Home​ຂ່າວທ່ອງທ່ຽວລາວ-ຍີ່ປຸ່ນ ເພີ່ມທະວີຮ່ວມມືການທ່ອງທ່ຽວ ລະບຸປີຜ່ານມາ ຊາວຍີປຸ່ນທ່ຽວລາວ ກ່ວາ 40 ພັນຄົນ!

ລາວ-ຍີ່ປຸ່ນ ເພີ່ມທະວີຮ່ວມມືການທ່ອງທ່ຽວ ລະບຸປີຜ່ານມາ ຊາວຍີປຸ່ນທ່ຽວລາວ ກ່ວາ 40 ພັນຄົນ!

Published on

ຂປລ. ​​ໃນ​ໂອກາດ​ທີ່ ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ຕ້ອນຮັບ ທ່ານ ຊິ​ເກ​ໂຢຊິ ອາ​ເບະ ຜູ້ຕາງໜ້າ​ການທ່ອງທ່ຽວ ລາວ ປະຈຳ​ປະ​ເທດ ຍີ່ປຸ່ນ ​ເມື່ອ​ວັນ​ທີ 25 ມັງກອນ 2016 ນີ້, ທ່ານ​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​​ໃຫ້​ມີ​ການຈັດ​ງານ​ວາງສະ​ແດງ ​ຜະລິດ​ຕະພັນ​ການທ່ອງທ່ຽວ, ອາຫານ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ລາວ-​ຍີ່ປຸ່ນ ​ເປັນຄັ້ງທີ​ສອງ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ ລະຫວ່າງ​ ສອງ​ປະ​ເທດ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ ​ເນື່ອງ​ຈາກ​ວ່າການ​ຈັດ​ງານ​ດັ່ງກ່າວ, ​ ໃນ​ປີຜ່ານມາແມ່ນ​ມີ​ຜົນສຳ​ເລັດ​ສູງ, ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ, ພາກສ່ວນ​ກ່ຽວຂ້ອງ ​ແລະ ປະຊາຊົນ​ຍີ່ປຸ່ນ ​ຮັບ​ຮູ້​ປະ​ເທດ​ລາວ​ຫລາຍ​ຂຶ້ນ ​ໄດ້​ປະກອບສ່ວນ​ໃຫ້​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ເຂົ້າມາ​ປະ​ເທດ​ລາວ​ຫລາຍ​ຂຶ້ນ.

ທ່ານ ຊິ​ເກ​ໂຢຊິ ອາ​ເບະ ​ໄດ້​ລາຍ​ງານ​ຕໍ່ ທ່ານ ​ລັດຖະມົນຕີ​ວ່າ: ການຈັດ​ງານ​ວາງສະ​ແດງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ອາຫານ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ລາວ-ຍີ່ປຸ່ນ ຄັ້ງທຳ​ອິດ ທີ່​ຈັດ​ຢູ່ນະຄອນຫລວງ​ໂຕ​ກຽວ​ໃນ​ປີຜ່ານມາ ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ສູງ ​ເປັນ​ການ​ເປີດ​ໂອກາດ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ຍີ່ປຸ່ນ ຮູ້ຈັກປະ​ເທດ​ລາວ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ລາວ ຫລາຍ​ຂຶ້ນ ​ເຮັດ​ໃຫ້​ບັນດາ​ບໍລິສັດ​ເຫລົ່ານັ້ນ ສາມາດ​ຈັດ​ຕາຕະລາງ​ການທ່ອງທ່ຽວລາວ ​ໄດ້​ຢ່າງ​ເໝາ​ະສົມ ທັງ​ສາມາດ​ດຶງດູດ ​​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ໃຫ້​ຢາກ​ມາ​ທ່ອງ​ທ່ຽວ​ລາວ ​ແລະ ຮູ້ຈັກ​ປະ​ເທດ​ລາວ​ຫລາຍ​ຂຶ້ນ​ກວ່າ​ເກົ່າ, ສະ​ແດງ​ອອກ​​ໃນ​ປີຜ່ານມາ ​ມີ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ເຂົ້າມາ​ທ່ຽວ​ປະ​ເທດ​ລາວ ຫລາຍ​ກວ່າ 40 ພັນ​ຄົນ ​ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...