spot_img
Homeຂ່າວພາຍ​ໃນຈີນຈະສະໜອງແນວພັນໝາກນ້ຳມັນ ພ້ອມເກັບຊື້ຜົນຜະລິດຄືນພາຍໃນ 5 ປີ ຢູ່ແຂວງໄຊຍະບູລີ

ຈີນຈະສະໜອງແນວພັນໝາກນ້ຳມັນ ພ້ອມເກັບຊື້ຜົນຜະລິດຄືນພາຍໃນ 5 ປີ ຢູ່ແຂວງໄຊຍະບູລີ

Published on

p1020589

ພິທີ​ເຊັນ​ສັນຍາ​ໂຄງການ​ປູກ​ໝາກ​ນ້ຳມັນ ເພື່ອ​ຜະລິດ​ເປັນ​ນ້ຳມັນ​ຢິນ​ຊິ​ໂກ (ນ້ຳມັນ​ປຸງ​ແຕ່ງອາຫານ) ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 24 ມີນາ 2014 ຢູ່​ແຂວງ​ໄຊ​ຍະ​ບູ​ລີ ລະຫວ່າງ​ທ່ານ ລິ​ເຟີຍ​ກວາງ ຕາງໜ້າ​ບໍລິສັດ ພັດທະນາ​ຊັບພະຍາກອນ​ຊີວະ​ພາບ​ຢິນ​ຊີ​ສິບ​ສອງ​ພັນ​ນາ ຈຳກັດ ​ສປ ຈີນ ແລະ ທ່ານ ຊົມ​ພູ ແກ້ວ​ປະເສີດ ອຳນວຍ​ການ​ບໍລິສັດ ຊົມ​ພູ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ພ້ອມ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ຍັນ​ຍົງ ສີ​ປະເສີດ ຮອງ​ເຈົ້າແຂວງ​ໄຊ​ຍະ​ບູ​ລີ ແລະ ຂະແໜງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ສັນຍາ​ການ​ຮ່ວມ​ມື​ດັ່ງກ່າວ​ນີ້ ໂດຍ​ບໍລິສັດ ພັດທະນາ​ຊັບພະຍາກອນ​ຊີວະ​ພາບ ​ສປ ຈີນ ຈະ​ເປັນ​ຜູ້​ສະໜອງ​ແນວ​ພັນ​ໝາກ​ນ້ຳມັນ ແລະ ຈະ​ເກັບ​ຊື້​ຄືນ​ຜົນ​ຜະລິດ​ພາຍຫຼັງ​ເກັບ​ກ່ຽວ ພ້ອມ​ນີ້​ກໍ່​ຈະ​ປະຕິບັດ​ເງື່ອນໄຂ​ການ​ກວດກາ ການ​ເກັບ​ຊື້​ທີ່​ບໍລິສັດ ຊົມ​ພູ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ສະໜອງ​ໝາກ​ນ້ຳມັນ​ໃຫ້​ບໍລິສັດ​ດັ່ງກ່າວ ເປັນຕົ້ນ ໝາກ​ນ້ຳມັນ​ແຫ້ງ​ປະເພດ 1 ລາຄາ 15.600 ກີບ​ຕໍ່​ກິ​ໂລ ປະເພດ​ສອງ 11.700 ກີບ​ຕໍ່​ກິ​ໂລ ຂະນະ​ທີ່​ໝາກ​ນ້ຳມັນ​ແຫ້ງ​ແກະ​ກາບ​ດຳ​ອອກ ປະເພດ 1 ລາຄາ 18.500 ກີບ​ຕໍ່​ກິ​ໂລ ປະເພດ​ສອງ 15.600 ກີບ​ຕໍ່​ກິ​ໂລ ສ່ວນ​ແກ່ນ​ປະເພດ​ໜຶ່ງ ລາຄາ 39.000 ກີບ​ຕໍ່​ກິ​ໂລ ປະເພດ​ສອງ 32.500 ກີບ​ຕໍ່​ກິ​ໂລ ປະເພດ​ສາມ 26.000 ກີບ​ຕໍ່​ກິ​ໂລ ແກ່ນ​ແກະ​ເປືອກ​ແຂງ​ອອກ​ເປັນ​ເມັດ​ສີຂາວ ປະເພດ 1 ລາຄາ 58.500 ກີບ​ຕໍ່​ກິ​ໂລ ປະເພດ​ສອງ 39.000 ກີບ​ຕໍ່​ກິ​ໂລ ປະເພດ​ສາມ 32.500 ກີບ​ຕໍ່​ກິ​ໂລ ທັງ​ຈະ​ສະໜອງ​ແກ່ນ​ປູກ​ໃຫ້​ກ່ອນ 1.000 ກິ​ໂລ ສ່ວນ​ບໍລິສັດ ຊົມ​ພູ​ການ​ຄ້າ ຕ້ອງ​ຮັບປະກັນ​ການ​ສະໜອງ​ຜະລິດ​ຕະ​ພັນ​ທັງ​ໝົດ​ໃຫ້ ບໍລິສັດ ພັດທະນາ​ຊີວະ​ພາບ ​ສປ ຈີນ ແຕ່​ລະ​ປີ​ບໍ່​ຫຼຸດ 500 ໂຕນ ເປັນ​ເວລາ 5 ປີ ແຕ່​ນີ້​ຮອດ​ປີ 2018 ນອກ​ນີ້​ກໍ່​ບໍ່​ມີ​ສິດ​ຂາຍ ແລະ ຈຳໜ່າຍ​ໝາກ​ນ້ຳມັນ​ໃຫ້​ບໍລິສັດ​ອື່ນ ແນວໃດ​ກໍ່​ດີ ສັນຍາ​ດັ່ງກ່າວ​ຍັງ​ລະບຸ​ວ່າ: ຈຸດ​ຮັບ​ສົ່ງ​ສິນຄ້າ​ໄດ້​ກຳນົດ​ເອົາ​ດ່ານ​ບໍ່​ເຕັນ-ບໍ່​ຫານ ຊາຍ​ແດນ​ລາວ-ຈີນ ເພື່ອ​ກວດກາ​ຕີ​ລາຄາ​ແຕ່​ລະ​ປະເພດ ຈາກ​ນັ້ນ ສອງ​ຝ່າຍ​ຈະ​ໄລ່​ລຽງ​ບັນຊີ​ນຳ​ກັນ ເພື່ອ​ຈ່າຍ​ເງິນ​ຄ່າ​ສິນຄ້າ​ໃຫ້​ທັນທີ.

ທີ່ມາ :http://www.vientianemai.net/teen/khao/1/11439

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...