Homeຂ່າວພາຍ​ໃນຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມັງກອນ 2016

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມັງກອນ 2016

Published on

ຂປລ.ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2016ໄດ້ໄຂຂຶ້ນ​ໃນ​ວັນ​ທີ 27​ມັງກອນ ໂດຍ​ການເປັນປະທານຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ​ແລະ ສະມາຊິກລັດ ຖະບານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ຮັບຮອງເອົາທາງດ້ານຫລັກການ ຕໍ່ບາງບັນຫາສໍາຄັນຄື:

  1. ກອງ​ປະຊຸມ​ໄດ້​ພິຈາລະນາ ​ແລະ ​ເຫັນ​ດີ​ຮັບຮອງຍຸດ​ທະ​ສາດ​ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ແຫ່ງ​ຊາດ ຮອດ​ປີ 2025 ​ແລະ ​ແຜນ​ປະຕິບັດ​ງານ​ການ​ ພັດທະນາ​ຊັບພະ​ຍາກ​ອນມະນຸດ​ແຫ່ງ​ຊາດ 2016-2020.ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ມີ​ທິດ​ຊີ້ນໍາ​ໃຫ້​ພາກສ່ວນ​ທີ່ກ່ຽວຂ້ອງ​ ນຳ​ໄປ​ປັບປຸງ​ຕື່ມ ຕາມ​ການ​ປະກອບ​ຄຳ​ເຫັນ​ຂອງ​ສະມາຊິກ​ລັດຖະບານ ​ເປັນ​ຕົ້ນ​ ​ໃຫ້​ຕີ​ລາຄາ​ຄືນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ດັ່ງກ່າວ​ ດ້ານ​ດີ ​ແລະ ຂໍ້ຄົງຄ້າງໃນ​ໄລຍະ​ຜ່ານ​ມາ; ​ກວດກາ, ຄົ້ນ​ຄວ້າ​ ແລະ ຄິດ​ໄລ່​ລະອຽດສໍາລັບບັນດາ​ຕົວ​ເລກຄາດໝາຍສູ້​ຊົນຕ່າງໆທີ່ກຳນົດ ຕ້ອງ​ໃຫ້​ສອດຄ່ອງ​ກັບ​ຄວາມ​ສາມາດ​ຕົວ​ຈິງ​, ຮັບປະກັນ​​ໃຫ້​ການ​ສ້າງ​ຊັບພະຍາກອນ​ມະນຸດ​ ມີ​ຄວາມສອດຄ່ອງ ​ແລະ ສາມາດ​ຕອບ​ສະໜອງກັບ ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ກໍຄືການຈັດ​ຕັ້ງ​ປະຕິ ບັດແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ແຕ່ລະ​ໄລຍະ; ຈັດ​ລຽງບູລິ​ມະ​ສິດ​ ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ນັ້ນ​ໃຫ້​ສຸມ​ໃສ່ຂະ​ແໜງການ​ທີ່​ເປັນ​ຈຸດ​ສຸມ; ສ້າງ​ໃຫ້​ຄົນ​ລາວ​ເປັນ​ຄົນ​ທີ່​ມັກອ່ານ, ຄົ້ນຄວ້າ, ມັກ​ຮໍ່າຮຽນ​ໃຫ້ຫລາຍຂຶ້ນ. ອັນ​ສຳຄັນ​ແມ່ນ ຕ້ອງ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ ຈາກ​ສາກົນໃຫ້ຫລາຍຂຶ້ນ, ​ເຮັດ​ໃຫ້ທຸກຄອບຄົວ ​ແລະ ​ທຸກ​ພາກສ່ວນ​ໃນ​ສັງຄົມ ມີ​ສ່ວນ​ຮ່ວມ​ໃນ​ການຊຸກຍູ້, ສົ່ງ​ເສີມ ​ແລະ ກາຍ​ເປັນຄວາມ​ຮັບຜິດຊອບ ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ.
  2. ກອງ​ປະຊຸມ​ໄດ້​ພິຈາລະນາ ​ແລະ ​ເຫັນ​ດີ​ຮັບຮອງຍຸດ​ທະ​ສາດ​ ການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາງ​ທຸກ​ຍາກ 10 ປີ (2016-2025), ​ແຜນ​ພັດທະນາ​ຊົນ​ນະ​ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ 5 ປີ(2016-2020) ​ແລະ ວິ​ໄສ​ທັດຮອດ​ປີ 2030. ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ມີ​ທິດ​ຊີ້ນໍາ​ໃຫ້​ພາກສ່ວນ​ທີ່ກ່ຽວຂ້ອງ​ ນຳ​ໄປ​ປັບປຸງ​ຕື່ມ ​ເປັນ​ຕົ້ນ ບັນຫາ​ກົກ​ແມ່ນ ​ຕ້ອງ​ມີ​ການ​ປຸກລະດົມ​ໃຫ້​ປະຊາຊົນ ​ແລະ ບັນດາ​ຄອບຄົວ​ທີ່​ທຸກ​ຍາກ ​ເປັນ​ເຈົ້າ​ການ​ ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ດ້ວຍ​ຕົວ​ເອງ ​ໂດຍ​ອີງຈຸດ​ພິ​ເສດ ​ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຄອບຄົວ ​ເພື່ອ​ບຸກໜ້າບືນ​ຕົວຫລຸດ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ຫລຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ; ພ້ອມ​ທັງມີ​ນະ​ໂຍບາຍ, ກົນ​ໄກທີ່​ເໝາະສົມ. ຄຽງຄູ່​ກັນ​ນັ້ນ ຕ້ອງ​ໄດ້ຕີ​ລາຄາ ​ແລະ ຄົ້ນ​ຄວ້າ​ຄືນ​ບັນດາ​ຈຸດ​ອ່ອນ​ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ ເພື່ອ​ຊອກ​ຫາ​ສາ​ເຫດ ​ແລະ ວິ​ທີ​ການ​ແກ້​ໄຂ​ຕົວ​ຈິງ ລວມທັງມີ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ​ແບ່ງຄວາມ​ຮັບ ຜິດຊອບ​ໃຫ້​ແຕ່ລະ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ຢ່າງ​ຈະ​ແຈ້ງ. ບັນຫາ​ສໍາຄັນ​ແມ່ນ ຕ້ອງ​ເອົາ​ໃຈ​ໃສ່​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອຈາກ​ສາກົນ ລວມ​ທັງ​ການ​ມີ​ສ່ວນ​ຮ່ວມ​ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ​ໃຫ້​ສູງ​ຂຶ້ນ ​ເພື່ອ​ນຳ​ມາ​ພັດທະນາ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ. ນອກ​ນັ້ນ ກໍ່ຕ້ອງ​ມີ​ການຈັດ​ແບ່ງ​ງົບປະມານ​ທີ່​ເໝາະສົມ ຕາມຂອບ​ເຂດ​ຄວາມ​ຮັບຜິດຊອບ​ ທາງ​ດ້ານ​ວິຊາ​ການ​ ຂອງ​ແຕ່ລະ​ຂະ​ແໜງການ.
  3. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງບົດ​ສະຫລຸບຂາດ​ຕົວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2014-2015. ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ເຫັນ​ວ່າ ສົກປີ 2014-2015 ເຊິ່ງເປັນປີມ້ວຍທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ສະພາບ​ແວດ​ລ້ອມ​ພາຍ​ໃນ ​ແລະ ສາກົນ ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ ​ເຮັດ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ໃນຫລາຍດ້ານ ​ໂດຍ​ລວມ​ແມ່ນ ປະ​ເທດ​ຊາດ​ສືບຕໍ່ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ ​ແລະ ມີ​ສະ ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງໜັກ​ແໜ້ນ, ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ການ​ຜະລິດ​ການ​ບໍລິການ, ການ​ລົງທຶນຍັງ​ມີ​ບັນຍາກາດ​ທີ່​ດີ, ສາມາດ​ຮັກສາ​ໄດ້​ສະຖຽນລະ​ພາບ​ ຂອງ​ເສດຖະກິດ​ມະຫາພາກ, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ມີ​ລັກສະນະ​ຕໍ່​ເນື່ອງ.

ຂົງເຂດ​ວັດທະນະທຳ​ສັງຄົມ ກໍໄດ້​ຮັບ​ການ​ປັບປຸງ​ແກ້​ໄຂ ​ແລະ ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ຄວາມ​ພະ ຍາຍາມ​ໃນຫລາຍດ້ານ ​ເພື່ອ​ສູ້​ຊົນ​ໃຫ້​ບັນລຸ​ເປົ້າໝາຍສະຫັດ​ສະຫວັດ​ດ້ານ​ການ​ພັດທະນາ ​ແນ​ໃສ່​ເຮັດ​​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ​ເປັນ​ກ້າວໆ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ ກອງ​ປະຊຸມ​ຍັງ​ເຫັນ​ວ່າ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ–ສັງຄົມ, ​ແຜນ​ງົບປະມານ ​ແລະ ​ແຜນ​ເງິນຕາ ​ໃນ​ໄລຍະ​ຜ່ານ​ມາ ຍັງ​ມີ​ຈຸດ​ອ່ອນ, ຂໍ້ຄົງຄ້າງທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ​ຢ່າງ​ຕັ້ງໜ້າ ​ເຊິ່ງປະທານ​ກອງ​ປະຊຸມ​ໄດ້​ເນັ້ນ​ເຖິງບັນດາ​ກະຊວງ, ອົງການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ແຜນ​ລາຍ​ຮັບ​ຂອງ​ຕົນໃຫ້​ລະອຽດ, ຈະ​ແຈ້ງ, ປະຕິບັດ​ວິ​​ໄນ​ແຜນການ, ການ​ເງິນ​ຢ່າງ​ເຂັ້ມ​ງວດ. ພ້ອມ​ດຽວກັນ​ນັ້ນ, ກໍຕ້ອງ​ມີ​ການ​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື, ຄົ້ນຄວ້າ​​ໃນ​ການ​ແກ້​ໄຂ​ບັນ ຫາໜີ້ ​ເພື່ອ​ເຮັດ​ໃຫ້​ສະພາບ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ເສດຖະກິດຫລຸດຜ່ອນ​ລົງ.

​​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ໃນ​ກອງປະຊຸມ​ຄັ້ງ​ ນີ້ ລວມທັງ​ ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນກຸມພາ2016ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:​

1).ສຸມ ​ໃສ່​ປະຕິບັດ​ວຽກງານ​ຮາກ​ຖານການ​ເມືອງ​ໃຫ້​ດີ; ​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ຕໍ່ກຳລັງ ປກສ-ປກຊ ​ໃຫ້​ເໝາະສົມ​ແທດ​ເຖິງ ພ້ອມ​ທັງ ​ບຸກລະດົມ​ທົ່ວ​ສັງຄົມ ​ເຂົ້າ​ຮ່ວມ​ວຽກງານ ປກສ-ປກຊ ຢ່າງ​ຕັ້ງໜ້າ. ​ຊຶ່ງໄລຍະ​ຜ່ານ​ມາ​ ​ໄດ້​ມີ​ຫລາຍ​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂື້ນ​ເປັນຕົ້ນ ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີກາ​ນນຳ​ພັກ–ລັດ ​ເຮົາດ້ວຍ​ຮູບ​ການ​ຕ່າງໆນອກຈາກ​ນັ້ນ ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ຢູ່​ບາງ​ແຂວງ ​ແລະ ບາງ​ເຂດ​ທີ່​ມີ​ຄວາມ​ຫລໍ່ແຫລມ, ບັນຫາ​ຢາ​ເສບ​ຕິດ, ການ​ປຸ້ນ​ຈີ້ຊິງ​ຊັບ, ກຸ່ມ​ແກ້ງ​ອັນ​ຕະພານ ​ແລະ ອື່ນໆຊຶ່ງ​ກະຊວງ​ກ່ຽວຂ້ອງກໍ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ຢ່າງ​ຕັ້ງໜ້າ ​ແຕ່ສະ​ເໜີ​ໃຫ້​ສືບຕໍ່​ເອົາ​ໃຈ​ໃສ່​ຕື່ມ.

​2).ໃຫ້ເອົາ​ໃຈ​ໃສ່​ຊີ້ນຳ​​ການ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ແຜນ ​ແລະ ສືບຕໍ່​ແກ້​ໄຂ​ບັນຫາ​ເຄັ່ງຮ້ອນທາງ​ເສດ ຖະກິດຈຳນວນ​ໜຶ່ງ ​ໃຫ້​ມີ​ຜົນສຳ​ເລັດ; ນອກຈາກ​ນັ້ນກໍ​ໃຫ້​​ເອົາ​ໃຈ​ໃສ່​​ໃນການ​ຜະ​ລິດ​ລະດູ​ແລ້ງ ​ໃຫ້​ໄດ້​ຕາມ​ແຜນ, ຕ້ອງ​ກະກຽມບັນຫາ​ແນວ​ພັນ, ການ​ຕ້ານ ​ແລະ ຈຳກັດ​ສັດຕູ​ພືດ ​ແລະ ບັນຫາ​ອື່ນໆໄວ້​ແຕ່​ຫົວທີ. ບັນຫານີ້ມອບ​ໃຫ້ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເປັນ​ເຈົ້າ​ການ​ຊີ້ນຳ ​ແລະ ລົງ​ເຮັດ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ.

3). ​ໃຫ້​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມຕິດຕາມ​ສະພາບ​ດິນ​ຟ້າ​ອາກາດ ​ເພື່ອ​ແຈ້ງ​ເຕືອນ​ໃຫ້​ພໍ່​ແມ່​ປະຊາຊົນ​ຮັບ​ຊາບ ​ແລະ ກຽມພ້ອມ​ຮັບ​ມືຢ່າງ​ທັນ​ການ. 2-3ມື້ ຜ່ານ​ມາອາກາດ​ໜາວ ​ໄດ້​​ເຮັດ​ໃຫ້​ຜົນລະປູກ ​ແລະ ສັດລ້ຽງ​ຂອງ​ປະຊາຊົນຢູ່​ບາງ​ທ້ອງ​ຖິ່ນ​ເສັຽຫາຍ​ຈຳນວນ​ບໍ່​ໜ້ອຍ, ຈຶ່ງ​ສະ​ເໜີ​ໃຫ້​ພາກ ສ່ວນ​ກ່ຽວຂ້ອງ​ຄົ້ນຄວ້າ​ ​ແລະ ມີ​ມາດຕະ​ການແກ້​ໄຂ​ຊ່ວຍ​ຄອບຄົວ​ຜູ້​ທີ່​ຖືກ​ຜົນ​ກະທົບ​ໃນ​ຄັ້ງນີ້. ພ້ອມ​ກັນນັ້ນ ກໍໃຫ້​ກະຊວງ​ສາທາລະນະ​ສຸກ ​ເອົາ​​ໃຈ​ໃສ່​ຕິດຕາມ​ເຝົ້າ​ລະວັງ​ພະຍາດ​ໂປ​ລີ​ໂອ ​ແລະ ພະຍາດ​ລະບາດ​ອື່ນໆ​ ຊຶ່ງ​ອາດ​ຈະ​ເກີດ​ຂື້ນ​ໃນ​ລະດູ​ນີ້, ​ໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາ ສືບຕໍ່​ນຳພາ​ການ​ເປີດ​ພາກຮຽນ​ທີ 2ຂອງ​ສົກ​ປີຮຽນ​ຕາມ​ແຜນການ.

4). ​​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ກະກຽມການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ ແຫ່ງ​ຊາດ, ສະພາ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ຫາ​, ​ເລືອກ​ເຟັ້ນບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ສົມ​ຄູ່​ກັບ​ການ​ເຮັດໜ້າທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ.

5). ​ໃນກາງ​ເດືອນ​ກຸມພາ​ນີ້ ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ–ອາ​ເມ​ລິ​ກາ ຢູ່​ລັດ​ຄາ​ລິ​ຟໍ​ເນັຍສະຫະລັດ​ອາ​ເມ​ລິ​ກາ ຈຶ່ງ​ສະ​ເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ ເອົາ​ໃຈ​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ດີ, ມີ​ຄວາມ​ຮັດກຸມ, ຄົບ​ຖ້ວນຍ້ອນ​ວ່າ​ປີ 2016ນີ້ ສປປລາວ ​ໄດ້​ເປັນ​ປະທານ​ອາ​ຊຽນ. ນອກຈາກ​ນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່​ກະກຽມ​ຕອບ​ຕ້ານ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ ຊຶ່ງ​ອາດ​ຈະ​ກໍ່​ຂຶ້ນ​ໃນ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ດັ່ງກ່າວ. ຮ່ວມ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ສືບຕໍ່​ກະກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ​ເພື່ອ​ດຳ​ເນີນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວູ​ໂສ, ກອງ​ປະ ຊຸມ​ລັດຖະມົນຕີ​ອາ​ຊຽນ ທີ່​ຈະ​ໄຂ​ຂຶ້ນ​ໃນຕໍ່ໜ້າ​ນີ້​ໃຫ້​ໄດ້​ຮັບ​ຜົນ​ດີ.

6).ໃຫ້​ເອົາ​ໃຈ​ໃສ່​ກະກຽມ​ສະ​ເຫລີມສະຫລອງ​ວັນ​ບຸນປີ​ໃໝ່​ຂອງ​ອ້າຍ​ນ້ອງ​ເຊື້ອສາຍ​ຫວຽດນາມ ​ແລະ ຈີນ ​ທີ່​ຈະ​ມາ​ເຖິງ​ນີ້ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ຮັບປະກັນ​​ໃຫ້​ມີຄວາມ​ສະຫງົບປອດ​ໄພ ​ແລະ ​ມີຄວາມເປັນ​ລະບຽບ​ຮຽບຮ້ອຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...