HomeມູມໄອທີລາວChuwi Hi12 ແທັບເລັດ Windows 10 ພ້ອມກັບສະເປັກແລະລາຄາທີ່ໜ້າສົົນໃຈ

Chuwi Hi12 ແທັບເລັດ Windows 10 ພ້ອມກັບສະເປັກແລະລາຄາທີ່ໜ້າສົົນໃຈ

Published on

image

ແນ່ນອນວ່າຫຼັງຈາກອ່ານຫົວຂໍ້ຂ່າວແລ້ວຫຼາຍໆຄົນຄົງຈະບໍ່ຄຸ້ນເຄີຍກັບຊື່ແບຣນ Chuwi  ຢ່າງແນ່ນອນ ເພາະເປັນແບຣນຈາກປະເທດຈີນ ທີ່ມື້ນີ້ໄດ້ເປີດເຜີຍເຖິງແທັບເລັດລະບົົບປະຕິບັດການ Windows 10  ນັ້ນກໍຄື Chuwi Hi12 ເຊິ່ງຈະເປີດໂຕຢ່າງເປັນທາງການໃນມື້ອື່ນນີ້ ຫຼື ວັນທີ 28 ເດືອນມັງກອນ. ເຊິ່ງສິ່ງທີ່ໜ້າສົນໃຈສຳລັບແທັບເລັດລຸ້ນດັ່ງກ່າວນັ້ນກໍຄືໃນສ່ວນຂອງສະເປັກແລະລາຄາທີ່ຖືວ່າສຸດກຸ້ມແລ້ວ. ເຮົາມາເບິ່ງສະເປັກຂອງ Chuwi Hi12 ເລີຍວ່າເປັນຕາສົນໃຈແນວໃດແດ່

image

image

ສຳລັບສະເປັກຂອງ Chuwi Hi12 ມີດັ່ງນີ້:

– ໜ້າຈໍຂະໜາດ 12 ນິ້ວ, ຄວາມລະອຽດ 2160 x 1440 (QHD)
– ໃຊ້ງານຊິບປະມວນຜົນ Cherry Trail Z8300 1.44GHz ຄວາມໄວສູງສຸດເຖິງ 1.84 GHz
– ໃຊ້ງານຊິບປະມວນຜົນກຣາບຟິກ Intel Gen8
– RAM 4GB
– ໜ່ວຍຄວາມຈຳພາຍໃນ 64 GB
– ກ້ອງຫຼັງ 5 ລ້ານພິກເຊວ ແລະ ກ້ອງໜ້າ 2 ລ້ານພິກເຊວ
– Bluetooth 4.0
– ພອຣດ USB 3.0 ແລະ ພອຣດ USB 2.0
– Wi-Fi 802.11b/g/n
– ແບັດເຕີຣີ 11000mAh
– Magnetic Docking Keyboard

image

image

  ທັງໝົດນີ້ລາຄາພຽງແຕ່ $299 (2.430.000 ກີບ) ເບິ່ງຈາກສະເປັກແລະລາຄາແລ້ວຖືວ່າກຸ້ມຄ່າກໍເວົ້າໄດ້ເລີຍ ແລະອີກຢ່າງໜຶ່ງຄື Chuwi ບອກວ່າຍັງຈະນຳສະເໜີຄວາມສາມາດ dual-boot ໃນພາຍຫຼັງອີກນຳ ເຊິ່ງຈະເຮັດໃຫ້ Hi12 ສາມາດສະຫຼັບໃຊ້ງານໄປມາລະຫວ່າງ Windows 10 ແລະ Android 5.1 ໄດ້.

ທີ່ມາ:windowscentral

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...