spot_img
Homeຂ່າວຕ່າງປະເທດເຮືອອົບພະຍົບຫລົ້ມ ນອກຊາຍຝັ່ງມາເລເຊຍ ພົບ 13 ສົບຄ້າງຊາຍຫາດ ເຈົ້າໜ້າທີ່ເລັ່ງຊອກຫາຜູ້ລອດຊີວິດ!

ເຮືອອົບພະຍົບຫລົ້ມ ນອກຊາຍຝັ່ງມາເລເຊຍ ພົບ 13 ສົບຄ້າງຊາຍຫາດ ເຈົ້າໜ້າທີ່ເລັ່ງຊອກຫາຜູ້ລອດຊີວິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ມັງກອນນີ້ວ່າ ເຈົ້າໜ້າທີ່ມາເລເຊຍ ກຳລັງເລັ່ງຊອກຫາຜູ້ລອດຊີວິດ ຫລັງຈາກເກີດເຫດເຮືອຜູ້ອົບພະຍົບຫລົ້ມ ນອກຊາຍຝັ່ງລັດຍະໂຮ ທາງພາກໃຕ້ຂອງປະເທດ ຂະນະທີ່ພົບສົບຜູ້ເສຍຊີວິດແລ້ວ 13 ສົບ ຖືກຄື້ນນ້ຳທະເລ ພັດເຂົ້າມາຄ້າງຢູ່ຊາຍຫາດ ໃນຕອນເຊົ້າຂອງວັນອັງຄານທີ 26 ມັງກອນຜ່ານມາ ໂດຍຄາດວ່າ ອາດແມ່ນຜູ້ອົບພະຍົບຜິດກົດໝາຍ ມາຈາກປະເທດອິນໂດເນເຊຍ ເນື່ອງຈາກພົບບັດປະຈຳຕົວປະຊາຊົນ ສັນຊາດອິນໂດເນເຊຍ ໃນຮ່າງຂອງຜູ້ເສຍຊີວິດ.

ເຈົ້າໜ້າທີ່ຕຳຫລວດມາເລເຊຍເຊື່ອວ່າ ເຮືອທີ່ປະສົບເຫດ ອາດມີຜູ້ໂດຍສານປະມານ 35 ຄົນ ຂະນະທີ່ປະຕິບັດການ ຄົ້ນຫາຜູ້ລອດຊີວິດ ກຳລັງດຳເນີນການຢູ່.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...