Homeຂ່າວເຫດການທູດຈີນ ມອບເງິນ 100 ລ້ານກີບ ໃຫ້ລັດຖະບານລາວ ເພື່ອຊ່ວຍເຫລືອຕ້ານໄພໜາວ!

ທູດຈີນ ມອບເງິນ 100 ລ້ານກີບ ໃຫ້ລັດຖະບານລາວ ເພື່ອຊ່ວຍເຫລືອຕ້ານໄພໜາວ!

Published on

ຂປລ. ​ໃນ​ວັນ​ທີ 27 ມັງກອນ 2016 ນີ້, ທ່ານ ກວນ​ຮົວປິງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ ​ໄດ້​ນຳ​ເອົາ​ເງິນ​ຈຳນວນ 100 ລ້ານ​ກີບ ມາ​ມອບ​ໃຫ້​ລັດຖະບານ​ລາວ ​ເພື່ອ​ຊ່ວຍ​ເຫລືອ​​ຕ້ານ​ໄພ​ໜາວ​ໃນ​ປັດຈຸບັນ, ​ໂດຍ​ແມ່ນ​ທ່ານ ສອນ​ໄຊ ສີ​ພັນ​ດອນ ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ​ເປັນ​ຜູ້ກ່າວ​ຮັບ ​​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ​​ ທັງສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນສັກຂີ​ພິຍານ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ​ທູດ​ ທີ່​ໄດ້​ໃຫ້ຄວາມຊ່ວຍ​ເຫລືອນຳ​ເອົາ​​ເງິນ​ຈຳນວນ​ດັ່ງກ່າວ ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້​ ພ້ອມ​ທັງ​ຢືນ​ຢັນ​ວ່າ ຈະ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ ​ໄປ​ຊ່ວຍ​ເຫລືອ​​ປະຊາຊົນ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທີ່​ປະສົບ​ໄພ​ໜາວ.

ສຳລັບ ​ທ່ານ​ໃດມີ​ຄວາມ​ປະສົງ ​ແລະ ມີ​ນ້ຳ​ໃຈຢາກ​ປະກອບສ່ວນ ຊ່ວຍ​ເຫລືອ​, ບັນ​ເທົາ​ທຸກໃຫ້​ປະຊາຊົນ ທີ່​ປະສົບ​ໄພ​ໜາວດັ່ງ​ກ່າວ ​ສາມາດ​ຕິດ​ຕໍ່​ພົວພັນ​ ມາ​ຍັງກົມ​ຄຸ້ມ​ຄອງ​ໄພ​ພິບັດ ​ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາ​ດ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ ທີ່ເບີ 021265017, 021262120 ຫລື ອີ​ແມວ info.ncdpc@gmail.com.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...