Homeຂ່າວຕ່າງປະເທດຈີນປະເຊີນອາກາດໜາວ ຮົງກົງອຸນຫະພູມຫລຸດຕ່ຳ ໃນຮອບ 60 ປີ!

ຈີນປະເຊີນອາກາດໜາວ ຮົງກົງອຸນຫະພູມຫລຸດຕ່ຳ ໃນຮອບ 60 ປີ!

Published on

ສຳນັກຂ່າວຕ່າງປະເທ່ດ ລາຍງານໃນວັນທີ 25 ມັງກອນນີ້ວ່າ ສະພາບອາກາດທີ່ປະເທດຈີນ ໃນປັດຈຸບັນນີ້ ອຸນຫະພູມຫລຸດລົງ ຕ່ຳສຸດເປັນປະຫວັດການ ແຕ່ 6 ເຖິງ – 10 ອົງສາ ເຮັດໃຫ້ທາງການຈີນ ຕ້ອງປະກາດເຕືອນໄພອາກາດໜາວ ໂດຍຢູ່ແຂວງຟູຈ້ຽນ ໄດ້ເກີດນ້ຳກ້ອນໜາຫຸ້ມຕົ້ນໄຜ່ ແລ້ວລົ້ມລົງມາທັບສາຍໄຟຂາດ ຫລາຍກ່ວາ 50 ສາຍ ສົ່ງຜົນເຮັດໃຫ້ໄຟຟ້າດັບ ແລະ ປະຊາຊົນຂາດໄຟຟ້າໃຊ້, ສ່ວນເຂດນະຄອນສົງຊິ່ງ ໄດ້ມີຫິມະຕົກລົງໜັກທີ່ສຸດໃນຮອບ 20 ປີ ເຮັດໃຫ້ຈຳເປັນຕ້ອງປິດສະໜາມບິນ ຊຶ່ງມີຜູ້ໂດຍສານຕົກຄ້າງຫລາຍກ່ວາ 4,000 ຄົນ.

ສ່ວນເຂດບໍລິຫານພິເສດຮົງກົ່ງຂອງຈີນ ກໍປະເຊີນກັບສະພາບອາກາດໜາວຈັດ ອຸນຫະພູມຫລຸດລົງຕ່ຳສຸດ ໃນຮອບເກືອບ 60 ປີ ໂດຍຕອນເຊົ້າຂອງວັນທີ 24 ມັງກອນຜ່ານມານີ້ ອຸນຫະພູມທີ່ເຂດຕົວເມືອງຂອງຮົ່ງກົ່ງ ຫລຸດລົງຢູ່ລະດັບ 3.3 ອົງສາ ເຮັດໃຫ້ທາງການອອກຄຳເຕືອນ ໃຫ້ປະຊາຊົນນຸ່ງຫົ່ມເຄື່ອງກັນໜາວ ເພື່ອຮັກສາອຸນຫະພູມຂອງຮ່າງກາຍ ແລະ ຫລີກລ່ຽງການປະທະກັບລົມໜາວ ເປັນເວລາດົນນານ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...