆ ອັນ ໄດ້ນຳເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນຂອງທັງ ສອງປະເທດ. ພ້ອມນີ້ ທັງສອງຝ່າຍຍັງໄດ້ຕົກລົງເຫັນດີຈະ ຈັດກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ອິນໂດເນເຊຍ (JC) ຄັ້ງທີ 5 ຊຶ່ງ ສ.ອິນໂດເນເຊຍ ຈະເປັນເຈົ້າ ພາບໃນເວລາອັນໃກ້ນີ້.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...