Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບ ຈອນ ເຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ເຂົ້າຢ້ຽມຂ່ຳນັບ!

ນາຍົກລັດຖະມົນຕີ ຕ້ອນຮັບ ຈອນ ເຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ເຂົ້າຢ້ຽມຂ່ຳນັບ!

Published on

ຂປລ. ໃນຕອນເຊົ້າຂອງວັນທີ 25 ມັງກອນນີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ຈອນ ເຄຣີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​ໃນວັນທີ 24-25 ມັງກອນ 2016.

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນ ຮັບທ່ານ ຈອນ ເຄຣີ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ–ອາເມຣິກາ ໃຫ້ນັບມື້ດີຂຶ້ນ.

ທ່ານ ຈອນ ເຄຣີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງສິງ ທຳມະວົງ ກໍຄື ລັດຖະບານລາວ ທີ່ໄດ້ ສະຫລະ​ເວລາ​ອັນ​ມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ໃນການຢ້ຽມຢາມ ລາວ ຄັ້ງນີ້ ແລະ ເຊື່ອໝັ້ນວ່າ ລັດຖະບານສອງປະເທດ ອາເມລິກາ–ລາວ ຈະເພີ່ມທະວີການພົວພັນຮ່ວມ ມືໃຫ້ດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...