spot_img
HomeມູມໄອທີລາວDropbox ແລະ Microsoft ເພີ່ມຄວາມສາມາດແກ້ໄຂໄຟລເອກກະສານແບບອອນລາຍແລ້ວ!!

Dropbox ແລະ Microsoft ເພີ່ມຄວາມສາມາດແກ້ໄຂໄຟລເອກກະສານແບບອອນລາຍແລ້ວ!!

Published on

Dropbox ແລະ Microsoft ໄດ້ປະກາດເປີດໂຕຄວາມສາມາດໃນການແກ້ໄຂໄຟລ Office Online ແບບອອນລາຍທີ່ຖືກເກັບໄວ້ເທິງ Dropbox ແລ້ວ. ດ້ວຍຄວາມສາມາດນີ້ເອງ ຈະສາມາດເຮັດໃຫ້ທີມງານທີ່ຢູ່ໃນທີມດຽວກັນກັບເຮົາສາມາດແກ້ໄຂແລະເພີ່ມຕື່ມ ໃສ່ໄຟລເອກກະສານໄດ້ໂດຍທີ່ບໍ່ຈຳເປັນຕ້ອງຖ້າໃຫ້ຄົນໜຶ່ງເຮັດແລ້ວແລະໃຫ້ຄົນຕໍ່ໄປເຮັດຕໍ່. ເຊິ່ງຖືໄດ້ວ່າເປັນຄວາມສາມາດໃໝ່ທີ່ສະດວກສະບາຍຫຼາຍກໍເວົ້າໄດ້ເພາະທຸກຄົນສາມາດແກ້ໄຂໄຟລເອກກະສານໄດ້ພ້ອມໆກັນ ເຮັດໃຫ້ສາມາດສົ່ງໄຟລເອກກະສານໄດ້ທັນເວລາອີກນຳ. ສຳລັບວິທີເຮັດນັ້ນ:

image

“ຈາກເວັບໄຊ dropbox.com, ເປີດແອັບ Microsoft Word, Excel, ຫຼື PowerPoint ຫຼືໄຟລໃດໆກໍໄດ້ໃນໂຟນເດີ້ທີ່ໃຊ້ຮ່ວມກັນ (Shared Folder) ທີ່ໃຊ້ກັບບໍລິການ Office Online. ຫຼັງຈາກນັ້ນເຈົ້າສາມາດແກ້ໄຂໄຟລເອກກະສານຮ່ວມກັນກັບສະມາຊິກຄົນອື່ນໆໃນ Shared Folder ຜ່ານບຣາວເຊີ້. ເຈົ້າຈະສາມາດເຫັນການປ່ຽນແປງໄຟລເອກກະສານທີ່ຄົນອື່ນເຮັດແລະສາມາດໃຫ້ຄວາມເຫັນໃນຂະນະແກ້ໄຂໄຟລດຽວກັນໄດ້. ທຸກໆການປ່ຽນແປງຈະຖືກບັນທຶກລົງ Dropbox ໂດຍອັດຕະໂນມັດ, ເຖິງວ່າເຈົ້າຈະປິດໄຟລນັ້ນໄປແລ້ວຄົນອື່ນໆກໍຍັງສາມາດແກ້ໄຂເອກກະສານໄດ້ຕໍ່ໄປ”

ທັງສອງບໍລິສັດຈະຍັງສາມາດເຮັດວຽກຮ່ວມກັນເພື່ອເຮັັດໃຫ້ການແບ່ງປັນໄຟລ Dropbox ງ່າຍຂຶ້ນເທິງ Outlook.com. ໃນໄວໆນີ້ເອງເຈົົ້າຈະສາມາດເລືອກໄຟລ Dropbox ໂດຍບໍ່ຕ້ອງກັງວົນກັບຂີດຈຳກັດໄຟລແນບອີກຕໍ່ໄປແລ້ວ, ແລະເຈົ້າຈະສາມາດເຂົ້າເຖິງໄຟລບໍ່ວ່າຈະຢູ່ເທິງໂຕະເຮັັດວຽກຫຼືຢູ່ຕາມຫົນທາງ ເພາະສາມາດແກ້ໄຂໄຟລອອນລາຍໄດ້ແລ້ວ, ແລະການປ່ຽນແປງສຳລັບ Outlook.com ຈະມາໃນອາທິດທີ່ຈະມາຮອດນີ້.

ທີ່ມາ: windowscentral,Dropbox

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...